ແຂ່ງຂັນແຕ່ງເພງ ສະບາຍກາຍ ສະບາຍໃຈ ຄົ້ນຫາດາວປະດັບວົງການດົນຕີລາວ ຄົນຕໍ່ໄປ

271

ຫ້ອງການຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ ເປີດການແຂ່ງຂັນແຕ່ງເພງສົ່ງເສີມຫົວຄິດປະດິດສ້າງຂອງທຸກຄົນ ແນໃສ່ສ້າງແຮງບັນດານໃຈໃຫ້ປະຊາຊົນຄິດ ວິເຄາະຢ່າງສໍາຄັນ ກ່ຽວກັບບັນຫາສຸຂະພາບ ແລະ ສະຫວັດດີພາບ ໂດຍນຳໃຊ້ເພງຮ້ອງເພື່ອສະແດງໃຫ້ເຫັນເຖິງຂໍ້ຄວາມສໍາຄັນຕໍ່ສາທາລະນະຊົນທົ່ວໄປ.

ການປະດິດແຕ່ງແຂ່ງຂັນຄັ້ງນີ້ຍັງມີເວລາອີກບໍ່ຫຼາຍ ຈຶ່ງຂໍເຊີນບັນດາທ່ານທັງຢູ່ນະຄອນຫຼວງ ແລະ ຕ່າງແຂວງ ສົ່ງວິດີໂອສັ້ນຂອງຕົນ ຫຼື ໝູ່ເພື່ອນທີ່ກຳລັງຮ້ອງເພງແຕ່ງຂຶ້ນໃໝ່ ໂດຍອີງຕາມໜຶ່ງໃນສີ່ຫົວຂໍ້ທີ່ແຕກຕ່າງກັນ.

ສະຫະພາບເອີຣົບ ສະໜັບສະໜູນລັດຖະບານລາວ ທາງດ້ານໂພຊະນາການທີ່ດີ ແລະ ການສຶກສາທີ່ດີຂຶ້ນ. ສະນັ້ນ, ພວກເຂົາຈຶ່ງໄດ້ເລືອກເອົາການແຂ່ງຂັນແຕ່ງເພງເປັນຈຸດໃຈກາງກ່ຽວກັບແນວຄິດເຫຼົ່ານີ້.

ທ່ານເອກອັກຄະລັດຖະທູດສະຫະພາບເອີຣົບ ລີອົງ ຟາແບັກ ( Leon Faber ) ກ່າວວ່າ: “ ວຽກງານດ້ານໂພຊະນາການ ແລະ ການສຶກສາຂອງພວກເຮົາແມ່ນໜ້າທີ່ຫຼັກໃນການສະໜັບສະໜູນຂອງສະຫະພາບເອີຣົບ ໃຫ້ແກ່ ສປປ ລາວ “, ພວກເຮົາດີໃຈທີ່ໄດ້ມີໂອກາດໃນການສ່ອງແສງສະ ຫວ່າງໃຫ້ເຫັນເຖິງບາງຂໍ້ຄວາມທີ່ໜັກແໜ້ນສໍາຄັນນີ້ ເຊິ່ງພວກເຮົາໄດ້ສ້າງຂຶ້ນຮ່ວມກັບລັດຖະບານລາວໃນແບບທີ່ສະແດງໃຫ້ເຫັນເຖິງພອນສະຫວັນອັນໜ້າປາບປື້ມໃຈຂອງຄົນລາວ.

ເນື້ອເພງຕ້ອງເວົ້າເຖິງໜຶ່ງໃນຫົວຂໍ້ຫຼັກໆ ດັ່ງນີ້:

1) ນົມແມ່ມີສານອາຫານທັງໝົດທີ່ແອນ້ອຍຕ້ອງການ.

2) ລ້າງມືເລື້ອຍໆ ແລະ ໃຊ້ສະບູສະເໝີ.

3) ເຂົ້າໂຮງຮຽນທຸກວັນ.

4) ຄວາມສຳຄັນຂອງອາຫານທີ່ຫຼາກຫຼາຍ.

ສະຫະພາບເອີຣົບ ໄດ້ໃຫ້ຂໍ້ມູນລະອຽດສຳລັບແຕ່ລະຫົວຂໍ້ດັ່ງກ່າວ ເພື່ອກະຕຸກຊຸກຍູ້ໃຫ້ມີແນວຄວາມຄິດເພີ່ມຕື່ມ ກ່ຽວກັບວິທີທີ່ພວກເຂົາສາມາດສື່ສານຜ່ານບົດເພງຮ້ອງໄດ້ ໂດຍກຳນົດເອົາວັນທີ 17 ກໍລະກົດ 2020 ເປັນມື້ສຸດທ້າຍ. ຜູ້ເຂົ້າຮ່ວມໄດ້ຮັບອະນຸຍາດໃຫ້ສົ່ງເນື້ອຮ້ອງຂອງບົດເພງໃໝ່ທີ່ມີທໍານອງ ເຊິ່ງຮູ້ຈັກກັນດີ ຫຼື ກຳນົດແຕ່ງເພງຕົ້ນສະບັບຂອງຕົນເອງແບບໃດກໍໄດ້. ນັກແຕ່ງເພງທີ່ຂີ້ອາຍ ກໍຍັງສາມາດໃຫ້ໝູ່ ຫຼື ສະມາຊິກໃນຄອບຄົວ ເພື່ອສະແດງການຮ້ອງເພງນັ້ນໄດ້.

ຜູ້ຈັດງານໄດ້ເນັ້ນໜັກວ່າ: ພວກເຂົາກຳລັງຊອກຫາຄວາມຄິດສ້າງສັນຫຼາຍກວ່າຄຸນນະພາບຂອງວິດີໂອ ແລະ ສຽງທີ່ດີເລີດ ເຊິ່ງສາມາດປັບປຸງໄດ້ໃນສະຕູດິໂອ.

ໃນເດືອນກໍລະກົດນີ້ 10 ອັນດັບສູງສຸດ ຈະຖືກຄັດເລືອກ ແລະ ເອົາລົງໃນເຟສບຸ໊ກ ໃນຂະນະທີ່ຄະນະກຳມະການປະກອບດ້ວຍຜູ້ຕາງໜ້າຈາກຄະນະຜູ້ແທນສະຫະພາບເອີຣົບ, ລັດຖະບານລາວ ແລະ ຜູ້ຢູ່ໃນວົງການດົນຕີ ຈະຕັດສິນເລືອກເອົາສາມເພງທີ່ຈະນໍາໄປຜະລິດແບບອາຊີບ ໂດຍນັກຮ້ອງ ວໍລະຈິດ “ ແຊມ ” ອິນທະຣາພິທັກ ເຊິ່ງເພງທີ່ໂດ່ງດັງຂອງລາວຜ່ານມາກໍມີເພງ “ ຂ້ອຍຂໍໂທດ ” ແລະ “ ບອກໃຫ້ຂ້ອຍ ຮູ້ ”, ລາວຈະເຮັດວຽກຮ່ວມກັບນັກຂຽນເພງເພື່ອປັບປຸງເນື້ອເພງ, ແຕ່ງທໍານອງທີ່ເປັນຕົ້ນສະບັບ ແລະ ບັນທຶກນັກສິລະປິນ ເຊິ່ງສະແດງບົດເພງຂອງພວກເຂົາຕະຫຼອດໄລຍະຫຼາຍວັນທີ່ສະຕູດິໂອຂອງລາວຢູ່ນະຄອນຫຼວງວຽງຈັນ.

ນອກຈາກການອອກອາກາດທາງວິທະຍຸແລ້ວ, 3 ເພງສຸດທ້າຍຈະສືບຕໍ່ເຂົ້າຮ່ວມໃນການແຂ່ງຂັນອອນລາຍ ເຊິ່ງເພງທີ່ຊະນະຈະໄດ້ຮັບໂອກາດໃນການສ້າງເປັນວິດີໂອເພງທີ່ມີຄຸນນະພາບສູງ ກຳກັບໂດຍ ອະນິໄຊ ແກ້ວລາ ( ຜູ້ກຳກັບຮູບເງົາເລື່ອງ ວັນໝົດອາຍຸ, ນ້ອຍ – Above it All ແລະ ແອັດ ດິ ຮໍຣີເຊິນ ( At the Horizon ) ແລະ ຜະລິດໂດຍທີມງານຂອງລາວທີ່ຄ້າຍ ລາວ ນິວເວບ ຊີເນມາ ( Lao New Wave Cinema ), ວິດີໂອເພງນີ້ຈະຖືກໂພສ ລົງຢູ່ໃນເຟສບຸ໊ກ ແລະ ໃນຊ່ອງໂທລະພາບແຫ່ງຊາດ.ຄ່າໃຊ້ຈ່າຍທັງໝົດຂອງການຜະລິດເພງ ແລະ ວິດີໂອເພງ ລວມທັງຄ່າເດີນທາງມາຍັງນະຄອນຫຼວງວຽງຈັນ ສຳລັບຜູ້ເຂົ້າຮ່ວມຈະໄດ້ຮັບຜິດຊອບ ໂດຍງານການແຂ່ງຂັນນີ້.

ຂໍ້ມູນລະອຽດກ່ຽວກັບການແຂ່ງຂັນສາມາດຊອກຫາໄດ້ໃນໜ້າເຟສບຸ໊ກຕາມລິ້ງນີ້ເລີຍ Sabaigai Sabaijai.