ຈາກເຫດການເສັ້ນທາງເວັ້ນຢູ່ໂຄງການກໍ່ສ້າງປະຕູນໍ້າເຄັມ ເຂດບ້ານທ່າສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຖືກນໍ້າເຊາະເຈື່ອນ ແລະ ຕັດຂາດ ເຮັດໃຫ້ການສັນຈອນໃນເຂດນັ້ນເປັນອໍາມະພາດ ປະຊາຊົນທີ່ນໍາໃຊ້ເສັ້ນທາງດັ່ງກ່າວພົບຄວາມຫຍຸ້ງຍາກ ມີປະຊາຊົນຈໍານວນຫຼາຍຕໍ່ແຖວຍາວຢຽດ ລໍຖ້ານໍາໃຊ້ເຮືອຊ່ວຍເປັນພາຫະນະນໍາສົ່ງຂ້າມຝັ່ງເພື່ອກັບບ້ານເຮືອນ ຂະນະທີ່ພາກສ່ວນກ່ຽວຂ້ອງກໍ່ເລັ່ງຂຸ້ນຂ້ຽວສ້ອມແປງເພື່ອໃຫ້ກັບມານໍາໃຊ້ໄດ້ຊົ່ວຄາວກ່ອນ.
ຕໍ່ກັບເຫດການທີ່ເກີດຂຶ້ນທີມຂ່າວຂອງພວກເຮົາໄດ້ລົງພື້ນທີ່ເບິ່ງສະຖານະການຕົວຈິງ ເມື່ອວັນທີ 8 ກໍລະກົດ 2020 ພ້ອມສອບຖາມຂໍ້ມູນເພີ່ມເຕີມ ໂດຍທ່ານ ເຄນ ວັນຊວງ ນາຍບ້ານ ບ້ານທ່າສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເຫດການດັ່ງກ່າວນີ້ແມ່ນເກີດຂຶ້ນຕອນທ່ຽງຄືນວັນທີ 8 ກໍລະກົດ 2020 ສາເຫດແມ່ນໃນ 2 ມື້ຜ່ານມາມີຝົນຕົກໜັກ ເຮັດໃຫ້ຫ້ວຍນໍ້າທັງສອງສາຍຄືນໍ້າໂຄ່ນ ແລະ ນໍ້າເຄັມໄຫຼມາໂຮມກັນຢູ່ຈຸດດຽວກໍ່ຄືປະຕູນໍ້າເຄັມທີ່ກໍາລັງກໍ່ສ້າງຢູ່ ມີປະລິມານນໍ້າທີ່ຍື່ງຂື້ນຫຼາຍ ຈຶ່ງເຮັດໃຫ້ນໍ້າເລີ່ມໄຫຼຊຸທາງເຈື່ອນລົງເທື່ອລະນ້ອຍ
ຈົນມາຮອດເວລາປະມານ 8:00ໂມງຂອງວັນດຽວກັນ ເສັ້ນທາງເຈື່ອນລົງຫຼາຍ ດັ່ງນັ້ນ, ອໍານາດການປົກຄອງບ້ານ ພ້ອມເຈົ້າໜ້າທີ່ ແລະ ພາກສ່ວນກ່ຽວຂ້ອງ ໄດ້ລົງກວດກາຕົວຈິງເຫັນວ່າສະພາບເສັ້ນທາງມີຄວາມສ່ຽງຫຼາຍທີ່ຈະກໍ່ໃຫ້ເກີດອັນຕະລາຍຕໍ່ປະຊາຊົນທີ່ສັນຈອນໄປມາ ຈຶ່ງໄດ້ສົມທົບກັບບໍລິສັດຜູ້ຮັບເໝົາກໍ່ສ້າງນໍາລົດຈົກ ມາຈົກທາງໃຫ້ຂາດເພື່ອລະບາຍນໍ້າອອກກ່ອນຈະສ້າງຄວາມເສຍຫາຍຫຼາຍກວ່ານີ້.
ແນວໃດກໍ່ຕາມ ຈາກທີ່ທີມຂ່າວຂອງພວກເຮົາລົງພື້ນທີ່ນັ້ນ ເຫັນໄດ້ວ່າສະພາບການສັນຈອນໃນເຂດດັ່ງກ່າວແມ່ນຫຍຸ້ງຍາກຫຼາຍ ເນື່ອງຈາກເສັ້ນທາງດັ່ງກ່າວແມ່ນເປັນເສັ້ນທາງຫຼັກທີ່ປະຊາຊົນສ່ວນຫຼາຍນໍາໃຊ້ສັນຈອນໄປ-ມາ ແຕ່ຕອນນີ້ມັນຖືກຕັດຂາດ ຫຼື ເອີ້ນໄດ້ວ່າການສັນຈອນເປັນອໍາມະພາດ, ລົດທຸກຊະນິດບໍ່ສາມາດຜ່ານໄດ້.
ແຕ່ທັງນີ້ທັງນັ້ນ ເພື່ອເປັນການແກ້ໄຂບັນຫາສະເພາະໜ້າ ອໍານາດການປົກຄອງບ້ານຮ່ວມກັບປະຊາຊົນກໍ່ໄດ້ນໍາໃຊ້ເຮືອເປັນພາຫະນະນໍາສົ່ງຄົນ ແລະ ລົດຈັກ ແຕ່ກໍ່ບໍ່ສະດວກປານໃດເນື່ອງຈາກເປັນເຮືອນ້ອຍ ຂົນລົດຈັກໄດ້ພຽງເທື່ອລະ 3 ຄັນ, ດັ່ງນັ້ນຜູ້ທີ່ຕ້ອງການຂ້າມໄປແມ່ນຕ້ອງອົດທົນລໍຖ້າຕໍ່ແຖວຍາວຢຽດເປັນເວລາດົນ ເຊິ່ງມັນສ້າງຄວາມຫຍຸ້ງຍາກໃຫ້ແກ່ເຂົາເຈົ້າຫຼາຍ ແຕ່ກໍ່ມີປະຊາຊົນບາງສ່ວນທີ່ໃຊ້ວິທີຍ່າງຂ້າມຂົວນໍ້າເຄັມທີ່ກໍາລັງກໍ່ສ້າງຢູ່. ຂະນະດຽວກັນ ພາກສ່ວນກ່ຽວຂ້ອງກໍ່ເລັ່ງຂຸ້ນຂ້ຽວສ້ອມແປງຈຸດທາງຂາດ ຫວັງໃຫ້ປະຊາຊົນກັບມາໃຊ້ເສັ້ນທາງດັ່ງກ່າວໄດ້ໂດຍໄວ.