ສຳມະນາການບໍລິຫານບຸກຄະລາກອນ ໃນຍຸກ 4.0

88

ຜູ້ປະກອບການຂະແໜງການບໍລິການໄດ້ຮັບການຍົກລະດັບ ທັກສະ ການບໍລິຫານບຸກຄະລາກອນ ໃນຍຸກ HR 4.0 ເພື່ອໃຫ້ສາມາດຕອບໂຈດກັບສະພາບການພັດທະນາເສດຖະກິດ ແລະ ການບໍລິຫານອົງກອນໃນປັດຈຸບັນ.

ວັນທີ 8 ກໍລະກົດ 2020 ສູນ PTX Professional Training ໄດ້ຈັດສຳມະນາ ພາຍໃຕ້ຫົວຂໍ້: ການບໍລິຫານບຸກຄະລາກອນ ໃນຍຸກ HR 4.0 ຢ່າງຊານສະຫຼາດ ຂຶ້ນທີ່ຮ້ານອາຫານປະຕູໄຊ. ໂດຍການບັນຍາຍຂອງ ທ່ານ ອາຈານ ສະລັນ ຈັນທະລັງສີ ຊ່ຽວຊານດ້ານອຸດສາຫະກຳການທ່ອງທ່ຽວ ແລະ ການໂຮງແຮມ, ໂດຍມີບັນດາຜູ້ປະກອບການ ແລະ ຕາງໜ້າຈາກພາກທຸລະກິດຕ່າງໆເຂົ້າຮ່ວມ.

ທ່ານ ອາຈານ ສະລັນ ຈັນທະລັງສີ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ຖືເປັນຄັ້ງທີ 4 ທີ່ທາງສູນພວກເຮົາໄດ້ເປີດຂຶ້ນ, ໃນຫົວຂໍ້: ການບໍລິຫານບຸກຄະລາກອນ ໃນຍຸກ HR 4.0 ຈຸດປະສົງແມ່ນເນື່ອງຈາກເຕັກໂນໂລຊີ ເຂົ້າມາມີບົດບາດໃນການບໍລິຫານຄົນ.

ດັ່ງນັ້ນ, ເຈົ້າຂອງທຸລະກິດ ແລະ ພະນັກງານເອງກໍຕ້ອງໄດ້ປັບຕົວ, ເພາະປັດຈຸບັນຫຼາຍທຸລະກິດໄດ້ມີການປົດພະນັກງານອອກ ຍ້ອນໄດ້ຮັບຜົນກະທົບສະພາບເສດຖະກິດ ແລະ ສະພາບທີ່ມີການລະບາດຂອງພະຍາດແບບນີ້ ເຮົາຈະມີວິທີຮັບມືແບບໃດ, ສະນັ້ນ, ການຈັດຝຶກອົບຮົມນີ້ແມ່ນແນໃສ່ໃຫ້ເຈົ້າຂອງທຸລະກິດໄດ້ຮັບຮູ້ແນວທາງວ່າການແກ້ໄຂບັນຫາເລື່ອງຄົນເປັນເລື່ອງໃຫຍ່ ເພາະເຈົ້າຂອງທຸລະກິດເປັນຜູ້ທີ່ບໍລິຫານຄົນ ເພື່ອໃຫ້ທຸລະກິດສາມາດດຳເນີນໄປໄດ້ທ່າມກາງທີ່ມີການແຂ່ງຂັນແບບນີ້.

ທ່ານ ໄຊຍະລັກ ໄຊຍະແສງ ຜູ້ປະກອບການອາຊີບໂຮງຮຽນລ້ຽງເດັກອະນຸບານ – ປະຖົມ ແລະ ບໍລິສັດກ່ຽວກັບການທຳ ຄວາມສະອາດ ໄດ້ກ່າວວ່າ: ຈະນຳເອົາບົດຮຽນທີ່ໄດ້ນຳໄປໝູນໃຊ້, ປັບປຸງພັດທະນາໃນອົງກອນ ເພາະໃນຍຸກ 4.0 ນີ້ທຸກຢ່າງໃນໂລກນີ້ລ້ວນແລ້ວແຕ່ມີການພັດທະນາ ແລະ ອົງກອນຂ້າພະເຈົ້າກໍເປັນອົງກອນທີ່ມີພະນັກງານຂ້ອນຂ້າງຫຼາຍ.

ດັ່ງນັ້ນ, ຈຶ່ງເຮັດໃຫ້ມີຫຼາຍແນວ ຄວາມຄິດຫຼາຍວັດທະນະທຳມາເຮັດວຽກຮ່ວມກັນ, ເມື່ອກ່ອນນີ້ຂ້າພະເຈົ້າເຄີຍເຂົ້າຮ່ວມຝຶກອົບຮົມກັບ ສູນ PTX Professional Training ມາແລ້ວ 1 ຄັ້ງ ກໍເຫັນໄດ້ເຖິງ ຄວາມຮູ້ທີ່ທາງອາຈານເພິ່ນນຳມາບັນຍາຍກໍຖືວ່າສຳຄັນຫຼາຍ. ດັ່ງນັ້ນ, ເມື່ອເພິ່ນຈັດຂຶ້ນອີກຂ້າພະເຈົ້າຈຶ່ງມາເຂົ້າຮ່ວມອີກ ແລະ ຫາກເພິ່ນຈັດຂຶ້ນອີກໃນຕໍ່ໜ້າກໍຈະພະຍາຍາມເຂົ້າມາຮ່ວມອີກ.

ທ່ານ ພິມມະສອນ ວັນນະຈັກ ຜູ້ປະກອບການທຸລະກິດການສ້ອມແປງລົດຍົນ ແລະ ການປະກັນໄພ ໄດ້ໃຫ້ສຳພາດວ່າ: ຂ້າພະເຈົ້າຄາດຫວັງທີ່ຈະນຳເອົາຄວາມຮູ້ໃໝ່ນີ້ໄປໃຊ້ ແລະ ເຜີຍແຜ່ໃຫ້ພະນັກງານໃນອົງກອນພວກເຮົາໄດ້ຮັບຮູ້, ໄດ້ນຳໄປໃຊ້ໃນການເຮັດວຽກແຕ່ລະຂະແໜງ ເພາະຜ່ານການຮັບຟັງຕອນເຊົ້າມາແມ່ນເຫັນວ່າເນື້ອໃນທີ່ເພິ່ນນຳມາບັນຍາຍລ້ວນແລ້ວແຕ່ມີ ຄວາມສຳຄັນໃນການບໍລິຫານຄົນໃນຍຸກທີ່ເສດຖະກິດເປັນແບບນີ້ ແລະ ມີການແຂ່ງຂັນແບບນີ້.