ເມືອງສອງຄອນ ເລັ່ງແກ້ໄຂປະກົດການຫຍໍ້ທໍ້ລຽບຊາຍແດນລາວ-ໄທ

115

ກ່ອນໜ້ານີ້ ເມືອງສອງຄອນ ໄດ້ມີການປຶກສາຫາລືກັນ ເພື່ອເລັ່ງແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນລຽບຕາມຊາຍແດນລາວ-ໄທ ເປັນຕົ້ນຖອດຖອນບົດຮຽນຄືນ ພ້ອມປັງປຸງບາງໜ້າວຽກໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ.

ກອງປະຊຸມຫາລືການແກ້ໄຂປະກົດການຫຍໍ້ທ້ໍພາຍໃນເມືອງສອງຄອນ ໄດ້ຈັດຂຶ້ນ ເປັນຮອບທີ 2 ພາຍຫຼັງທີ່ໄດ້ມີການແຕ່ງຕັ້ງຄະນະກຳມະການຕິດຕາມກວດກາ ແລະ ແກ້ໄຂປະກົດການຫຍໍ້ທ້ໍພາຍໃນ ເມືອງສອງຄອນ ແຂວງສະຫວັນນະເຂດ, ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 23 ມິຖຸນາ 2020 ທີ່ຜ່ານມາຢູ່ທີ່ສະໂມສອນຂອງຫ້ອງວ່າການເມືອງ ໂດຍການເປັນປະທານ ຂອງທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງ ສະຫວັນນະເຂດ, ມີທ່ານ ພັອ ລຳຄູນ ວໍລະວົງ ເຈົ້າເມືອງສອງຄອນ ພ້ອມດ້ວຍບັນດາຄະນະນຳຂອງເມືອງ, ຄະນະກອງບັນຊາການ ປກຊ-ປກສ ເມືອງເຂົ້າຮ່ວມ.

ພາບປະກອບຂ່າວເທົ່ານັ້ນ

ໃນກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ປຶກສາຫາລືລາຍງານສະພາບການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ລາຍງານການສະພາບການເກັບກຳຂໍ້ມູນ ແລະ ການແກ້ໄຂປະກົດການຫຍໍ້ທ້ໍ ໄລຍະຜ່ານມາຂອງກຳລັງທະຫານແຕ່ລະກອງພັນ, ກອງຮ້ອຍ ແລະ ເຈົ້າໜ້າທີ່ຕຳຫຼວດໃນຂອບເຂດເມືອງສອງຄອນ ກ່ຽວກັບຂອດທີ່ຍັງເປັນຈຸດກົດໜ່ວງຖ່ວງດຶງ, ເປັນອຸປະສັກ ແລະ ຫຍຸ້ງຍາກໃນການເຮັດ ໜ້າທີ່ເພື່ອຈະພ້ອມກັນແກ້ໄຂ ໃຫ້ຖືກຈຸດ ແລະ ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ.

ພ້ອມນີ້ໃນກອງປະຊຸມແມ່ນເຫັນດີຕໍ່ແຜນການເຄື່ອນໄຫວແກ້ໄຂປະກົດການຫຍໍ້ທ້ໍພາຍໃນເມືອງສອງຄອນທີ່ສະເໜີໂດຍ ທ່ານ ສີລິ ບົວພັນ ຮອງເລຂາພັກເມືອງ ປະທານອົງການກວດກາລັດ ຫົວໜ້າຄະນະແກ້ໄຂປະກົດການຫຍໍ້ທ້ໍຂັ້ນເມືອງ ໂດຍທາງເມືອງແມ່ນຈະເລັ່ງໃສ່ແກ້ໄຂ ປະກົດການຫຍໍ້ທໍ້ ໃນເຂດກຸ່ມ ບ້ານລຽບຊາຍແດນລາວ-ໄທ ຄື ກຸ່ມບ້ານທີ 3, 4, 5, 7, 8 ແລະ ກຸ່ມບ້ານທີ 9 ເປົ້າໝາຍແມ່ນ ແກ້ໄຂການລັກລອບຂົນສົ່ງ ແລະ ຄ້າຂາຍລົດໃຫຍ່-ລົດຈັກ ທີ່ເປັນລົດເຖື່ອນ, ການບຸກລຸກ ປ່າສະຫງວນ-ປ່າຜະລິດ ແລະ ການຄ້າຂາຍໄມ້ເຖື່ອນ, ການ ຄ້າຂາຍສັດທີ່ບ່ໍມີເອກະສານ ຖືກຕ້ອງ, ການມົ້ວສຸມ ແລະຄ້າ ຂາຍຢາເສບຕິດ, ການເຂົ້າ-ອອກເມືອງທີ່ບ່ໍຖືກຕ້ອງ.

ພາບປະກອບຂ່າວເທົ່ານັ້ນ

ໂອກາດຽວກັນ ທ່ານ ໂພໄຊ ໄຊຍະສອນ ກໍ່ໄດ້ມີຄຳເຫັນເນັ້ນໜັກການຈັດຕັ້ງປະຕິບັດແຜນການ ແກ້ໄຂປະກົດການຫຍໍ້ຕ້ອງໄດ້ມີການແບ່ງສິດຄວາມຮັບຜິດຊອບຄອງຄະນະກຳມະການຢ່າງຮັດກຸມ ແລະ ຜູ້ຖືກ ແຕ່ງຕັ້ງຕ້ອງເຂັ້ມແຂງເອົາໃຈໃສ່ຢ່າງຈິງຈັງມີຄວາມຮັບຜິດຊອບໂດຍກົງ, ເຮັດວຽກຢ່າງມີລະບົບ ມີແບບແຜນວີທີເຮັດວຽກ, ເກັບກຳໃຫ້ໄດ້ສະພາບ ແລະ ຊອກຫາສາເຫດຜູ້ທີ່ມີສ່ວນຮ່ວມຂອງປະຊາຊົນ, ອຳນາດການປົກຄອງບ້ານ, ພະນັກງານ ຫຼື ເຈົ້າໜ້າທີ່ມີການສົມຮູ້ຮ່ວມຄິດກໍ່ຕ້ອງໄດ້ມີການສຶກສາອົບຮົມກ່າວເຕືອນ ແລະ ດຳເນີນຕາມລະບຽບກົດໝາຍ

ຂໍ້ມູນຈາກ: Media Laos