ລູກຫຼານຄວນຮູ້ 8 ເຕັກນິກຮຽນແບບໃດໃຫ້ເກັ່ງ

182

8 ເຕັກນິກຈະຊ່ວຍໃຫ້ນ້ອງໆນັກຮຽນສອບເສັງໄດ້ຄະແນນສູງໆ ພຽງແຕ່ຕ້ອງຂະຫຍັນ, ເອົາໃຈໃສ່ບົດຮຽນໃຫ້ຫຼາຍ ແລະ ຕັ້ງເປົ້າສຳລັບທຸກຢ່າງທີ່ຄິດຢາກຈະເຮັດ. ສຳລັບ 8 ເຕັກນິກທີ່ຈະເຮັດໃຫ້ນ້ອງໆນັກຮຽນໆເກັ່ງ ຄື:
1. ນອກຈາກຈະຕ້ອງທຳຄວາມເຂົ້າໃຈກັບບົດຮຽນເມື່ອຢູ່ໃນຫ້ອງຮຽນແລ້ວ ກໍຕ້ອງພະຍາຍາມເຮັດແບບຝຶກຫັດດ້ວຍຕົວເອງຈາກຄວາມເຂົ້າໃຈ ແລະ ກ່ອນສອບເສັງ ສອງອາທິດຕ້ອງກັບມາທົບທວນທັງໝົດອີກຄັ້ງເປັນເຕັກນິກຮຽນເກັ່ງງ່າຍໆ.


2. ວາງແຜນການອ່ານປຶ້ມໂດຍອ້າງອີງຈາກຕາຕະລາງສອບເສັງທີ່ໄດ້ຮັບມາຈາກທາງໂຮງຮຽນຈະເຮັດໃຫ້ຮູ້ວ່າຄວນອ່ານວິຊາໃດໃນແຕ່ລະມື້ ແລະ ແນະນຳໃຫ້ອ່ານວິຊາທີ່ງ່າຍ ແລະ ຍາກສະຫຼັບກັນໄປ ເນື່ອງຈາກຫາກອ່ານວິຊາທີ່ງ່າຍກ່ອນຈະເຮັດໃຫ້ວິຊາທີ່ຍາກມາລວມຢູ່ບ່ອນດຽວກັນ ແລະ ອາດຈະເຮັດໃຫ້ເກີດຄວາມຄຽດຈົນບໍ່ຢາກອ່ານປຶ້ມ.


3. ໃນຂະນະທີ່ອ່ານປຶ້ມໃຫ້ຈົດສ່ວນສຳຄັນອອກມາເປັນຂໍ້ໆ ເຕັກນິກຮຽນເກັ່ງເຕັກນິກນີ້ເຮັດໃຫ້ເວລາກັບມາອ່ານອີກຮອບຈະໄດ້ອ່ານສະເພາະຫົວຂໍ້ທີ່ສຳຄັນໆທີ່ຄາດວ່າຈະອອກສອບເສັງ ໂດຍເລີ່ມຈາກຫົວຂໍ້ໃຫຍ່ໆແລ້ວຄ່ອຍໆໄລ່ລົງມາເປັນຫົວຂໍ້ຍ່ອຍໆຕາມລຳດັບ.
4. ຫາຫຼັກການສະເພາະຕົວ ດ້ວຍການຫາສິ່ງອ້າງອີງທີ່ຄິດວ່າຕົວເອງຈະສາມາດຈື່ໄດ້ ເຊັ່ນ: ຕົວຫຍໍ້ ແລະ ສາມາດຈື່ໄດ້ຢ່າງຖືກຕ້ອງ ເພາະເມື່ອໃດທີ່ເຫັນຂໍ້ສອບຈະຄິດເຖິງຕົວຫຍໍ້ເຫຼົ່ານີ້ທັນທີ ແຕ່ຂໍ້ຄວນລະວັງຄືຢ່າໃຫ້ຕົວຫຍໍ້ເຫຼົ່ານັ້ນມາຕີກັນເອງ ເພາະອາດເຮັດໃຫ້ຄວາມຈື່ຈຳສະຫຼັບກັນໄປ – ມາ.


5. ເຕັກນິກຮຽນເກັ່ງ ໂດຍພະຍາຍາມຢ້ຳສິ່ງທີ່ອ່ານມາຢູ່ຕະຫຼອດເພື່ອກັນລືມ ຫຼື ຖ້າຫາກລືມສາມາດກັບໄປອ່ານໃໝ່ໃນສ່ວນທີ່ລືມ ອ່ານເລື້ອຍໆກໍຈະຈື່ໄດ້ເອງ.
6. ເບິ່ງແນວຂໍ້ສອບຈາກແບບຝຶກຫັດທີ່ເຄີຍເຮັດ ລອງນຳແບບຝຶກຫັດທີ່ເຄີຍເຮັດມາລອງເຮັດອີກຄັ້ງກ່ອນສອບເສັງ ເພາະແບບຝຶກຫັດເຫຼົ່ານັ້ນກໍຄືແນວຂໍ້ສອບນັ້ນເອງ ເວລາເຮັດບົດຝຶກຫັດສຳເລັດທັງໝົດແລ້ວຄ່ອຍເປີດເບິ່ງຄຳຕອບ ເພາະຈະໃຫ້ຮູ້ວ່າຈຸດໃດທີ່ເຂົ້າໃຈແລ້ວ ຫຼື ບ່ອນທີ່ຍັງບໍ່ເຂົ້າໃຈຈະໄດ້ໄປຫັດຈື່ຈຳໃນສ່ວນນັ້ນ ຈຸດນີ້ຖືເປັນເຕັກນິກການຮຽນເກັ່ງຂອງຄົນເກ່ງຫຼາຍໆຄົນເຄີຍເຮັດມາແລ້ວ.


7. ຫຍໍ້ສິ່ງທີ່ອ່ານທັງໝົດອີກຄັ້ງເພື່ອໃຫ້ຈື່ໄດ້ງ່າຍໆສະດວກ ເຊັ່ນ: ມີວຽກຕ້ອງອອກໄປນອກ ແຕ່ກໍຍັງມີແຜ່ນເຈ້ຍນ້ອຍໆຕິດມືສຳລັບທົບທວນບົດຮຽນ.
8. ໝູ່ເພື່ອນຊ່ວຍໄດ້ສະເໝີ ໃຫ້ລອງເດີນໄປຫາກຸ່ມເພື່ອນຮ່ວມຊັ້ນ ເພື່ອຟັງທ່າອ່ຽງວ່າອາຈານຈະອອກຂໍ້ສອບໃນສ່ວນໃດແດ່ ເພາະບາງຄັ້ງອາດຈະບໍ່ໄດ້ຈົດ ຫຼື ຟັງບໍ່ທັນໃນຂະນະທີ່ອາຈານເວົ້າບາງເລື່ອງທີ່ບໍ່ໄດ້ຈົດ ຫຼື ອາຈານສອນໃນມື້ທີ່ບໍ່ໄດ້ມາຮຽນກໍສາມາດຂໍແບ່ງຈາກໝູ່ເພື່ອນໄດ້.


( ໂດຍ: ສົມລົດ )
( ທີ່ມາ: www.tewfree.com/8 )