6 ກໍລະກົດ ປອດເຊື້ອເຊັ່ນເຄີຍຫຼັງກວດຕົວຢ່າງ 378 ຄົນຜົນລ້ວນເປັນລົບ

61

ອີກພຽງບໍ່ເທົ່າໃດມື້ກໍ່ຈະຄົບ 3 ເດືອນແລ້ວ ທີ່ ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19, ຫຼ້າສຸດວັນທີ 6 ກໍລະກົດ​ 2020 ໄດ້ເກັບຕົວຢ່າງມາກວດຫາເຊື້ອທັງໝົດ 378 ຄົນ ຜົນກວດລ້ວນເປັນລົບ. ຂະນະດຽວກັນ ສະພາບການລະບາດໃນທົ່ວໂລກກັບຍັງໜ້າຫ່ວງ ເນື່ອງຈາກຕົວເລກຜູ້ຕິດເຊື້ອເພີ່ມສູງຂຶ້ນທຸກມື້ ໂດຍຫຼ້າສຸດຢູ່ທີ່ 11,7 ລ້ານກວ່າຄົນ.

ໃນວັນທີ 7 ກໍລະກົດ 2020 ທີ່ກະຊວງສາທາລະນະສຸກ  ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ, ຮອງຫົວໜ້າ ກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວ ແລະ ທົ່ວໂລກ ໂດຍມີສື່ມວນຊົນເຂົ້າຮ່ວມ.

ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ໃຫ້ຮູ້ວ່າ: ສໍາລັບການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 06 ກໍລະກົດ 2020 ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ, ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 1.809 ຄົນ, ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ສ່ວນການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 6 ກໍລະກົດ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 378 ຄົນ, ໃນນັ້ນແຮງງານລາວມາແຕ່ໄທ 229 ຄົນ, ແຮງງານຈີນ 101 ຄົນ, ກໍລະນີສົງໄສ 47 ຄົນ ແລະ ຜູ້ປິ່ນປົວຫາຍດີກັບມາກວດຄືນ ພາຍຫຼັງຄົບກຳນົດຈຳກັດບໍລິເວນ 28 ວັນ 01 ຄົນ (ນ້ຳເບີ 07); ເຊິ່ງຜົນກວດທັງໝົດແມ່ນ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 06 ກໍລະກົດ 2020 ບໍ່ມີຜູ້ຕິດເຊື້ອໃໝ່.

ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 06 ກໍລະກົດ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 18.091 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (86 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່).

ຂະນະດຽວກັນ ດ້ານສະພາບການລະບາດຂອງພະຍາດດັ່ງກ່າວຢູ່ບັນດາປະເທດໃກ້ຄຽງ ແລະ ໃນໂລກ ມາຮອດວັນທີ 7 ກໍລະກົດ 2020, ທົ່ວໂລກມີການລາຍງານການລະບາດ ທັງໝົດ 213 (ປະເທດ/ເຂດ); ເຊິ່ງມີການຢັ້ງຢືນຜູ້ຕິດເຊື້ອພະຍາດທັງໝົດແມ່ນ 11.705,452 ຄົນ; ເສຍຊິວິດ 539.554 ຄົນ ເຊິ່ງກວມເອົາ 4,60 % ຂອງຜູ້ຕິດເຊື້ອທັງໝົດ; ປີ່ນປົວຫາຍດີ 6.616,737 ຄົນ ເຊິ່ງກວມເອົາ 56,5 % ຂອງຜູ້ຕິດເຊື້ອທັງໝົດ.

ສະເພາະຢູ່ຂົງເຂດອາຊີ ຂອງພວກເຮົາ ກໍ່ແມ່ນປະເທດອິນເດຍ ທີ່ມີທ່າອ່ຽງ ໃນການຕິດເຊື້ອ ໂຄວິດ-19 ເພິ່ມຂຶ້ນ, ຈຳນວນຜູ້ຕິດເຊື້ອມື້ດຽວສູງເຖິງ 24.950 ຄົນ; ໃນບັນດາກຸ່ມປະເທດອາຊຽນ ມາຮອດວັນທີ 7 ກໍລະກົດ ມີການຢັ້ງຢືນ ຜູ້ຕິດເຊື້ອພະຍາດ ໂຄວິດ-19 ແມ່ນ 162.966 ຄົນ ແລະ ເສຍຊີວິດ 4.640 ຄົນ.