85 ມື້ລາວເຮົາປອດຜູ້ຕິດເຊື້ອໂຄວິດ-19! ແຕ່ຕ້ອງລະວັງເພາະຍັງມີຜູ້ເດີນທາງເຂົ້າປະເທດຢ່າງຕໍ່ເນື່ອງ

110

ຖືວ່າເປັນຂ່າວດີຢ່າງຕໍ່ເນື່ອງມາຮອດວັນທີ 5 ກໍລະກົດ ເປັນມື້ທີ 85 ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ໃນ ສປປ ລາວ, ຂະນະທີ່ຫຼາຍປະເທດມີຍອດຜູ້ຕິດເຊື້ອພະຍາດດັ່ງກ່າວເພີ່ມຂຶ້ນ ເຊິ່ງເຮັດໃຫ້ຕົວເລກສະສົມຜູ້ຕິດເຊື້ອໃນທົ່ວໂລກທະລຸເຖິງ 11,6 ລ້ານກວ່າຄົນ ແລະ ມີຜູ້ເສຍຊີວິດແລ້ວ 5,3 ແສນຄົນ ແລະ ປິ່ນປົວຫາຍດີ 6,5 ລ້ານກວ່າຄົນ. ສະເພາະໃນອາຊີເຮົາ ອິນເດຍ ເປັນປະເທດທີ່ໜ້າເປັນຫ່ວງ ເພາະຕົວເລກຜູ້ຕິດເຊື້ອມີທ່າອ່ຽງເພີ່ມຂຶ້ນສູງ.

ໃນວັນທີ 6 ກໍລະກົດ 2020 ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ໃຫ້ຖະແຫຼງກ່ຽວກັບການປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ທີ່ກະຊວງສາທາລະນະສຸກ, ພ້ອມມີບັນດາສື່ມວນຊົນເຂົ້າຮ່ວມ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ສໍາລັບການເຝົ້າລະວັງ ໂຄວິດ-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 5 ກໍລະກົດ 2020 ສຳລັບການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆ ທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີທັງໝົດ 1.756 ຄົນ, ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ທ່ານກ່າວຕື່ມວ່າ: ການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 5 ກໍລະກົດ 2020, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 339 ຄົນ, ໃນນັ້ນ ມີ ແຮງງານລາວກັບມາແຕ່ໄທ 339 ຄົນ, ຜົນກວດທັງໝົດແມ່ນ ບໍ່ພົບເຊື້ອ ໝາຍຄວາມວ່າໃນວັນທີ 5 ກໍລະກົດ 2020 ບໍ່ມີຜູ້ຕິດເຊື້ອໃໝ່.

ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 05 ກໍລະກົດ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 17.713 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (85 ມື້ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່). ສຳລັບການຕິດຕາມຜູ້ຖືກຈຳກັດບໍລິເວນຢູ່ໃນສະຖານທີ່ ທີ່ກຳນົດໄວ້ໃນຂອບເຂດທົ່ວປະເທດ, ປະຈຸບັນນີ້ທົ່ວປະເທດ ມີສູນຈໍາກັດບໍລິເວນ ທັງໝົດ 88 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 4.061 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ສຳລັບສະພາບການໃນທົ່ວໂລກມາຮອດປັດຈຸບັນ ມີ 213 ປະເທດທີ່ມີການລະບາດເຊື້ອພະຍາດໂຄວິດ-19 ມີຜູ້ຕິດເຊື້ອແລ້ວໃນທັງໝົດ 11.537,723 ຄົນ, ເສຍຊີວິດ 536.324 ຄົນ, ປິ່ນປົວຫາຍດີ 6.526,387 ຄົນ. ສະເພາະໃນຂົງເຂດອາຊີ ປະເທດອິນເດຍ ແມ່ນມີທ່າອ່ຽງຜູ້ຕິດເຊື້ອສູງ ເຊິ່ງມີລາຍງານການຕິດເຊື້ອໂຄວິດໃນມື້ດຽວສູງເຖິງ 21.492 ຄົນ.