ເຂດກວມລວມໄຊເສດຖາ ຊ່ວຍສ້າງວຽກເຮັດງານທຳໄດ້ 10 ພັນຄົນແລ້ວ

319

ເຂດກວມລວມໄຊເສດຖາ ສາມາດດຶງດູດພາກທຸລະກິດເຂົ້າມາລົງທຶນໃນເຂດແລ້ວ 81 ຫົວໜ່ວຍ ມູນຄ່າການຜະລິດ 1,8 ຕື້ໂດລາ ແລະ ສາມາດສ້າງວຽກເຮັດງານທໍາໄດ້ 10 ພັນຄົນ.
ໃນຕອນບ່າຍວັນທີ 3 ກໍລະກົດ 2020 ຜ່ານມາ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ການພັດທະນາຢູ່ເຂດພັດທະນາກວມລວມໄຊເສດຖາ ນະຄອນຫຼວງວຽງຈັນ, ໂດຍມີ ທ່ານ ຈໍາປາ ຄໍາສຸກໃສ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງແຜນການ ແລະ ການລົງທຶນ; ມີຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ແລະ ຜູ້ພັດທະນາເຂົ້າຮ່ວມຕ້ອນຮັບ.

ທ່ານ ຫຼີວ ຫູ່ ອຳນວຍການ ບໍລິສັດ ຮ່ວມທຶນ ລາວ – ຈີນ ໄດ້ຕາງໜ້າຜູ້ພັດທະນາຂຶ້ນລາຍງານການພັດທະນາເຂດ ບາງຕອນກ່າວວ່າ: ການພັດທະນາເຂດກວມລວມໄຊເສດຖາ ແມ່ນມີເປົ້າໝາຍພັດທະນາເປັນຂົງເຂດອຸດສາຫະກຳໃນເບື້ອງຕົ້ນ, ສ້າງ ແລະ ພັດທະນາເປັນຕົວເມືອງໃໝ່ຂອງນະຄອນຫຼວງວຽງຈັນ ແຜນການລົງທຶນທັງໝົດລວມ 3 ຕື້ໂດລາ, ປັດຈຸບັນເຂດພັດທະນາກວມລວມໄຊເສດຖາ ໃນໄລຍະທີ 1 ໄດ້ສຳເລັດພື້ນຖານໂຄງລ່າງເປັນທີ່ຮຽບຮ້ອຍແລ້ວໃນຂອບເຂດເນື້ອທີ່ 4 ກິໂລຕາແມັດ, ໃນປີ 2019 ນີ້ ໄດ້ປັບປຸງແຜນແມ່ບົດພັດທະນາເຂດຕື່ມ ອີງຕາມແຜນພັດທະນາໃໝ່ເຂດພັດທະນາກຳລັງສຸມການລົງທຶນໃສ່ການກໍ່ສ້າງເປັນຕົວເມືອງໃໝ່ຂອງນະຄອນຫຼວງວຽງຈັນ ກາຍເປັນການພັດທະນາໃໝ່ຮອບດ້ານ, ຂະແໜງອຸດສາຫະກຳສົ່ງເສີມຕົວເມືອງ ແລະ ຕົວເມືອງສົ່ງເສີມອຸດສາຫະກຳແບບປະສົມປະສານ, ປັດຈຸບັນໄດ້ລົງທຶນແລ້ວ 1,2 ຕື້ໂດລາ ສຳເລັດການພັດທະນາໂຄງລ່າງພື້ນຖານແບບຄົບຊຸດ ແລະ ພວມກ້າວເຂົ້າສູ່ໄລຍະແຫ່ງການດຶງດູດການລົງທຶນ.

ມາຮອດເດືອນມິຖຸນາ 2020 ມີຫົວໜ່ວຍວິສາຫະກິດທີ່ຈົດທະບຽນເຂົ້າມາລົງທຶນໃນເຂດ ລວມທັງໝົດມີ 81 ຫົວໜ່ວຍ ຄາດວ່າບັນດາທຸລະກິດພ້ອມດຳເນີນການຜະລິດທັງໝົດ ສະເລ່ຍມູນຄ່າການຜະລິດພາຍໃນປີແມ່ນ 1,8 ຕື້ໂດລາ ແລະ ສາມາດສ້າງວຽກເຮັດງານທຳໃຫ້ແກ່ແຮງງານໄດ້ຫຼາຍກວ່າ 10 ພັນຄົນ ຢູ່ພາຍໃນເຂດ.

ພ້ອມນີ້, ທ່ານ ຫຼີວ ຫູ່ ຍັງໄດ້ສະເໜີບາງບັນຫາໃຫ້ຮອງນາຍົກ ພ້ອມດ້ວຍຄະນະ ຊ່ວຍຊີ້ນຳພາກສ່ວນກ່ຽວຂ້ອງ ກ່ຽວກັບການຈັດຕັ້ງປະຕິບັດການຊຳລະອັດຕາດອກເບ້ຍ ແລະ ຕົ້ນທຶນຂອງເງິນທີ່ນຳໄປຊົດເຊີຍທີ່ດິນຂອງໂຄງການໃນຈຳນວນ 11 ລ້ານໂດລາສະຫະລັດ ຕາມເວລາກຳນົດຂອງເນື້ອໃນສັນຍາທີ່ເຊັນຮ່ວມກັນ ແລະ ສະເໜີມາຍັງຮອງນາຍົກຊ່ວຍຊຸກຍູ້ສະໜັບສະໜູນໂຄງການທາງດ່ວນ ລາວ – ຈີນ ໃນການຈັດຕັ້ງປະຕິບັດໂຄງການໃຫ້ກາຍເປັນໂຄງການຮ່ວມມືສຳຄັນລະຫວ່າງ 2 ປະເທດ ລາວ – ຈີນ. ພ້ອມນີ້, ທ່ານຮອງນາຍົກຍັງໄດ້ຮັບຟັງການລາຍງານ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດການດຳເນີນທຸລະກິດຢູ່່ພາຍໃນເຂດ ແລະ ການສະເໜີບາງບັນຫາຈາກບໍລິສັດ ເປໂຕຼເຄມີ ລາວຈຳກັດ ແລະ ຕາງໜ້າຈາກ ບໍລິສັດ ໂຮຢາ ລາວຈຳກັດ.

ພາຍຫຼັງຮັບຟັງການລາຍງານສະພາບການດຳເນີນທຸລະກິດ ຈາກຕາງໜ້າບໍລິສັດຕ່າງໆແລ້ວ ທ່ານ ສົມດີ ດວງດີ ກ່າວວ່າ: ກ່ອນອື່ນກໍຕ້ອງຂໍຂອບໃຈ ແລະ ຊົມເຊີຍຕໍ່ບັນດາບໍລິສັດຕ່າງໆ ບັນຫາ ແລະ ຂໍ້ຫຍຸ້ງຍາກທີ່ບັນດາທ່ານນຳມາສະເໜີ ພວກຂ້າພະເຈົ້າຈະນຳເອົາກັບໄປປຶກສາຫາລືກັບພາກສ່ວນກ່ຽວຂ້ອງ, ສ່ວນການຈັດຕັ້ງປະຕິບັດໂຄງການທາງດ່ວນ ວຽງຈັນ – ວັງວຽງ ພວກເຮົາຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ແກ້ໄຂ ເພື່ອເຮັດແນວໃດໃຫ້ທາງດ່ວນວຽງຈັນ – ວັງວຽງ ແລະ ວັງ ວຽງ – ບໍ່ເຕັນ ດໍາເນີນໄປຕາມແຜນ, ສ່ວນບັນຫາໃດທີ່ເປັນບັນຫາລະອຽດອ່ອນ ພວກເຮົາຈະໃຫ້ພາກສ່ວນກ່ຽວຂ້ອງສົມທົບກັນເພື່ອແກ້ໄຂ ບໍ່ວ່າການອະນຸຍາດນຳເຂົ້າວັດຖຸດິບແມ່ນຄ້າງຄານໍາຂະແໜງການໃດ, ການນໍາເຂົ້ານໍ້າມັນເພື່ອນຳມາໃຊ້ໃນການດຳເນີນການຜະລິດ, ບັນຫາອາກອນຊົມໃຊ້, ການນໍາເຂົ້າຊ່ຽວຊານຈາກຕ່າງປະເທດ ແລະ ອື່ນໆນັ້ນ ຫາກບໍ່ນອກເໜືອທີ່ລະບຸໄວ້ໃນກົດໝາຍ ແມ່ນພວກເຮົາຈະຮີບຮ້ອນແກ້ໄຂໃຫ້ ຫາກໂຕໃດທີ່ນອກເໜືອຈາກກົດໝາຍແລ້ວພວກເຮົາຈະຕ້ອງໄດ້ປຶກສາ ພ້ອມສະເໜີໄປຫາສະພາແຫ່ງຊາດ ເພື່ອພິຈາລະນາຕື່ມອີກ.