ນ້ຳເຜິ້ງໃບເຕີຍໝາກນາວໂຊດາ

213

ເຄື່ອງດື່ມຕ້ານຫວັດແບບງ່າຍໆ ຂໍຍົກໃຫ້ເຄື່ອງດື່ມນີ້ “ ນ້ຳເຜິ້ງໃບເຕີຍໝາກນາວໂຊດາ ” ລົດຊາດສົ້ມຫວານສົດຊື່ນ ຫອມກິ່ນໃບເຕີຍ ສາມາດດື່ມໄດ້ທຸກເພດທຸກໄວ ເຮົາມາເບິ່ງວ່າສ່ວນປະສົມມີຫຍັງແດ່.

ສ່ວນປະສົມມີ:

ໃບເຕີຍ, ນ້ຳດື່ມສະອາດ, ນ້ຳເຜິ້ງ, ນ້ຳໝາກນາວ, ໂຊດາ, ນ້ຳກ້ອນ.

ວິທີເຮັດນ້ຳເຜິ້ງໃບເຕີຍໝາກນາວໂຊດາ:

1 ວິທີເຮັດນ້ຳໃບເຕີຍແມ່ນການຕົ້ມນ້ຳດື່ມກັບໃບເຕີຍພໍໃຫ້ຟົດແລ້ວຕອງນ້ຳດ້ວຍຜ້າຂາວບາງ.

2 ເທນ້ຳໃບເຕີຍໃສ່ຈອກໃສ່ນ້ຳເຜິ້ງ, ນ້ຳໝາກນາວ ແລະ ນ້ຳກ້ອນພ້ອມທັງເທໂຊດາລົງໄປ ແລ້ວຄົນໃຫ້ເຂົ້າກັນ ເທົ່ານີ້ກໍເປັນອັນຮຽບຮ້ອຍນຳໄປຮັບປະທານກັນໄດ້ເລີຍ.