ຈີນ ກຽມປິດຕະຫຼາດຂາຍສັດປີກທີ່ຍັງມີຊີວິດຢູ່ສະກັດໂຄວິດ – 19

87
--FILE--Live chickens are for sale in a cage at a free market in Jiangmen city, south China's Guangdong province, 1 March 2015. Guangdong Province reported two cases of human H5N6 bird flu. One was dead and one was in critical condition. These two cases were the world's 5th and 6th case of human's infection of the deadly virus, Guangdong health authority reported Monday (4 January 2016). The death case was a 26-year-old woman living in Shenzhen. She was hospitalized on December 28 and died two days later. The patient's quick death was because she didn't visit hospital in time and went to the hospital until she was seriously sick, according to Shenzhen Center for Disease Control and Prevention. Investigation found the patient had a history of contact with live poultry, the same with other five cases. Another case was a 40-year-old woman living in Zhaoqing city. She was reported on January 1.

ສຳນັກຂ່າວຊິນຮວາລາຍງານວ່າ: ທ່ານ ເສິນ ຊາວີ ເຈົ້າໜ້າທີ່ສຳນັກງານຄຸ້ມຄອງຕະຫຼາດແຫ່ງລັດ ເປີດເຜີຍວ່າ: ຈີນ ຈະສັ່ງປິດຕະຫຼາດຂາຍສັດປີກທີ່ຍັງມີຊີວິດຢູ່ທັງໝົດຕາມຂັ້ນຕອນ ເພື່ອຫຼຸດຄວາມສ່ຽງດ້ານສາທາລະນະສຸກ ຫຼັງເກີດການລະບາດຂອງພະຍາດໂຄວິດ – 19 ຮອບໃໝ່ໃນຫຼາຍພື້ນທີ່.


ທ່ານ ເສີນ ຍັງກ່າວວ່າ: ຈີນຈະປາບປາມການຄ້າ – ຂາຍສັດປ່າທີ່ຜິດກົດໝາຍ ແລະ ຫ້າມບໍລິໂພກສັດປ່າ, ພ້ອມທັງກຳນົດຂໍ້ຈຳກັດການຄ້າ – ຂາຍສັດປີກທີ່ຍັງມີຊີວິດຢູ່ຕາມທ້ອງຕະຫຼາດ. ພ້ອມລະບຸວ່າເຈົ້າໜ້າທີ່ກ່ຽວຂ້ອງຂອງລັດ ຈະຍົກລະດັບການຄວບຄຸມຕະຫຼາດກະສິກຳ ເພື່ອຄວາມປອດໄພທາງດ້ານອາຫານ.


ທ່ານ ຫູ ຈ້ຽນຜິ້ງ ເຈົ້າໜ້າທີ່ກະຊວງການຄ້າຂອງ ສປ ຈີນ ກ່າວວ່າ: ຈີນມີຕະຫຼາດກະສິກຳ 44 ພັນແຫ່ງໃນທົ່ວປະເທດ. ໃນນັ້ນ, ຕະຫຼາດຂາຍສົ່ງຫຼາຍກວ່າ 4.100 ແຫ່ງ, ຜົນຜະລິດດ້ານກະສິກຳ ປະມານ 70% ຖືກກະຈາຍຜ່ານຕະຫຼາດຂາຍສົ່ງ ເຊິ່ງເປັນຊ່ອງທາງຫຼັກໃນການຈຳໜ່າຍສິນຄ້າກະສິກຳ.


ແນວໃດກໍຕາມ, ທ່ານ ຫູ ຈ້ຽນຜິ້ງ ຍັງກ່າວເພີ່ມຕື່ມວ່າ: ຕະຫຼາດກະສິກຳທັງຂາຍສົ່ງ ແລະ ຂາຍຍ່ອຍ ຊ່ວຍຮັບປະກັນໃນການສະໜອງສິນຄ້າບໍລິໂພກຢ່າງພຽງພໍກັບຄວາມຕ້ອງການຂອງສັງຄົມ ແລະ ຕະຫຼາດເຫຼົ່ານີ້ຍັງຄົງເປີດໃຫ້ບໍລິການຕາມປົກກະຕິ ທ່າມກາງການແຜ່ລະບາດຂອງພະຍາດໂຄວິດ – 19.