ຊົມເຊີຍ! ຫຼວງນໍ້າທາ ເຂັ້ມງວດກວດທຽບໝໍ້ວັດແທກນໍ້າປະປາເບິ່ງຄວາມເປັນທຳໃຫ້ປະຊາຊົນ

199

ເພື່ອຮັບປະກັນໄດ້ ໃຫ້ພໍ່ແມ່ປະຊາຊົນໄດ້ຊົມໃຊ້ສິ່ງທີ່ໄດ້ມາດຕະຖານ ບໍ່ຖືກເອົາລັດເອົາປຽບຈາກກົງເຕີນ້ຳພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ຫຼວງນ້ຳທາ ໄດ້ເຂັ້ມງວດກວດທຽບໝໍ້ວັດແທກນໍ້າປະປາໃຫ້ໄດ້ມາດຖານກ່ອນລົງຕິດຕັ້ງໃຫ້ປະຊາຊົນໃນ 15ບ້ານ, ທັງນີ້ກໍ່ເພື່ອປະຕິບັດຕາມ ກົດໝາຍວ່າດ້ວຍການວັດແທກ, ກົດໝາຍວ່າດ້ວຍມາດຕະຖານ ແລະ ກົດໝາຍວ່າດ້ວຍປົກປ້ອງຜູ້ຊົມໃຊ້.

ໃນເດືອນມິຖຸນາມາ, ຢູ່ທີ່ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ ຫຼວງນ້ຳທາ, ຂະແໜງມາດຕະຖານ ແລະ ວັດແທກ ຮ່ວມກັບ ລັດວິສາຫະກິດນ້ຳປະປາ ແຂວງຫຼວງນ້ຳທາ ໄດ້ກວດທຽບມາດຕະຖານໝໍ້ວັດແທກນ້ຳປະປາຂັ້ນຕົ້ນກ່ອນການລົງຕິດຕັ້ງໃນອັດຕາສ່ວນ 3% ຂອງຈຳນວນທັງໝົດ 4.300 ໜ່ວຍ ຂອງໂຄງການສຸຂະພິບານພາກເໜືອ.

ຜ່ານການກວດທຽບເຫັນວ່າໝໍ້ວັດແທກນ້ຳປະປາດັ່ງກ່າວ ແມ່ນຖືກຕ້ອງຕາມຄ່າມາດຕະຖານທີ່ໄດ້ກຳນົດໄວ້ ດັ່ງນັ້ນ, ຈຶ່ງໄດ້ຕິດສະຕິກເກີຢັ້ງຢືນຄວາມຖືກຕ້ອງ ເພື່ອນຳໄປຕິດຕັ້ງໃນ 15 ບ້ານ ຂອງ ເມືອງຫຼວງນ້ຳທາ ຄື: ບ້ານ ໄຊສົມບູນ, ບ້ານ ອຸດົມສິນ, ບ້ານ ໂພນໄຊ, ບ້ານ ວຽງຄຳ, ບ້ານ ໜອງບົວວຽງ, ບ້ານ ຫົວຂົວ, ບ້ານ ດອນສຳພັນ, ບ້ານ ທົງອົ້ມ, ບ້ານ ນ້ຳຈ້າງ, ບ້ານ ວຽງທອງ, ບ້ານ ນາຫອມ, ບ້ານ ວຽງເງິນ, ບ້ານ ທົງໄຈເໜືອ, ບ້ານ ທົງໄຈໃຕ້ ແລະ ບ້ານ ຫາດຍາວ.

ຂໍ້ມູນຈາກ: ໜັງສືພິມວິທະຍາສາດ ແລະ ການພັດທະນາ