ທຳລາຍສິນຄ້ານຳເຂົ້າບໍ່ຖືກຕ້ອງ ເກືອບ7ໂຕນ ມູນຄ່າ 70 ກວ່າລ້ານກີບ

132

ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ(ອຄ.ນວ) ໄດ້ທໍາລາຍສິນຄ້ານໍາເຂົ້າຈາກຕ່າງປະເທດ ນໍ້າໜັກເກືອບ 7ໂຕນ ມູນຄ່າປະມານ 71 ລ້ານກີບ.


ວັນທີ 8 ກໍລະກົດ 2020 ຜ່ານມາ ທີ່ສະໜາມບຳບັດຂີ້ເຫຍື້ອຫຼັກ 32, ນະຄອນຫຼວງວຽງຈັນ (ນວ) ໄດ້ມີພິທີທຳລາຍສິນຄ້ານຳເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ ໂດຍການເຂົ້າຮ່ວມຂອງ ທ່ານ ນັນຕາ ສານຸວົງ ຮອງຫົວໜ້າພະແນກ ອຄ.ນວ ມີຕ່າງໜ້າຈາກພະແນກພາສີ, ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ນັນຕາ ສານຸວົງ ກ່າວວ່າ: ໃນວັນທີ 7 ກໍລະກົດ 2020 ໄດ້ລົງກວດກາ ແລະ ພົບເຫັນລົດຂົນສົ່ງສິນຄ້າມາຈາກປະເທດຫວຽດນາມ ໝາຍເລກທະບຽນ 74 C 03595 ຢູ່ສະຖານທີ່ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ເຊິ່ງຜ່ານການກວດກາສິນຄ້າ ໂດຍສົມທຽບໃສ່ເອກະສານຢັ້ງຢືນແຫຼ່ງທີ່ມາ ລາຍການແຈ້ງສິນຄ້າມີຈຳນວນ 1.600 ກິໂລ, ແຕ່ສິນຄ້າຕົວຈິງມີຈຳນວນເກີນເອກະສານຢັ້ງຢືນແຫຼ່ງທີ່ມາຈໍານວນຫຼວງຫຼາຍ ແລະ ບໍ່ໄດ້ຜ່ານການກວດກາຢັ້ງຢືນ ແລະ ວິໄຈຫາສານປົນເປື້ອນຈາກພາກສ່ວນກ່ຽວຂ້ອງ.

ສິນຄ້າດັ່ງກ່າວປະກອບມີ: ໝາກເລັ່ນ ຈຳນວນ 2.100 ກິໂລ, ໝາກນາວ 2.580 ກິໂລ, ກາລົດສີມ້ວງ 200 ກິໂລ, ໝາກມັງກອນ 2.000 ກິໂລ ໂດຍນນໍ້າໜັກລວມທັງໝົດ 6.880 ກິໂລ ມູນຄ່າປະມານ 71 ລ້ານກີບ. ສະນັ້ນ, ທາງເຈົ້າໜ້າທີ່ກວດກາການຄ້າ ພະແນກ ອຄ.ນວ ຈຶ່ງໄດ້ຍຶດສິນຄ້າຈຳນວນດັ່ງກ່າວມາມາທຳລາຍຖີ້ມ.


ທ່ານ ນັນຕາ ສານຸວົງ ກ່າວຕື່ມອີກວ່າ: ການທຳລາຍສິນຄ້າ ເປັນການປົກປ້ອງຜົນປະໂຫຍດຂອງຜູ້ບໍລິໂພກ ໃຫ້ໄດ້ບໍລິໂພກສິນຄ້າທີ່ມີຄຸນນະພາບ ແລະ ບໍ່ເປັນອັນຕະລາຍຕໍ່ຊີວິດ ແລະ ອັນສໍາຄັນແມ່ນເປັນການປົກປ້ອງການຜະລິດພາຍໃນອີກດ້ວຍ ແລະ ສຳລັບທິດທາງໃນຕໍ່ໜ້າ ແມ່ນຈະສືບຕໍ່ຕິດຕາມ ກວດກາຢ່າງເປັນປົກກະຕິ ແນໃສ່ໂຄສະນາ ແລະ ເຜີຍແຜ່ລະບຽບການນຳເຂົ້າ ແລະ ສົ່ງອອກສິນຄ້າ ໃຫ້ແກ່ຜູ້ປະກອບການນຳເຂົ້າ ແລະ ຈໍາໜ່າຍສິນຄ້າໄດ້ຮັບຊາບ ແລະ ບໍ່ໃຫ້ນຳເອົາສິນຄ້າທີ່ບໍ່ໄດ້ຄຸນນະພາບມາຈໍາໜ່າຍ ທີ່ອາດສ້າງຄວາມເສຍຫາຍແກ່ຊີວິດ, ສຸຂະພາບ ແລະ ຊັບສິນຂອງຜູ້ບໍລິໂພກ ແລະ ເປັນການຍົກສູງສະຕິ ໃນການເລືອກຊື້ສິນຄ້າຂອງຜູ້ບໍລິໂພກ ແລະ ສະຕິໃນການເຄົາລົບລະບຽບກົດໝາຍຂອງຜູ້ຂາຍ ໂດຍສະເພາະແມ່ນເວລານຳເຂົ້າສິນຄ້າເຄື່ອງຂອງຕ້ອງມີການປະຕິບັດພັນທະຢ່າງຄົບຖ້ວນ.


ພ້ອມທັງ, ຝາກເຖິງອຳນາດການປົກຄອງທ້ອງຖິ່ນບ້ານ, ເມືອງ ແລະ ທຸກພາກສ່ວນໃນສັງຄົມ ຂໍຄວາມຮ່ວມມືຊ່ວຍເປັນຫູ ເປັນຕາ ຫາກພົບເຫັນການນຳເຂົ້າ ແລະ ຈຳໜ່າຍສິນຄ້າບໍ່ຖືກຕ້ອງຕາມລະບຽບການ, ສິນຄ້າໝົດອາຍຸ ຫຼື ສິນຄ້າທີ່ຜິດຕໍ່ລະບຽບກົດໝາຍ ແມ່ນໃຫ້ແຈ້ງເຈົ້າໜ້າທີ່ກວດກາການຄ້າ ທຸກຂັ້ນ ຫຼື ແຈ້ງສາຍດ່ວນປົກປ້ອງສິດຜົນປະໂຫຍດຜູ້ຊົມໃຊ້ 1510 ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອຈຳກັດບໍ່ໃຫ້ສິນຄ້າດັ່ງກ່າວແຜ່ລະບາດ ຫຼື ມີການຈຳໜ່າຍຢູ່ ນວ ຢ່າງເດັດຂາດ.