ອິນດັສ໌ເທັກ ລົງນາມຮ່ວມກັບຫຼັກຊັບ ລາວ – ຈີນ ກຽມຈໍາໜ່າຍຫຸ້ນ IPO

116

ນັບວ່າເປັນຂ່າວດີສໍາລັບນັກລົງທຶນທີ່ຈະຊື້ຫຸ້ນໃນ ຕະຫຼາດຫຼັກຊັບລາວ ເນື່ອງຈາກ ບໍລິສັດ ອິນດັສ໌ເທັກ ຈຳກັດ ( IndusTek ) ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ຮ່ວມກັບ ບໍລິສັດຫຼັກຊັບ ລາວ – ຈີນ ຈໍາກັດ ເພື່ອກຽມຄວາມພ້ອມກ່ອນອອກຈໍາໜ່າຍຫຸ້ນ IPO.

ບໍລິສັດ ອິນດັສ໌ເທັກ ຈຳກັດ ເປັນບໍລິສັດຈຳໜ່າຍເຄື່ອງປ້ອງກັນຄວາມປອດໄພຂອງແຮງງານທົ່ວໄປ ພ້ອມທັງຕິດຕັ້ງລະບົບຮັກສາຄວາມປອດໄພແຮງງານໃຫ້ບັນດາໂຄງການເປັນຕົ້ນແມ່ນ: ການປ້ອງກັນການເຮັດວຽກໃນທີ່ສູງ ຫຼື ສະຖານທີ່ທີ່ມີຄວາມສ່ຽງສູງ ແລະ ຍັງມີການຈັດຝຶກອົບຮົມໃຫ້ ຄວາມຮູ້ກ່ຽວກັບຄວາມປອດໄພແຮງງານໃນການເຮັດວຽກໃນເຂດມີຄວາມສ່ຽງ ແລະ ອື່ນໆ.

ສໍາລັບເນື້ອໃນການເຊັນສັນຍາ, ທັງສອງຝ່າຍຈະລົງເລິກລາຍລະອຽດຂອງແຕ່ລະວຽກງານແຕ່ລະດ້ານ ເພື່ອກະກຽມອອກຈໍາໜ່າຍຫຸ້ນ IPO ໃຫ້ເປັນໄປຕາມແຜນທີ່ວາງໄວ້.

ສ່ວນລາຍລະອຽດຕ່າງໆຈະແຈ້ງໃຫ້ນັກລົງທຶນຊາບເປັນແຕ່ລະໄລຍະ.

ພິທີເຊັນສັນຍາດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 26 ມິຖຸນາ 2020 ທີ່ບໍລິສັດ ຫຼັກຊັບ ລາວ – ຈີນ ຈໍາກັດ ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງໃຫ້ກຽດລົງນາມ ໂດຍ ທ່ານ ສຸດທິເດດ ບຸນລືໄຊ ຮອງຜູ້ອໍານວຍການບໍລິສັດຫຼັກຊັບ ລາວ – ຈີນ ຈໍາກັດ ແລະ ທ່ານ ພອນສະຫວັນ ໄຊປັນຍາ ຜູ້ອໍານວຍການ ບໍລິສັດ ອິນດັສ໌ເທັກ ຈຳກັດ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.