ນາຍົກລາວ ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ຕໍ່ເຫດການນໍ້າຖ້ວມຢູ່ຍີ່ປຸ່ນ

300

ເມື່ອວັນທີ 4 ກໍລະກົດ 2020 ທີ່ຜ່ານມາ ເກີດເຫດເສົ້າ ອຸທົກກະໄພທັງດິນເຈື່ອນ ແລະ ນໍ້າຖ້ວມຖະຫຼົ່ມຢ່າງໜັກໜ່ວງຢູ່ພາກຕາເວັນຕົກສ່ຽງໃຕ້ຂອງປະເທດຍີ່ປຸ່ນ ເຮັດໃຫ້ລັດຖະບານຕ້ອງໄດ້ອົບພະຍົບປະຊາຊົນ 2 ແສນກວ່າຊີວິດອອກຈາກພື້ນທີ່ດ່ວນ ແຕ່ຍ້ອນຄວາມຮຸນແຮງທີ່ເກີດຂຶ້ນໃນເຫດການດນີ້ກໍ່ປາສະຈາກບໍ່ໄດ້ ເຮັດໃຫ້ປະຊາຊົນຊາວຍີ່ປຸ່ນສູນເສຍທັງຊັບສິນ ແລະ ຊີວິດ.

ຕໍ່ກັບເຫດການດັ່ງກ່າວ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງພະນະທ່ານ ອາເບະ ຊິນໂຊນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ ຕໍ່ເຫດການດິນເຈື່ອນ ແລະ ນ້ຳຖ້ວມຢູ່ ປະເທດ ຍີ່ປຸ່ນ ໃນວັນທີ 06 ກໍລະກົດ 2020, ເນື້ອໃນສານຂຽນວ່າ:

ຂ້າພະເຈົ້າ ມີຄວາມເສົ້າສະຫລົດໃຈທີ່ໄດ້ຮັບຊາບຂ່າວເຫດການດິນເຈື່ອນ ແລະ ນໍ້າຖ້ວມ ຢູ່ພາກຕາເວັນຕົກສ່ຽງໃຕ້, ປະເທດຍີ່ປຸ່ນ ຍ້ອນຝົນຕົກໜັກຢ່າງຕໍ່ເນື່ອງ ນັບແຕ່ວັນທີ 4 ກໍລະກົດ 2020 ເປັນຕົ້ນມາ, ເຊິ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນຢູ່ເຂດດັ່ງກ່າວຢ່າງໜັກໜ່ວງ.

ຂ້າພະເຈົ້າ ໃນນາມສ່ວນຕົວ ກໍຄືລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະແດງຄວາມເຫັນໃຈ ແລະ ຂໍແບ່ງເບົາຄວາມທຸກໂສກມາຍັງ ພະນະທ່ານ ແລະ ໂດຍຜ່ານ ພະນະທ່ານ ໄປຍັງ ລັດຖະບານ ກໍຄືປະຊາຊົນຍີ່ປຸ່ນ ໂດຍສະເພາະຕໍ່ຄອບຄົວຂອງຜູ້ທີ່ຖືກເຄາະຮ້າຍ ຈາກເຫດການໄພພິບັດທາງທຳມະຊາດ ໃນຄັ້ງນີ້.

ຂ້າພະເຈົ້າ ເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນໍາ-ນໍາພາຂອງພະນະທ່ານ ແລະ ດ້ວຍຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນຂອງປະຊາຊົນຍີ່ປຸ່ນ, ສະພາບຄວາມເສຍຫາຍຈາກເຫດການດິນເຈື່ອນ ແລະ ນໍ້າຖ້ວມດັ່ງກ່າວ ຈະໄດ້ຮັບການຟື້ນຟູກັບຄືນສູ່ສະພາບປົກກະຕິໂດຍໄວ.

ທີ່ມາ: ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ