3 ພາກສ່ວນຮ່ວມຈັດກິດຈະກໍາບໍລິຈາກເລືອດ ສະຫຼອງ 2 ວັນສໍາຄັນ

110

ເນື່ອງໃນໂອກາດຄົບຮອບ 5 ປີ ສູນການຄ້າວຽງຈັນເຊັນເຕີ ຮ່ວມກັບສູນເລືອດແຫ່ງຊາດ ແລະ ສະຫະພັນແມ່ຍິງລາວ ໄດ້ຈັດກິດຈະກຳບໍລິຈາກເລືອດພາຍໃຕ້ໂຄງການ ໃຈອາສາບໍລິຈາກເລືອດປີທີ 5 ແລະ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ ພາຍໃຕ້ຄຳຂວັນ 65 ປີມີໄຊ ຮ່ວມບໍລິຈາກເລືອດຕ້ານໂຄວິດ ແລະ ໄຂ້ຍຸງລາຍ.

ກິດຈະກໍາດັ່ງກ່າວຈັດຂຶ້ນໃນວັນທີ 7 ກໍລະກົດ 2020 ທີ່ສູນການຄ້າວຽງຈັນເຊັນເຕີ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ອໍລະໄທ ສັນຕິຄົງຄາ ຮອງປະທານບໍລິສັດ ພັດທະນາສູນເສດຖະກິດການຄ້າຄົບວົງຈອນໜອງຈັນຕອນເໜືອຈຳກັດ, ມີ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສະຫະພັນແມ່ຍິງລາວ, ທ່ານ ສຈ.ດຣ ສິງ ເມໂນລາດ ຮອງປະທານອົງການກາແດງລາວ ພ້ອມດ້ວຍພະນັກງານ, ທະຫານ-ຕຳຫຼວດ, ນັກຮຽນ-ນັກສຶກສາ ຕະຫຼອດຮອດພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ອໍລະໄທ ສັນຕິຄົງຄາ ກ່າວວ່າ: ກິດຈະກຳບໍລິຈາກເລືອດນີ້ ຈັດຂຶ້ນເນື່ອງໃນໂອກາດສະຫຼອງຄົບຮອບ 5 ປີສູນການຄ້າວຽງຈັນເຊັນເຕີ ແລະ ຈັດຂຶ້ນເປັນປີທີ 5 ຕິດຕໍ່ກັນແລ້ວຈຸດປະສົງເພື່ອໃຫ້ມວນຊົນສ້າງບຸນກຸສົນໂດຍການບໍລິຈາກເລືອດຊ່ວຍຄົນເຈັບທີ່ກຳລັງຂາດເລືອດ ແລະ ລໍຖ້າຄວາມຊ່ວຍເຫຼືອ. ພ້ອມນັ້ນ, ກໍ່ເປັນການສຳຮອງເລືອດໄວ້ຍາມສຸກເສີນໃຫ້ກັບສູນເລືອດອີກດ້ວຍ ເຊິ່ງພາຍໃນງານທາງສູນການຄ້າວຽງຈັນເຊັນເຕີ ກໍ່ໄດ້ຮ່ວມກັບຮ້ານແບຣນສິນຄ້າຊັ້ນນຳ ແຈກໂຊກຄືນກຳໄລໃຫ້ແກ່ລູກຄ້າຫຼາຍກວ່າ 130 ລ້າງວັນ ມູນຄ່າ 280 ລ້ານກວ່າກີບ.

ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກ່າວວ່າ: ການຈັດກິດຈະກຳບໍລິຈາກເລືອດແບບເປີດກວ້າງຂຶ້ນນີ້ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 65 ປີ (20 ກໍລະກົດ 1955 ຫາ 20 ກໍລະກົດ 2020) ທີ່ຈະມາເຖິງໃຫ້ມີຄວາມໝາຍຄວາມສໍາຄັນຢ່າງເລິກເຊິ່ງ, ເພື່ອສືບຕໍ່ພາລະກິດປະຕິວັດ ອັນຍິ່ງໃຫຍ່ຂອງເອື້ອຍນ້ອງແມ່ຍິງລາວ ທີ່ເຄີຍມີມູນເຊື້ອພິລະອາດຫານ ເຂົ້າໃນການຕໍ່ສູ້ກູ້ຊາດ ຄຽງບ່າຄຽງໄຫຼ່ກັບອ້າຍນ້ອງເພດຊາຍມາແລ້ວ ແລະ ມາຮອດປະຈຸບັນເອື້ອຍນ້ອງແມ່ຍິລາວ ກໍ່ຍັງເປັນກຳລັງແຮງທີ່ໄວ້ໃຈໄດ້ ໃນການປະກອບສ່ວນສ້າງສາພັດທະນາປະເທດຊາດ ຢູ່ໃນທຸກຂົງເຂດຂອງວຽກງານ. ເອື້ອຍນ້ອງແມ່ຍິງສະແດງອອກ ກ້າເຮັດກ້າທຳ ແລະ ກ້າຮັບຜິດຊອບ ແລະ ມີໝາກຜົນສໍາເລັດ.

ພ້ອມນີ້, ທ່ານ ສຈ.ດຣ ສິງ ເມໂນລາດ ກ່າວວ່າ: ເລືອດເປັນສິ່ງທີ່ມີຄວາມຈຳເປັນຕໍ່ມວນມະນຸດເຮົາ ຊຶ່ງໃນແຕ່ລະມື້ ຜູ້ເຈັບເປັນຕ້ອງການເລືອດເພື່ອການປິ່ນປົວແມ່ນມີສູງພໍສົມຄວມ ໝາຍຄວາມວ່າໃນແຕ່ລະມື້ ສູນເລືອດແຫ່ງຊາດ ແລະ ບັນດາສູນເລືອດແຂວງທົ່ວປະເທດຕ້ອງໄດ້ຈັດຫາ ແລະ ສະໜອງເລືອດໃຫ້ແກ່ຄົນເຈັບຢ່າງໜ້ອຍມື້ລະ 300-400 ຖົງ/ມື້ ຢ່າງເປັນປະຈຳ ຊຶ່ງມີທັງສຸກເສີນກະທັນ ແລະ ຕ້ອງການປິ່ນປົວດ້ວຍເລືອດ.