ທະນາຄານຢູ່ແຂວງເຊກອງ ປ່ອຍສິນເຊື່ອໄດ້ 170 ຕື້ກວ່າກີບ

160

ບັນດາທະນາຄານຢູ່ແຂວງເຊກອງ ໄດ້ເອົາໃຈໃສ່ພັດທະນາຮູບແບບການບໍລິການ ເພື່ອລະດົມເງິນຝາກ ແລະ ຕອບສະໜອງການປ່ອຍສິນເຊື່ອດ້ວຍຫຼາຍຮູບແບບ ເພື່ອເປັນກໍາລັງແຮງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໂດຍໃນ 4 ເດືອນຜ່ານມາ ສາມາດປ່ອຍສິນເຊື່ອໄດ້ 170 ຕື້ກວ່າກີບ.

ຕາມການລາຍງານຂອງ ທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງ ເມື່ອບໍ່ດົນນີ້ວ່າ: ເພື່ອແນໃສ່ເພີ່ມທະວີການມີສ່ວນຮ່ວມໃນການພັດທະນາຊົນນະບົດ, ລຶບລ້າງ ຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ລວມທັງການພັດທະນາພື້ນຖານໂຄງລ່າງ, ເສດຖະກິດ ແລະ ວັດທະນະທໍາ – ສັງຄົມຂອງແຂວງໃຫ້ມີການຂະຫຍາຍຕົວຕໍ່ເນື່ອງ ແລະ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ເຊິ່ງບັນດາທະນາຄານສາຂາແຂວງເຊກອງ ເຊັ່ນ: ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກໍາ, ທະນາຄານນະໂຍບາຍ ແລະ ອື່ນໆ ໄດ້ສຸມໃສ່ພັດທະນາຮູບແບບການບໍລິການໃຫ້ມີຄວາມສະດວກ, ວ່ອງໄວ, ທັນສະໄໝ ແລະ ການເຂົ້າເຖິງລູກຄ້າ. ທັງນີ້, ກໍເພື່ອລະດົມເງິນຝາກ ແລະ ຕອບສະໜອງການປ່ອຍສິນເຊື່ອໃຫ້ພຽງພໍກັບຄວາມຕ້ອງການຂອງລູກຄ້າ.

ຜ່ານການປະຕິບັດຕະຫຼອດ 4 ເດືອນຜ່ານມາ ເຫັນວ່າບັນດາສາຂາທະນາຄານຢູ່ແຂວງເຊກອງ ສາມາດປ່ອຍສິນເຊື່ອໄດ້ 173,42 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ 74,66% ແລະ ກວມເອົາ 41,27% ຂອງຄວາມຕ້ອງການທຶນທັງໝົດ. ການປ່ອຍສິນເຊື່ອຂອງທະນາຄານແມ່ນນອນໃນ 6 ຂະແໜງ ຄື: ຂະແໜງກະສິກໍາ – ປ່າໄມ້, ການກໍ່ສ້າງພື້ນຖານໂຄງລ່າງ, ການຄ້າ, ອຸດສາຫະກໍາ, ຂົນສົ່ງ – ໄປສະນີ ແລະ ຂະແໜງການບໍລິການ.
ສ່ວນແຜນການໃນຕໍ່ໜ້າ.

ທ່ານຮອງເຈົ້າແຂວງເຊກອງ ກ່າວວ່າ: ບັນດາທະນາຄານຢູ່ແຂວງເຊກອງ ຈະພັດທະນາຮູບແບບການບໍລິການໃຫ້ໄປເຖິງລູກຄ້າໃຫ້ມີຄວາມວ່ອງໄວ, ຮັບປະກັນເລື່ອງຄຸນນະພາບ, ເອົາໃຈໃສ່ລະດົມເງິນຝາກ ແລະ ປ່ອຍສິນເຊື່ອໃຫ້ໄດ້ຕາມແຜນການ ໂດຍເລັ່ງໃສ່ໂຄງການພັດທະນາຊົນນະບົດ, ລຶບລ້າງຄວາມທຸກຍາກ, ການພັດທະນາພື້ນຖານໂຄງລ່າງ, ການສົ່ງເສີມການຜະລິດເປັນສິນຄ້າ – ການບໍລິການຂອງຄົວເຮືອນ, ກຸ່ມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ສ້າງວຽກເຮັດງານທໍາ, ສ້າງລາຍໄດ້ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຕາມແນວທາງນະໂຍບາຍຂອງພັກ – ລັດວາງອອກ.