ອິຣານ ອອກກົດໝາຍເຂັ້ມງວດໃຫ້ປະຊາຊົນສວມໃສ່ຜ້າອັດປາກ-ດັງ

76

ລັດຖະບານອິຣານປະກາດວ່າ ປະຊາຊົນຕ້ອງສວມໃສ່ຜ້າອັດປາກ-ດັງ ຫຼື ໜ້າກາກອະນາໄມ ເມື່ອຢູ່ນອກເຮືອນ ສ່ວນພາກສ່ວນທຸລະກິດໃດທີ່ລະເມີດກົດລະບຽບຕ້ອງປິດບໍລິການ 1 ອາທິດ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງເຕຫະຣານ ປະເທດອິຣານ ເມື່ອວັນຈັນ ທີ 6 ກໍລະກົດ ວ່າ ກະຊວງສາທາລະນະສຸກອິຣານ ຖະແຫຼງການ ເມື່ອວັນອາທິດ ວ່າ ຖ້າຜູ້ໃດທີ່ບໍ່ສວມໃສ່ໜ້າກາກອະນາໄມ ຫຼື ຜ້າອັດປາກ-ດັງແມ່ນຈະບໍ່ໄດ້ຮັບອະນຸຍາດໃຫ້ໃຊ້ບໍລິການໃນສະຖານທີ່ສາທາລະນະ ແລະ ລະບົບຂົນສົ່ງສາທາລະນະທຸກແຫ່ງ. ຂະນະທີ່, ສະຖານທີ່ປະກອບການເອກະຊົນທີ່ບໍ່ເຄັ່ງຄັດກັບກົດລະບຽບເຊັ່ນ: ການໃຫ້ບໍລິການແກ່ຄົນທີ່ບໍ່ສວມໃສ່ຜ້າອັດປາກ-ດັງ ຫຼື ປ່ອຍໃຫ້ພະນັກງານບໍ່ໃສ່ຜ້າອັດປາກຂະນະເຮັດວຽກຈະຖືກລົງໂທດໃຫ້ປິດບໍລິການເປັນໄລຍະ 7 ວັນ.

ຂະນະທີ່ ສະຖານີໂທລະພາບ ແລະ ສຳນັກຂ່າວທີ່ເປັນກະບອກສຽງຂອງລັດຖະບານເຕຫະຣານ ເຜີຍແຜ່ຮູບພາບ ແລະ ວິດິໂອຂອງທ່ານອາລີ ຄາເມເນ ຜູ້ນຳສູງສຸດ ແລະ ປະທານາທິບໍດີຮາສຊານ ຣູຮານີ ພ້ອມດ້ວຍຄະນະລັດຖະບານອິຣານ ສວມໃສ່ຜ້າອັດປາກ-ດັງ ແລະ ໜ້າກາກອະນາໄມ ເພື່ອເປັນຕົວຢ່າງໃຫ້ແກ່ປະຊາຊົນ ແລະ ມີການເຜີຍແຜ່ລາຍການພິເສດ ຕັ້ງແຕ່ອາທິດ ຜ່ານມາ ຄືການປະຊາສຳພັນການສວມໃສ່ຜ້າອັດປາກ-ດັງ ຂະນະຢູ່ສະຖານທີ່ສາທາລະນະ ແລະ ເຕືອນວ່າ ເຊື້ອໄວຣັສໂຄໂຣນາສາຍພັນໃໝ່ “ບໍ່ແມ່ນສິ່ງຖືເບົາ”.

ທ່ານຣູຮານີ ໄດ້ຖະແຫຼງເມື່ອວັນເສົາ ຜ່ານມາ ວ່າ ສຳລັບຜູ້ທີ່ມີອາການຕ້ອງສົງໄສວ່າ ຕິດເຊື້ອໂຄວິດ-19 ຄວນໄປພົບແພດທັນທີ ການປິດບັງອາການ ແລະ ບໍ່ໃຫ້ຂໍ້ມູນຄວາມຈິງແກ່ເຈົ້າໜ້າທີ່ແພດ ບໍ່ວ່າຈະເປັນເຫດຜົນໃດກໍ່ຕາມ “ຖືເປັນຄວາມຜິດຮ້າຍແຮງ”.

ທັງນີ້, ອິຣານ ເປັນໜຶ່ງໃນບັນດາປະເທດທຳອິດ ນອກປະເທດຈີນ ທີ່ມີການແຜ່ລະບາດຂອງໂຄວິດ-19 ຂັ້ນຮ້າຍແຮງ ໂດຍມີການຢືນຢັນຜູ້ປ່ວຍຫຼາຍກວ່າ 2,4 ແສນຄົນ ແລະ ເສຍຊີວິດຫຼາຍກວ່າ 11,5 ພັນຄົນ ເຊິ່ງຈຳນວນຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ໃນອິຣານ ເພິ່ມຂຶ້ນຢ່າງໄວວາ ນັບຕັ້ງແຕ່ລັດຖະບານເລິ່ມຜ່ອນຄາຍມາດຕະການປິດເມືອງ ເມື່ອເດືອນເມສາ ຜ່ານມາ.