ລົດຊາດເຂັ້ມຂຸ້ນ ປາໝຶກເນັ້ນໆ ເມນູ “ຕົ້ມຍຳປາໝຶກຍັດໄສ້”

209

ປາໝຶກໂຕໃຫຍ່ໆ ນ້ຳຊຸບແຊ່ບເຂັ້ມຂຸ້ນ ກັບເມນູ ຕົ້ມຍຳປາໝຶກຍັດໄສ້ ທ໊ອບປິ້ງຈືນກ໊ຽວກອບໆ ຮັບຮອງວ່າຖືກໃຈສາຍຕົ້ມຍຳແຊ່ບໆ ແນ່ນອນ ສ່ວນວັດຖຸດິບ ແລະ ຂັ້ນຕອນ ເຮົາມາເບິ່ງພ້ອມກັນເລີຍ.

ວັດຖຸດິບ

ເຄື່ອງປຸງຕົ້ມຍຳ 2 ກ້ອນ

ປາໝຶກ 600 ກຣາມ

ໝູສັບ 300 ກຣາມ

ພິກໄທບົດ 1 ບ່ວງຊາ

ຊັອດປຸງລົດຊາດ 1 ບ່ວງຊາ

ຫົວສີໄຄ 15 ກຣາມ

ຂ່າ 15 ກຣາມ

ໃບຂີ້ຫູດ 4-5 ໃບ

ນົມຂຸ້ນຈືດ 15 ມິນລິລິດ

ໝາກເຜັດຂີ້ໜູ 15 ກຣາມ

ໝາກນາວ ສຳລັບຕົບແຕ່ງ

ກ໊ຽວກອບ ສຳລັບຕົບແຕ່ງ

ຂັ້ນຕອນປຸງແຕ່ງ

1 ຍັດໄສ້ປາໝຶກ

ປຸງລົດຊາດໝູສັບດ້ວຍ ຊັອດປຸງລົດຊາດ ແລະ ພິກໄທບົດ ຈາກນັ້ນຄົນໃຫ້ເຂົ້າກັນແລ້ວເອົາໄປຍັດໄສ້ປາໝຶກໃຫ້ເຕັມໂຕປາໝຶກ ພ້ອມທັງບັ້ງປາໝຶກໃຫ້ສວຍງາມ.

2 ຕົ້ມປາໝຶກ

ຕັ້ງໝໍ້ຕົ້ມນ້ຳໃຫ້ຟົດ ໃສ່ເຄື່ອງປຸງຕົ້ມຍຳ ຫົວສີໄຄ ຂ່າ ໝາກເຜັດຂີ້ໜູ ເທນົມຂຸ້ນຈືດລົງໄປ ແລ້ວນຳເອົາປາໝຶກທີ່ຍັດໄສ້ລົງໄປຕົ້ມ ດ້ວຍໄຟອ່ອນ ຈົນປາໝຶກສຸກດີ.

3 ຕົບແຕ່ງ ແລະ ຕັກເສີບ

ເມື່ອປາໝຶກສຸກແລ້ວຕັກໃສ່ຖ້ວຍ ພ້ອມທັ້ງຕົບແຕ່ງດ້ວຍໝາກນາວ ແລະ ກ໊ຽວກອບເປັນອັນຮຽບຮ້ອຍ.