ກອງບັນຊາການທະຫານແຂວງສາລະວັນ ສຳເລັດກອງປະຊຸມໃຫຍ່ຂອງຕົນ

199

ໃນວັນທີ 7 ກໍລະກົດ 2020 ນີ້ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກອງບັນຊາການທະຫານແຂວງສາລະວັນ ໄດ້ໄຂຂື້ນ ແລະອັດລົງດ້ວຍຜົນສຳເລັດອັນຈົບງາມຢູ່ທີ່ຫ້ອງປະຊຸມກອງບັນຊາການທະຫານແຂວງໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສາລະວັນ ແລະສະຫາຍ ພົ.ຕ ແອສະໃໝ ເລືອງວັນໄຊ ຄະນະປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໃຫ້ກຽດເຂົ້າຮ່ວມມີຕ່າງໜ້າຈາກກົມຈັດຕັ້ງພັກ, ກົມພະນັກງານ, ກົມໃຫຍ່ການເມືອງກອງທັບກະຊວງປ້ອງກັນປະເທດ, ມີຄະນະຈັດຕັ້ງແຂວງ, ຄະນະກວດກາແຂວງ, ປກສ ແຂວງ, ກອງບັນຊາການທະຫານເມືອງ 8 ຕົວເມືອງ, ມີຄະນະພັກ-ຄະນະກອງບັນຊາການທະຫານແຂວງ, ແຂກຖືກເຊີນ ແລະຜູ້ແທນສົມບູນເຂົ້າຮ່ວມ 108 ສະຫາຍ.

ສະຫາຍ ພົ.ວ ພູວຽງ ລ່ຽມມະວົງສາ ຄະນະປະຈຳພັກແຂວງ ເລຂາຄະນະພັກ ອາດີດຫົວໜ້າການທະຫານກອງບັນຊາການທະຫານແຂວງສາລະວັນກໍ່ໄດ້ຂື້ນຜ່ານບົດລາຍງານການເມືອງ ແລະທິດທາງແຜນການໃນຕໍ່ໜ້າເຊິ່ງໃນໄລຍະຕະຫຼອດ 5 ປີ ຜ່ານມາຄະນະພັກ-ຄະນະນຳກອງບັນຊາການທະຫານແຂວງກໍ່ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນຕາມພະລາບົດບາດ-ສິດ ແລະໜ້າທີ່ ແລະກໍ່ເຫັນໄດ້ວ່າມີຜົນສຳເລັດຫຼາຍດ້ານເປັນຕົ້ນສາມາດສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 90 ບ້ານເພີ້ມຂື້ນ 15 ບ້ານ, ຄອບຄົວປ້ອງກັນຊາດເຂັ້ມແຂງໄດ້ 13 ພັນກວ່າຄອບຄົວ, ເພີ້ມຂື້ນ 3 ພັນກວ່າຄອບຄົວ.

ນອກຈາກນັ້ນກໍ່ຍັງໄດ້ເອົາໃຈໃສ່ວຽກງານກໍ່ສ້າງພັກ, ກໍ່ສ້າງພະນັກງານ ແລະອົງການຈັດຕັ້ງມະຫາຊົນໂດຍຍຶດໜັ້ນຕາມ 5 ຫຼັກການ 3 ທິດນຳຂອງພັກ, ຕິດພັນກັບຂະບວນການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜັ້ນ, ເສີມຂະຫຍາຍບົດບາດການນຳພາ ແລະເຕົ້າໂຮມຄວາມສາມະຄີຈິ່ງເຮັດໃຫ້ການຈັດຕັ້ງພັກແຕ່ລະຂັ້ນມີການຂະຫຍາຍຕົວເຂັ້ມແຂງທາງດ້ານປະລິມານ ແລະຄຸນນະພາບ, ພ້ອມນັ້ນກໍ່ໄດ້ເອົາໃຈໃສ່ໃນວຽກງານກໍ່ສ້າງພະນັກງານ.

ທິດທາງຕໍ່ໜ້າສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານ ແລະເດັດດຽວຕ້ານ ແລະສະກັດກັ້ນປະກົດການທຸກກົນອຸບາຍຂອງສັດຕູທີ່ຫວັງມ້າງເພ, ພ້ອມທັງປະກົດການຫຍໍ້ທໍ້ໃນສັງຄົມ, ທັງນີ້ກໍ່ເພື່ອເຮັດໃຫ້ແຂວງມີຄວາມສະຫງົບໜັກແໜ້ນໂດຍການຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ, ເພີ້ມທະວີການນຳພາຂອງພັກດ້ວຍການສຶກສາອົບຮົມການເມືອງແນວຄິດຕໍ່ຖັນແຖວພະນັກງານ. ສະມາຊິກພັກ, ສ້າງໃຫ້ມີຖັນແຖວພະນັກງານສືບທອດປ່ຽນແທນ ແລະເພີ້ມທະວີການຫັດແອບການເມືອງ, ການທະຫານ, ພະລາທິການ ແລະເຕັກນິກ, ເຊີດຊູນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ຈາກນັ້ນກອງປະຊຸມກໍ່ໄດ້ໃຊ້ສິດປະຊາທິປະໄຕດ້ວຍການປ່ອນບັດຄັດເລືອກເອົາເລຂາ, ຮອງເຂາ ແລະຄະນະພັກຊຸດໃໝ່ເຊິ່ງມີຜູ້ສະໜັກທັງໝົດ 13 ສະຫາຍ, ເລືອກ 11 ສະຫາຍ, ຜ່ານການປ່ອນບັດຄັດເລືອກ ແລະກອງປະຊຸມປະຖົມມາລຶກໄດ້ຕົກລົງເຫັນດີເລືອກເອົາຄະນະປະຈຳພັກ, ເລຂາພັກ, ຮອງເລຂາພັກ, ປະທານກວດກາ ແລະຮອງປະທານກວດກາຄື: ຄະນະປະຈຳພັກມີສະຫາຍ ພັ.ອ ພູວັນ ພີມມະຈັນ ເປັນຄະນະປະຈຳພັກ ທັງເປັນເລຂາຄະນະພັກ ແລະເລືອກເອົາສະຫາຍ ພັ.ອ ສຳລີ ແກ້ວວົງສອງ ເປັນຄະນະປະຈຳພັກ ທັງເປັນຮອງເລຂາຄະນະພັກ ແລະໄດ້ເລືອກເອົາສະຫາຍ ພັ.ອ ໂສພາ ໂພໄຊຍະວົງ ເປັນຄະນະປະຈຳພັກ ທັງເປັນປະທານກວດກາພັກ ແລະໄດ້ເລືອກເອົາສະຫາຍ ພັ.ທ ຫຸມພັນ ທັກຂິນ, ສະຫາຍ ພັ.ຕ ພອນໄຊ ສຸກສະໃໝ ເປັນຮອງປະທານກວດກາ, ພ້ອມນັ້ນກອງປະຊຸມຍັງໄດ້ມີການປ່ອນບັດຄັດເລືອກເອົາຜູ້ແທນສົມບູນສຳຮອງໄປຮ່ວມກອງປະຊຸມໃຫຍ່ຂັ້ນເທີງຕື່ມອີກເຊີ່ງມີຜູ້ສະໜັກ 19 ສະ ຫາຍເລືອກເອົາ 15 ສະຫາຍ

ພາບ-ຂ່າວ: ສິດຕາ ເພັດວົງສາ