ເຮືອບິນໄຮ້ຄົນຂັບ ແລະບົດບາດໃໝ່ໃນກອງທັບປະຊາຊົນລາວ

428

ປະຈຸບັນລາວເຮົາໄດ້ສຳເລັດການກໍ່ສ້າງສູນບັນຊາການ ແລະສະໜາມບິນຍົນບໍ່ມີຄົນຂັບເປັນທີ່ຮຽບຮ້ອຍແລ້ວ ແລະໄດ້ມີພິທີມອບ-ຮັບໃນວັນທີ 2 ກໍລະກົດຜ່ານມາ ເພື່ອເປັນສ່ວນໜຶ່ງຂອງສ້າງຄວາມເຂັ້ມແຂງໃນການກູ້ຊີບ, ກູ້ໄພ ແລະການສືບຂ່າວຫາເປົ້າໝາຍຕ່າງໆ ໂດຍຢູ່ພາຍໃຕ້ການຄຸ້ມຄອງຂອງກອງທັບປະຊາຊົນລາວ.

ໂຄງ ການສື່ສານຮັບໃຊ້ການນຳ ແລະ ພາກລັດບໍລິຫານ ກົມໃຫຍ່ເສນາ ທິການກອງທັບໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງ-ສ້ອມແປງ ສູນບັນຊາ ແລະ ສະໜາມບິນຍົນບໍ່ ມີຄົນຂັບ (Drone ) ລະຫວ່າງບໍລິສັດ ແອວຊີຂາເຂົ້າ-ຂາອອກ ຈຳ ກັດຜູ້ດຽວກັບໂຄງການສື່ສານ ຮັບໃຊ້ການນຳ ແລະ ພາກລັດບໍລິ ຫານ ໂດຍການເຂົ້າຮ່ວມເປັນປະ ທານຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງ ພັກ, ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີທ່ານ ພົນຈັດຕະວາ ຄຳຄິດ ໄຊສົງຄາມ ຫົວໜ້າກົມສື່ສານ ກົມໃຫຍ່ເສນາ ທິການກອງທັບ, ປະທານສະພາບໍລິຫານບໍລິສັດສະກາຍໂທລະຄົມ, ມີທ່ານ ກິນ້ອຍ ວິວົງພັນ ປະທານບໍລິສັດແອວຊີຂາເຂົ້າ-ຂາອອກຈຳກັດຜູ້ດຽວ ພ້ອມດ້ວຍ ພະນັກງານວິຊາການກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີທ່ານ ກິນ້ອຍ ວິວົງພັນ ປະທານບໍລິສັດແອວຊີ ຂາເຂົ້າ ຂາອອກຈໍາກັດຜູ້ດຽວ ໄດ້ຂຶ້ນຜ່ານ ບົດລາຍງານຫຍໍ້ກ່ຽວກັບໂຄງ ການກໍ່ສ້າງດັ່ງກ່າວ ອີງຕາມສັນ ຍາຮັບເໝົາກໍ່ສ້າງໂຄງການສູນ ບັນຊາ ແລະ ສະໜາມບິນຍົນບໍ່ ມີຄົນຂັບ ລະຫວ່າງ ບໍລິສັດ ສະ ກາຍ ໂທລະຄົມ (ໂຄງການສື່ສານ ຮັບໃຊ້ການ ນຳພາກລັດບໍລິຫານ)ເຈົ້າຂອງໂຄງການ ແລະ ບໍລິສັດ ແອວຊີຂາເຂົ້າ-ຂາອອກຈຳກັດ ຜູ້ດຽວເປັນຜູ້ຮັບເໝົາກໍ່ສ້າງ, ອີງຕາມບົດລາຍງານຜົນສຳເລັດ ການກວດວຽກ 100% ຄັ້ງທີ 3, ສະບັບ ເລກທີ 06, LC – Sk1 ລົງວັນທີ 16 ມິຖຸນາ 2020, ໂຄງ ການກໍ່ສ້າງສູນບັນຊາ ແລະ ສະ ໜາມບິນຍົນບໍ່ມີຄົນຂັບແມ່ນໂຄງການໜຶ່ງທີ່ມີຄວາມສຳຄັນຢ່າງ ຍິ່ງທີ່ນອນຢູ່ໃນແຜນຍຸດທະສາດ ການພັດທະນາຂອງກອງທັບ ໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝຂຶ້ນເທື່ອລະກ້າວຮັບປະ ກັນວຽກງານສູ້ຮົບມີໄຊ.

ດັ່ງນັ້ນ, ໂຄງການນີ້ແມ່ນສ່ວນໜຶ່ງຈະ ໄດ້ນຳໃຊ້ເຂົ້າໃນການເຝິກອົບ ຮົມຕົວຈິງໃນການຕິດຕໍ່ສື່ສານ ແລະ ບັງຄັບບັນຊາດ້ວຍຍົນບໍ່ມີ ຄົນຂັບໃຫ້ພະນັກງານຜູ້ນຳໃຊ້ ສາມາດຮຽນຮູ້ ແລະ ປະຕິບັດໜ້າ ທີ່ຢ່າງຊຳນານໃນການຕິດຕໍ່ ສື່ ສານ, ບັງຄັບບັນຊາການບິນຍົນບໍ່ ມີຄົນຂັບໃຫ້ໄປຕາມຈຸດປະສົງ, ເປົ້າໝາຍ, ໂດຍສະເພາະແມ່ນໃນ ຍາມໄພພິບັດຈາກທຳມະຊາດ ແລະ ພາວະເພີ່ມທະວີເພື່ອຊອກ ຄົ້ນ ແລະ ສືບຂ່າວຫາເປົ້າໝາຍ ເຊັ່ນ: ຈຸດພິກັດ GPS ຂອງວັດ ຖຸເທິງແຜນທີ່, ສະຖານີວິທະຍຸໃນ ພາກພື້ນດິນ, ຖ່າຍຮູບຄົງທີ່ ແລະ ບັນທຶກວີດີໂອ ທັງກາງເວັນ, ກາງ ຄືນໂດຍຜູ້ບັງຄັບການບິນສາມາດ ຮັບຮູ້ ແລະ ເຫັນສະພາບການ ເຄື່ອນໄຫວຕົວຈິງຢູ່ໃນພາກສະ ໜາມ ເພື່ອລາຍງານໃຫ້ຂັ້ນເທິງ, ເພື່ອຕັດສິນໃຈ.

ດັ່ງນັ້ນໂຄງການນີ້ແມ່ນມີຄວາມຈຳ ເປັນ ແລະ ທັນສະໄໝພ້ອມທັງເປັນ ວຽກງານອັນໃໝ່ທີ່ມີຄວາມທ້າ ທາຍຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການໃນສະເພາະໜ້າ ແລະ ສອດຄ່ອງກັບສະພາບການຕົວຈິງໃນປັດຈຸບັນ. ໂຄງການດັ່ງກ່າວໄດ້ມີການ ເຊັນສັນຍາ ໄດ້ເລີ່ມລົງມືກໍ່ສ້າງ ໃນວັນທີ 27 ພະຈິກ 2019 ຫາ ວັນທີ 30 ເມສາ 2020 (ກຳນົດ ເວລາ 06 ເດືອນ) ຈິ່ງສຳເລັດລວມມູນຄ່າການ ກໍ່ສ້າງທັງໝົດ 255.223 ໂດ ລາສະຫະລັດ.

ໝາຍເຫດ: ຮູບເປັນພຽງພາບປະກອບຂ່າວເທົ່ານັ້ນ

ຂອບໃຈຂ່າວຈາກ: AeroLaos