ຄາດທຸລະກິດອະສັງຫາລິມະຊັບ ອາດຫົດຕົວແກ່ຍາວຮອດທ້າຍປີ 2020

312

ໃນບົດລາຍງານສະບັບຫຼ້າສຸດຂອງທະນາຄານໂລກ ເມື່ອວັນທີ 20 ພຶດສະພາ 2020 ໃຫ້ຮູ້ວ່າ: ຄາດວ່າການຂະຫຍາຍຕົວທາງເສດຖະກິດຂອງ ສປປ ລາວ ຈະຫຼຸດລົງໃນປີ 2020 ຍ້ອນຜົນກະທົບຂອງພະຍາດ ໂຄວິດ – 19 ເຊິ່ງການເຕີບໂຕຄາດວ່າຢູ່ໃນລະຫວ່າງ 1% ໃນກໍລະນີພື້ນຖານ ແລະ ອາດຫົດຕົວເຖິງລົບ1,8% ໃນກໍລະນີຕໍ່າ ເຊິ່ງການຫຼຸດລົງຂອງເສດຖະກິດແມ່ນສົ່ງຜົນກະທົບສະເພາະໃຫ້ກັບຂະແໜງບໍລິການ – ການທ່ອງທ່ຽວ.


ຜູ້ອຳນວຍການບໍລິສັດ ຊື້ເຊົ່າຂາຍດິນ – ເຮືອນໃຫ້ທັດສະນະວ່າ: ຈາກສະພາບເສດຖະກິດຂອງລາວເຮົາປັດຈຸບັນ ທີ່ມີການຂະຫຍາຍຕົວຊ້າລົງຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ – 19, ລາຄານ້ຳມັນ ແລະ ລາຄາຄຳມີການຜັນຜວນແຮງ ແລະ ເງິນກີບອ່ອນຄ່າ ສົ່ງຜົນໃຫ້ຜູ້ທີ່ເຮັດທຸລະກິດຂະແໜງບໍລິການ ລວມໄປເຖິງການນໍາເຂົ້າ – ສົ່ງອອກສິນຄ້າ ໄດ້ຮັບຜົນກະທົບຢ່າງຫຼີກລຽງບໍ່ໄດ້.

ຄຽງຄູ່ກັນນັ້ນ, ທຸລະກິດອະສັງຫາລິມະຊັບທີ່ມີຖ່ວງທ່າດີຂຶ້ນນັບແຕ່ທ້າຍປີ 2019 ຈົນຮອດຕົ້ນປີ 2020 ກໍຕ້ອງໄດ້ຢຸດສະງັກສົ່ງຜົນໃຫ້ຜູ້ປະກອບການພາຍໃນພົບ ຄວາມຫຍຸ້ງຍາກເຊັ່ນກັນ.
ການປັບຫຼຸດອັດຕາການຂະຫຍາຍຕົວດ້ານເສດຖະກິດ ມັນໄດ້ສົ່ງຜົນຕໍ່ພາກອະສັງຫາລິມະຊັບ ເນື່ອງຈາກສະພາບເສດຖະກິດບໍ່ຄ່ອງຕົວເທົ່າທີ່ຄວນ, ເຮັດໃຫ້ນັກທຸລະກິດບໍ່ກ້າລົງທຶນຫຼາຍ ເພາະຢ້ານທຶນທີ່ລົງໄປຈະຄ້າງຢູ່ດົນ. ຂະນະດຽວກັນ, ປະຊາຊົນມີເງິນອອມບໍ່ຫຼາຍຈະໃຊ້ແຕ່ສິ່ງທີ່ຈໍາເປັນເທົ່ານັ້ນ. ປັດໄຈດັ່ງກ່າວມີຄວາມເປັນໄປໄດ້ທີ່ເຮັດໃຫ້ຂະແໜງອະສັງຫາລິມະຊັບຂະຫຍາຍຕົວຕ່ຳ ເຊິ່ງອາດຈະແກ່ຍາວໄດ້ຈົນເຖິງທ້າຍປີ 2020 ນີ້.


ດ້ານເຈົ້າຂອງທຸລະກິດໂຄງການເຮືອນຈັດສັນ ໃຫ້ຮູ້ວ່າ: ທຸລະກິດເຮືອນຈັດສັນທີ່ໃຫ້ຊື້ ຫຼື ເຊົ່າພື້ນທີ່ໃນໄລຍະຜ່ານມາ ເຫັນວ່າມີການຂະຫຍາຍຕົວຕໍ່ເນື່ອງເພາະການລົງທຶນໃນຂົງເຂດນີ້ມີຫຼາຍ ແລະ ຄວາມຕ້ອງການຂອງສັງຄົມທີ່ມີກໍາລັງຊື້ກໍເພີ່ມຂຶ້ນ, ແຕ່ພາຍຫຼັງໄດ້ຮັບຜົນກະທົບຈາກໂຄວິດ – 19 ກໍເຮັດໃຫ້ຜູ້ປະກອບການຫຼາຍຄົນຕ້ອງພິຈາລະນາໂຄງການຄືນໃໝ່ ເຊັ່ນ: ໂຄງການທີ່ໄດ້ເຊັນສັນຍາໄປແລ້ວ, ໂຄງການທີ່ກໍາລັງສໍາຫຼວດ – ອອກແບບ ແລະ ໂຄງການທີ່ມີຍອດສັ່ງຈອງແລ້ວ ເນື່ອງຈາກສະພາບເສດຖະກິດແບບນີ້ເຮັດໃຫ້ຫຼາຍຄົນຖືເງິນສົດໄວ້ ແລະ ໃຊ້ຈ່າຍຢ່າງລະມັດລະວັງ ຈົນເຮັດໃຫ້ບາງກິດຈະການຖືກຍົກເລີກໄປແບບບໍ່ມີກໍານົດ, ການຂາດທຶນໝູນວຽນ, ໜີ້ສິນທະນາຄານ ແລະ ອື່ນໆ.


ຖ້າຫາກຈະຕັດສິນໃຈລົງທຶນໃສ່ຂະແໜງອະສັງຫາລິມະຊັບ ສຳລັບນັກທຸລະກິດກະເປົ໋າເງິນໜັກແມ່ນມີຄວາມເໝາະສົມທີ່ສຸດ ເພາະສາມາດເກງກໍາໄລໄດ້ຫຼາຍ ຫຼື ຊື້ໄວ້ເພື່ອຂາຍຕໍ່ໃນ 1 – 2 ປີຂ້າງໜ້າ, ແຕ່ຕອນນີ້ພວກເຮົາກໍຍັງຢູ່ໃນສະຖານະການປ້ອງກັນ ແລະ ສະກັດກັ້ນພະຍາດໂຄວິດ – 19 ຍັງບໍ່ຮູ້ວ່າເສດຖະກິດຈະກັບມາຟື້ນຕົວຄືແຕ່ກ່ອນໄດ້ອີກເມື່ອໃດ ຈະຕ້ອງໄດ້ຕິດຕາມໄປນໍາກັນ, “ ເຈົ້າຂອງໂຄງການບ້ານຈັດສັນກ່າວ ”.