ນັກເສດຖະສາດຊີ້ ເສດຖະກິດຈີນກັບມາຂະຫຍາຍຕົວໃນໄຕມາດ 2

106

ສຳນັກຂ່າວຊິນຮວາ ລາຍງານວ່າ: ນັກເສດຖະສາດຈີນລະບຸວ່າ ເສດຖະກິດຂອງ ສປ ຈີນ ກັບມາຂະຫຍາຍຕົວໃນໄຕມາດ 2 ຫຼັງມີຫຼາຍຂະແໜງການມີສັນຍານການຟື້ນຕົວດີຂຶ້ນ, ໃນຂະນະທີ່ການແຜ່ລະບາດຂອງພະຍາດໂຄວິດ – 19 ກໍສາມາດຄວບຄຸມໄດ້ແລ້ວ.


ທ່ານ ຫຼີ ເຊົ່າ ນັກເສດຖະສາດປະຈຳ ບໍລິສັດ ເຈີຊ່າງ ຊີຄຽວຣີຕີ້ ເຊິ່ງເປັນໜຶ່ງໃນບໍລິສັດຫຼັກຊັບຂອງຈີນ ເປີດເຜີຍວ່າ: ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຈີນ ເລີ່ມຂະຫຍາຍຕົວໃນໄຕມາດ 2 ແລະ ອາດຈະຂະຫຍາຍຕົວສູງເຖິງ 6% ໃນໄຕມາດ 3 ແລະ 4 ຫຼັງຈາກທີ່ຕິດລົບໃນໄຕມາດທໍາອິດຂອງປີນີ້.


ທ່ານ ຫຼີ ລະບຸວ່າ: ການຜະລິດ, ການສະໜອງ ລວມທັງການບໍລິໂພກພາຍໃນໄດ້ກັບເຂົ້າສູ່ປົກກະຕິຢ່າງສົມບູນແລ້ວ ເຊິ່ງເຫັນໄດ້ຈາກດັດສະນີຂອງຜູ້ຈັດຊື້ ( PMI ) ໄດ້ເພີ່ມຂຶ້ນ 4 ເດືອນຕິດຕໍ່ກັນ. ຂະນະທີ່ການຜະລິດອຸດສາຫະກຳກໍຟື້ນຕົວຂຶ້ນແລ້ວ. ນອກຈາກນີ້, ຍັງໄດ້ແຮງຍູ້ຈາກການລົງທຶນໃສ່ໂຄງລ່າງພື້ນຖານ ແລະ ອະສັງຫາລິມະຊັບກໍກຳລັງຟື້ນຕົວ ລວມເຖິງການບໍລິໂພກ ແລະ ການສົ່ງອອກກໍເລີ່ມດີຂຶ້ນ.


ຢ່າງໃດກໍຕາມ, ທ່ານ ຫຼີ ໄດ້ຕັ້ງຂໍ້ສັງເກດວ່າ: ຈີນບໍ່ໄດ້ຕັ້ງເປົ້າໝາຍສູ້ຊົນຂອງການເຕີບໂຕດ້ານເສດຖະກິດປີ 2020 ເຊິ່ງສະທ້ອນໃຫ້ເຫັນວ່າຈະບໍ່ມີການທຸ່ມງົບປະມານມະຫາສານໃນການກະຕຸ້ນເສດຖະກິດຄັ້ງໃຫຍ່, ລັດຖະບານຈີນ ມີເປົ້າໝາຍທີ່ຈະປະສານນະໂຍບາຍດ້ານການເງິນ ເພື່ອສ້າງສະຖຽນລະພາບໃນການຈ້າງງານ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ໃນຂະນະດຽວກັນກໍຈະສະໜັບສະໜູນໂຄງການສຳຄັນ ເພື່ອຊ່ວຍເຫຼືອຜູ້ປະກອບການຂະໜາດນ້ອຍ ແລະ ກາງ ໃຫ້ກ້າວພົ້ນຄວາມຫຍຸ້ງຍາກ ນຳພາປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ.