ແທ້ ຫຼື ບໍ່ ? ແມ່ຍິງມີປະຈຳເດືອນຫ້າມດື່ມນ້ຳໝາກພ້າວ

123

ສາວໆສ່ວນໃຫຍ່ກໍເຄີຍຈະໄດ້ຍິນກັນມາແລ້ວວ່າ ໃນຂະນະທີ່ມີປະຈຳເດືອນຫ້າມດື່ມນ້ຳໝາກພ້າວເດັດຂາດ ເຊິ່ງກໍເຮັດໃຫ້ເກີດຄວາມສົງໄສວ່ານັ້ນເປັນຍ້ອນຫຍັງ ແລະ ການຫ້າມດື່ມນ້ຳໝາກພ້າວໃນຂະນະມີປະຈຳເດືອນເປັນເລື່ອງແທ້ ຫຼື ບໍ່ ເພາະສະນັ້ນເຮົາຈະພາສາວໆໄປໄຂຂໍ້ຂ້ອງໃຈກັນເລີຍ.

ແມ່ນແທ້ ຫຼື ບໍ່ ມີປະຈຳເດືອນຫ້າມດື່ມນ້ຳໝາກພ້າວ?

ຕ້ອງບອກເລີຍວ່າປະເດັນ ຄວາມເຂົ້າໃຈດັ່ງກ່າວຖືເປັນ ຄວາມເຂົ້າໃຈຜິດນັ້ນເອງ ເພາະຄວາມຈິງແລ້ວນ້ຳໝາກພ້າວບໍ່ໄດ້ມີຜົນກະທົບຕໍ່ຮ່າງກາຍໃນໄລຍະເວລາທີ່ມີປະຈຳເດືອນແຕ່ຢ່າງໃດ. ດັ່ງນັ້ນ, ສຳລັບໃຜທີ່ມັກດື່ມນ້ຳໝາກພ້າວເປັນປະຈຳກໍໝົດຄວາມກັງວົນໄປໄດ້ເລີຍ ເພາະບໍ່ວ່າສາວໆຈະດື່ມນ້ຳໝາກພ້າວຫຼາຍປານໃດກໍບໍ່ເກີດໃຫ້ມີຜົນເສຍຢ່າງແນ່ນອນ.

ເພາະເຫດໃດຈຶ່ງເກີດ ຄວາມເຂົ້າໃຈດັ່ງກ່າວ?

ເຫດຜົນທີ່ເຮັດໃຫ້ຫຼາຍຄົນເກີດຄວາມເຂົ້າໃຈວ່ານ້ຳໝາກພ້າວເປັນເຄື່ອງດື່ມ ທີ່ບໍ່ຄວນດື່ມໃນຂະນະມີປະຈຳເດືອນ ນັ້ນກໍເພາະວ່າບາງຄົນມີອາການແພ້ສານປະກອບບາງຊະນິດໃນນ້ຳໝາກພ້າວ ເລີຍເຮັດໃຫ້ເກີດອາການແພ້ເວລາທີ່ດື່ມນ້ຳໝາກພ້າວ ແລະ ບັງເອີນມາກົງກັບໄລຍະມີປະຈຳເດືອນພໍດີ ຈຶ່ງເກີດ ຄວາມເຂົ້າໃຈໄປວ່າອາການແພ້ດັ່ງກ່າວເກີດຈາກການດື່ມນ້ຳໝາກພ້າວໃນໄລຍະມີປະຈຳເດືອນນັ້ນເອງ.

ປະໂຫຍດຂອງນ້ຳໝາກພ້າວ

ເມື່ອຮູ້ກັນແລ້ວວ່ານ້ຳໝາກພ້າວບໍ່ໄດ້ສົ່ງຜົນຕໍ່ການມີປະຈຳເດືອນ ແລະ ສາມາດດື່ມໄດ້ແບບສະບາຍໆ ກໍມາເບິ່ງກັນໜ້ອຍໜຶ່ງວ່ານ້ຳໝາກພ້າວມີປະໂຫຍດແນວໃດແດ່?

  • ກະຕຸ້ນການເຜົາຜານໄຂມັນ ໂດຍນ້ຳໝາກພ້າວຈະເຮັດໃຫ້ຮູ້ສຶກອີ່ມໄວ, ອີ່ມດົນ ແລະ ຊ່ວຍເພີ່ມປະສິດທິພາບໃນການເຜົາຜານຫຼາຍຂຶ້ນ ຈຶ່ງເຮັດໃຫ້ໄຂມັນຖືກສະຫຼາຍໄປໄດ້ຢ່າງໄວວາ ແລະ ສົ່ງຜົນໃຫ້ນ້ຳໜັກຫຼຸດລົງ.

  • ເສີມສ້າງກະດູກໃຫ້ແຂງແຮງ ເພາະນ້ຳໝາກພ້າວອຸດົມໄປດ້ວຍແຄລຊຽມ ແລະ ແມັກນີຊຽມທີ່ມີຄວາມຈຳເປັນຕໍ່ການບຳລຸງກະດູກ ແລະ ແຂ້ວ.

  • ບຳລຸງຜິວໃຫ້ຜ່ອງໃສ ເນື່ອງຈາກນ້ຳໝາກພ້າວອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະ ແລະ ວິຕາມິນທີ່ມີປະໂຫຍດຕໍ່ການບຳລຸງຜິວຫຼາຍ ຈຶ່ງສາມາດບຳລຸງຜິວໃຫ້ຜ່ອງໃສ ແລະ ນຽນນຸ້ມມີຄວາມຊຸ່ມຊື່ນໄດ້ດີ.

ສະຫຼຸບໄດ້ວ່າການດື່ມນ້ຳໝາກພ້າວໃນຂະນະທີ່ມີປະຈຳເດືອນ ບໍ່ໄດ້ສົ່ງຜົນເສຍຢ່າງທີ່ເຄີຍໄດ້ຍິນມາແນ່ນອນ ແຖມຍັງເຕັມໄປດ້ວຍປະໂຫຍດທີ່ຈະຊ່ວຍບຳລຸງຮ່າງກາຍ ແລະ ຜິວພັນໄດ້ດີອີກ.