ອາເມຣິກາ ກຽມຢຶດເຮືອບັນທຸກນ້ຳມັນອີຣານ ອ້າງລະເມີດກົດຂວ້ຳບາດເວເນຊູເອລາ

94
Photo By Abdolreza Mohseni

ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງຍຸຕິທໍາສະຫະລັດອາເມຣິກາ ໄດ້ຍື່ນຄຳຮ້ອງຕໍ່ສານໃນນະຄອນຫຼວງວໍຊິງຕັນ ເພື່ອໃຫ້ສານມີຄຳສັ່ງອາຍັດນ້ຳມັນ ຈຳນວນ 1,1 ລ້ານບາເຣວ ຈາກເຮືອບັນທຸກນ້ຳມັນ 4 ລຳ ຂອງອີຣານ ທີ່ບັນທຸກນ້ຳມັນໄປຍັງເວເນຊູເອລາ.


ກະຊວງຍຸຕິທຳຂອງສະຫະລັດ ອ້າງວ່າ: ເຮືອບັນທຸກນ້ຳມັນທັງ 4 ລຳດັ່ງກ່າວ ເປັນຂອງ ທ່ານ ມາໝຸດ ມານານີປູ ມະຫາເສດຖີຊາວອີຣານ ເຊິ່ງມີສາຍພົວພັນກັບກອງກຳລັງຜູ້ພິທັກປະຕິວັດອີຣານ ຫຼື IRGC ໂດຍ ທ່ານ ມາໝຸດ ມີຊື່ຢູ່ໃນບັນຊີດຳຂອງສະຫະລັດທີ່ລະເມີດກົດຂວ້ຳບາດເວເນຊູເອລາ ຂອງສະຫະລັດ.


ຕາມກົດໝາຍຂອງສະຫະລັດ ລະບຸໄວ້ວ່າ: ການຢຶດສິນຄ້າຈະເກີດຂຶ້ນໄດ້ກໍຕໍ່ເມື່ອເຮືອບັນທຸກສິນຄ້າເຫຼົ່ານັ້ນລະເມີດນ່ານນ້ຳຂອງສະຫະລັດເທົ່ານັ້ນ ແຕ່ເຮືອບັນທຸກນ້ຳມັນຂອງອີຣານ ທັງ 4 ລຳນັ້ນ ບໍ່ໄດ້ຜ່ານ່ານນ້ຳຂອງສະຫະລັດແຕ່ຢ່າງໃດ. ແຕ່ສະຫະລັດຫວັງວ່າຈະອາໄສອໍານາດກົດໝາຍຮິບຊັບ ຕາມກົດໝາຍຟອກເງິນເຂົ້າມາຈັດການເລື່ອງດັ່ງກ່າວ ແລະ ຫວັງວ່າຈະໄດ້ຮັບການສະໜັບສະໜູນຈາກນາໆປະເທດ.


ເມື່ອປີຜ່ານມາ ສະຫະລັດກໍໄດ້ມີພຶດຕິກຳຄ້າຍຄືກັນກັບຄັ້ງນີ້ ໂດຍໄດ້ສັ່ງຢຶດນ້ຳມັນດິບ 2,1 ລ້ານບາເຣວ ມູນຄ່າ 130 ລ້ານໂດລາສະຫະລັດ ຈາກເຮືອບັນທຸກນ້ຳມັນຂອງອີຣານ ເຊິ່ງໄດ້ອາຍັດນ້ຳມັນໄວ້ດົນກວ່າ 1 ເດືອນ ແຕ່ສຸດທ້າຍເຮືອບັນທຸກນ້ຳມັນດັ່ງກ່າວກໍສາມາດຂົນສົ່ງນ້ຳມັນໄປເຖິງຈຸດໝາຍປາຍທາງກໍຄື ເຖິງຊີເຣຍໄດ້ສຳເລັດ.