ສະຫະກອນ 3 ບ້ານໄດ້ຮັບໃບຢັ້ງຢືນມາດຕະຖານກະສິກໍາທີ່ດີ

283

ຕອນບ່າຍວັນທີ 1 ກໍລະກົດ 2020 ນີ້ ທີ່ຫ້ອງການບ້ານກົກພຸງເໜືອ ເມືອງທ່າແຕງ ແຂວງ ເຊກອງ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ຮ່ວມກັບ ໜ່ວຍງານກວດກາ ແລະ ປະເມີນຜົນຈາກໂຄງການຄຣີນ ( CLEAN ) ຂອງອົງການວິນລັອກ( WINROCK ) ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ທ່າແຕງ ໄດ້ຈັດພິທີມອບໃບຢັ້ງຢືນໃຫ້ສໍາມະນາກອນທີ່ໄດ້ສໍາເລັດການຝຶກອົບຮົມມາດຕະຖານກະສິກໍາທີ່ດີ ( GAP ) ໃຫ້ກຸ່ມສະຫະກອນການຜະລິດມັນຕົ້ນ ໃຫ້ກຽດມອບໃບຢັ້ງຢືນຄັ້ງນີ້ໂດຍ ທ່ານ ເສີມສີ ສຸລິຕະ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງເຊກອງ, ມີທ່ານ ສຸກັນ ຈັນສີປະເສີດ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງທ່າແຕງ, ທ່ານ ນາງ ສົມພະວັນ ນາກຄະວົງ ຫົວໜ້າໜ່ວຍງານກວດກາ ແລະ ປະເມີນຜົນຈາກໂຄງການຄຣີນ ( CLEAN ) ພ້ອມຄະນະສໍາມະນາກອນ ແລະ ອົງການປົກຄອງ 3 ບ້ານ 125 ທ່ານເຂົ້າຮ່ວມ.

ສຳມະນາກອນ 111 ຄົນ ຂອງກຸ່ມສະຫະກອນ 3 ບ້ານ ຄື:ບ້ານກົກພຸງເໜືອ, ບ້ານຫ້ວຍຊາຍ ແລະ ບ້ານກະປື ໄດ້ຮຽນຮູ້ທິດສະດີ ແລະ ພຶດຕິກໍາຕົວຈິງໃນການຜະລິດມັນຕົ້ນ ໂດຍສະເພາະຮຽນຮູ້ພື້ນຖານກ່ຽວກັບ ຄວາມປອດໄພ, ຂໍ້ແນະນໍາກ່ຽວກັບການປະຕິບັດກະສິກໍາທີ່ດີສໍາລັບການປູກມັນຕົ້ນ, ປະຫວັດ – ການຈັດການພື້ນທີ່, ການນໍາໃຊ້ແນວພັນ, ການນໍາໃຊ້ຝຸ່ນ, ທາດອາຫານບໍາລຸງດິນ,ແຫຼ່ງນໍ້າ, ການສະໜອງນໍ້າ, ການນໍາໃຊ້, ການຮັກສາສານ ເຄມີ, ການນໍາໃຊ້ເຄື່ອງມື, ອຸປະກອນການເກັບກ່ຽວ, ພາຊະນະເກັບຮັກສາຜົນຜະລິດ, ການພິສູດຫຼັກຖານ, ການຮຽກຄືນ, ການຝຶກອົບຮົມ, ການບັນທຶກເອກະສານ, ການທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດ, ການກຽມພື້ນທີ່ປູກ, ການກຽມທ່ອນພັນ, ການປູກ, ການບົວລະບັດຮັກສາ, ການເກັບກ່ຽວ, ການເຄື່ອນຍ້າຍ, ການຮັກສາຜົນເສຍຫາຍຂອງຫົວມັນຕົ້ນຫຼັງການເກັບກ່ຽວ ເພື່ອເປັນປະໂຫຍດໃຫ້ສະຫະກອນ ກໍຄືສໍາມະນາກອນໄດ້ນໍາເອົາບົດຮຽນດັ່ງກ່າວນໍາໄປຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ເກີດປະໂຫຍດສູງສຸດ.

ພາບປະກອບ

ພາຍຫຼັງໄດ້ຮຽນພາກທິດສະດີແລ້ວ ສໍາມະນາກອນໄດ້ ລົງຢ້ຽມຢາມສະຖານທີ່ສວນ ຜະລິດມັນຕົ້ນ ເພື່ອສົມທຽບລະຫວ່າງທິດສະດີກັບພາກປະຕິບັດຕົວຈິງ.