ພິຶດຕິກຳທີ່ບໍ່ຄວນເຮັດຫຼັງຈາກ “ ກິນເຂົ້າ ”

125

ເຄີຍໄດ້ຍິນກັນບໍ່ວ່າ ຫຼັງຈາກກິນເຂົ້າແລ້ວສິ່ງທີ່ບໍ່ຄວນເຮັດນັ້ນນີ້ ບາງເລື່ອງກໍສາມາດເຮັດໄດ້ບໍ່ເປັນຫຍັງ ແຕ່ກໍມີຫຼາຍໆຢ່າງເຊັ່ນດຽວກັນທີ່ບໍ່ຄວນເຮັດຫຼັງຈາກກິນເຂົ້າອິ່ມແລ້ວໃໝ່ໆ ເພາະອາດຈະສົ່ງຜົນເສຍຕໍ່ຮ່າງກາຍໂດຍທີ່ເຮົາບໍ່ຮູ້ມາກ່ອນ.

ພິຶດຕິກຳທີ່ບໍ່ຄວນເຮັດຫຼັງຈາກ “ ກິນເຂົ້າ ”

1 ນອນລົງ ເພາະການນອນທັນທີຫຼັງຈາກກິນອາຫານ ອາດຈະເພີ່ມຄວາມສ່ຽງຂອງໂລກກົດໄຫຼຍ້ອນໄດ້ ທາງທີ່ດີຄວນນັ່ງຢູ່ລ້າໆປະມານ 30 ນາທີເຖິງ 1 ຊົ່ວໂມງກ່ອນຄ່ອຍເອນຫຼັງຈະເປັນການດີກວ່າ ແລະ ບໍ່ຄວນກິນຫຍັງກ່ອນເຂົ້ານອນ 3-4 ຊົ່ວໂມງ.

2 ອອກກໍາລັງກາຍ ເພາະອາດຈະສ່ຽງກໍ່ໃຫ້ເກີດອາການຈຸກທ້ອງ ລະຫວ່າງອອກກໍາລັງກາຍໄດ້ ແຕ່ຖ້າຕ້ອງອອກກຳລັງກາຍແທ້ໆ ຄວນອອກກຳລັງກາຍທີ່ບໍ່ໜັກຫຼາຍເກີນໄປ ເຊັ່ນ ການຍ່າງຊ້າໆຄືການຍ່າງຫຼິ້ນ ໂດຍການເໜັງກ້າມເນື້ອຄ່ອຍໆແບບນີ້ຈະຊ່ວຍໃຫ້ລະດັບນ້ຳຕານໃນເລືອດດີຂຶ້ນນຳອີກ.

ຫ້າມ “ ອາບນ້ຳ ” ຫຼັງຈາກກິນເຂົ້າແລ້ວ ແມ່ນແທ້ ຫຼື ບໍ່ ?

ຄວາມເຊື່ອຂອງເລື່ອງນີ້ມາຈາກທີ່ມີຄົນບອກວ່າ ການອາບນ້ຳຮ້ອນທັນທີຫຼັງຈາກກິນເຂົ້າ ເລືອດອາດຈະໄປລ້ຽງທີ່ຜິວໜັງຫຼາຍກວ່າຈະລົງໄປຊ່ວຍໃຫ້ລະບົບຍ່ອຍອາຫານໃນກະເພາະອາຫານ ຫຼື ລຳໄສ້ໃຫ້ເຮັດວຽກໄດ້ຢ່າງເຕັມປະສິດທິພາບ. ດັ່ງນັ້ນ, ຈຶ່ງອາດເກີດບັນຫາອາຫານບໍ່ຍ່ອຍ, ທ້ອງອືດ ທ້ອງເຟີ້ໄດ້ງ່າຍ.

ເຖິງຢ່າງໃດກໍຕາມ ການອາບນ້ຳຮ້ອນຈະເຮັດໃຫ້ເລືອດໄປຫຼໍ່ລ້ຽງຜິວໜັງໄດ້ຫຼາຍຂຶ້ນ ແຕ່ບໍ່ໄດ້ຫຼາຍພໍຈົນເຮັດໃຫ້ລະບົບຍ່ອຍອາຫານມີບັນຫາ ດັ່ງນັ້ນ, ເຮົາຈຶ່ງສາມາດອາບນໍ້າຫຼັງຈາກກິນເຂົ້າໄດ້ຕາມປົກກະຕິ.