ຜົນງານແມ່ຍິງບໍ່ນ້ອຍໜ້າ! ອຸດົມໄຊແຕ່ງຕັ້ງ ທ່ານ ນາງ ຈັນແພງ ບຸນຈະເລີນ ເປັນຜູ້ພິພາກສາຊັ້ນໜຶ່ງ ສານປະຊາຊົນແຂວງ

209

ອີກໜຶ່ງຜົນງານຂອງເອື້ອຍນ້ອງແມ່ຍິງທີ່ປາກົດໃຫ້ເຫັນ ໜ້າຊື່ນຊົມ ແລະ ຍ້ອງຍໍຊົມເຊີຍ ຫຼັງທ່ານ ນາງ ຈັນແພງ ບຸນຈະເລີນ ຜູ້ຊ່ວຍຜູ້ພິພາກສາ ຖືກແຕ່ງຕັ້ງໃຫ້ເປັນຜູ້ພິພາກສາຊັ້ນໜຶ່ງ ສານປະຊາຊົນແຂວງອຸດົມໄຊ ເຊິ່ງນີ້ເປັນສິ່ງສະແດງໃຫ້ເຫັນເຖິງຜົນງານທີ່ປະຕິບັດໄດ້ໃນໄລຍະຜ່ານມາ.

ໃນຕອນເຊົ້າຂອງວັນທີ 8 ກໍລະກົດ 2020 ທີ່ຫ້ອງປະຊຸມສານປະຊາຊົນແຂວງອຸດົມໄຊ ໄດ້ມີພິທີປະກາດແຕ່ງຕັ້ງຜູ້ພິພາກສາຊັ້ນໜື່ງ ສານປະຊາຊົນ ແຂວງອຸດົມໄຊ, ໂດຍໃຫ້ກຽດເຂົ້າຮ່ວມປະດັບຊັ້ນໃຫ້ແກ່ຜູ້ພິພາກສາໃນຄັ້ງນີ້ແມ່ນທ່ານ ຄຳພາ ແສງດາລາ ປະທານສານປະຊາຊົນສູງສຸດ, ໂດຍມີຄະນະປະທານສານແຂວງອຸດົມໄຊ, ມີຕາງໜ້າຈາກອົງການຈັດຕັ້ງທີ່ກ່ຽວຂ້ອງຂອງແຂວງ ແລະ ພະນັກງານຫຼັກແຫຼ່ງພາຍໃນສານປະຊາຊົນແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ການປະກາດແຕ່ງຕັ້ງຜູ້ພິພາກສາຊັ້ນໜຶ່ງ ສານປະຊາຊົນ ແຂວງອຸດົມໄຊ ແມ່ນປະຕິບັດຕາມມະຕິຕົກລົງຂອງຄະນະປະຈຳສະພາແຫ່ງຊາດ ເລກທີ 76/ຄຈປ ລົງວັນທີ 23 ມິຖຸນາ 2020 ວ່າດ້ວຍການແຕ່ງຕັ້ງຜູ້ພິພາກສາຊັ້ນໜື່ງ ຄະນະປະຈໍາສະພາແຫ່ງຊາດຕົກລົງ ແຕ່ງຕັ້ງທ່ານນາງ ຈັນແພງ ບຸນຈະເລີນ ຜູ້ຊ່ວຍຜູ້ພິພາກສາ ເປັນຜູ້ພິພາກສາຊັ້ນໜື່ງ ສານປະຊາຊົນແຂວງອຸດົມໄຊ.

ຂໍ້ມູນຈາກ: Media Laos