ຍິນດີນໍາ ອ່ອນຄຳ ແກ້ວມະນີ ຖືກແຕ່ງຕັ້ງເປັນ Mister hot men universe Laos 2020

151

ປັດຈຸບັນເວທີການປະກວດຄວາມງາມບໍ່ໄດ້ມີພຽງແຕ່ແມ່ຍິງເທົ່ານັ້ນ ເພາະຕອນນີ້ມີການປະກວດທຸກເພດທຸກໄວ ເວົ້າສະເພາະລາວເຮົາເອງກໍ່ເຊັ່ນດຽວກັນ ມີເວທີການປະກວດທີ່ຫຼາກຫຼາຍ ທັງຍິງ, ຊາຍ, ເພດທາງເລືອກ ແລະ ເດັກນ້ອຍ ໂດຍມີມາດຕະຖານຄັດເລືຶອກທີ່ແຕກຕ່າງກັນ.

ແຕ່ສໍາລັບປີນີ້ ດັ່ງທີ່ທຸກທ່ານຮັບຮູ້ວ່າຍ້ອນສະພາບການລະບາດຂອງພະຍາດໂຄວິດ-19 ທີ່ເຮັດໃຫ້ຫຼາຍເວທີປະກວດໃນປີ 2020 ຕ້ອງໂຈະໄປກ່ອນ ແຕ່ໃນນີ້ກໍ່ມີຫຼາຍເວທີເຊັ່ນກັນທີ່ຄັດເລືອກເອົາບຸກຄົນໃດໜຶ່ງທີ່ມີຄຸນນະພາບພຽງພໍແຕ່ງຕັ້ງຂຶ້ນຮັບຕໍາແໜ່ງໂດຍອັດຕະໂນມັດ ດັ່ງກັບໜຸ່ມໜ້າໃສ ມາດເຂັ້ມ ອ່ອນຄໍາ ແກ້ວມະນີ ທີ່ຖືກແຕ່ງຕັ້ງເປັນ Mister hot men universe Laos 2020 ເພື່ອເປັນຕົວແທນຂອງລາວເຮົາໄປປະກວດຢູ່ບາງກອກປະເທດໄທ.

ແນ່ນອນວ່າໜຸ່ມຄົນນີ້ຫາກໍ່ໄດ້ຮັບຕໍາແໜ່ງໄປເມື່ອວັນທີ 6 ກໍລະກົດທີ່ຜ່ານມາ, ເຊື່ອວ່າຫຼາຍຄົນຍັງບໍ່ທັນຮູ້ຈັກ, ດັ່ງນັ້ນ ມື້ນີ້ທີມງານບັນເທີງຂອງພວກເຮົາໄດ້ສອດສ່ອງພ້ອມນໍາຂໍ້ມູນສ່ວນຕົວເລັກນ້ອຍມາໃຫ້ທຸກທ່ານໄດ້ຮູ້ຈັກໜຸ່ມຄົນນີ້ນໍາກັນ.
ທ້າວ ອ່ອນຄໍາ ແກ້ວມະນີ ຫຼື ລິນຕະ ອາຍຸ 26ປີ, ມີຖິ່ນຖານບ້ານເກີດຢູ່ແຂວງຫຼວງພະບາງ, ເຊິ່ງປັດຈຸບັນກໍາລັງສຶກສາຕໍ່ລະດັບປະລິນຍາຕີສາຂາການເງິນ-ການບັນຊີຢູ່ທີ່ວິທະຍາໄລການເງິນດົງຄໍາຊ້າງ. ຜ່ານມາໜຸ່ມຄົນນີ້ມີຜົນງານການຖ່າຍແບບຈໍານວນບໍ່ໜ້ອຍ ພ້ອມຖ່າຍລະຄອນເພງຈໍານວນໜຶ່ງ.

ຕໍ່ກັບການກຽມຕົວເຂົ້າຮ່ວມປະກວດຢູ່ທີ່ບາງກອກ ໜຸ່ມລິນຕະໃຫ້ຮູ້ວ່າ: ຕ້ອງໄດ້ປັບຕົວເບິ່ງແຍງຕົວເອງຫລາຍກວ່າເກົ່າບໍ່ວ່າຈະເປັນເລື່ອງອອກກຳລັງກາຍ ຮຽນຮູ້ເພີ່ມເຕີມກຽວກັບວັດທະນະທຳລາວເພື່ອນໍາໄປໄປເຜີຍແຜ່ສູ່ສາກົນ ໃຫ້ເຂົາເຈົ້າໄດ້ຮັບຮູ້ວັດທະນະທຳລາວຫຼາຍຂຶ້ນ. ແຕ່ທັງນີ້ທັງນັ້ນ ກໍ່ບໍ່ກ້າຄາດຫວັງຫຍັງຫຼາຍ ແຕ່ຈະພະຍາຍາມເຮັດສຸດຄວາມສາມາດໃຫ້ດີທີ່ສຸດເທົ່າທີ່ຈະເຮັດໄດ້.