ຕົວເລກການຈ້າງງານໃໝ່ໃນອາເມຣິກາ ເພີ່ມຂຶ້ນ 4,8 ລ້ານຄົນ

112

ຕົວເລກອັດຕາການຈ້າງງານໃໝ່ຂອງສະຫະລັດອາເມຣິກາ ໃນເດືອນມິຖຸນາຜ່ານມາ ເພີ່ມຂຶ້ນ 4,8 ລ້ານຄົນ ຖືວ່າເປັນການເພີ່ມຂຶ້ນສູງສຸດເທົ່າທີ່ກະຊວງແຮງງານສະຫະລັດອາເມຣິກາ ໄດ້ເກັບສະຖິຕິມາແຕ່ປີ 1939.

ຕົວເລກການຈ້າງງານດັ່ງກ່າວນີ້ ເພີ່ມຂຶ້ນສູງກວ່າທີ່ນັກເສດຖະສາດຄາດການໄວ້ ເຊິ່ງນັກເສດຖະສາດຄາດວ່າຈະເພີ່ມຂຶ້ນ ປະມານ 3 ລ້ານຄົນ, ຂະນະທີ່ກະຊວງແຮງງານສະຫະລັດອາເມຣິກາ ເປີດເຜີຍຂໍ້ມູນການໃຊ້ສິດໃນຖານະເປັນຜູ້ວ່າງງານ ເມື່ອວັນທີ 27 ມິຖຸນາຜ່ານມາວ່າ ຫຼຸດລົງ 1,43 ລ້ານຄົນເທົ່ານັ້ນ ເມື່ອທຽບກັບອາທິດກ່ອນໜ້ານີ້.

ແນວໃດກໍຕາມ, ຕົວເລກການຈ້າງງານຂອງອາເມຣິກາເພີ່ມຂຶ້ນເປັນເດືອນທີ 2 ຕິດຕໍ່ກັນແລ້ວ ໂດຍເດືອນພຶດສະພາຜ່ານມາ ມີອັດຕາການຈ້າງງານໃໝ່ ເພີ່ມຂຶ້ນ 2,5 ລ້ານຄົນ. ນອກຈາກນີ້, ການໃຊ້ຈ່າຍຂອງຜູ້ບໍລິໂພກກໍເພີ່ມຂຶ້ນເຊັ່ນດຽວກັນ ເຊິ່ງຊີ້ໃຫ້ເຫັນວ່າເສດຖະກິດສະຫະລັດຈະຄ່ອຍໆດີຂຶ້ນ.