ການເງິນແຂວງເຊກອງ ຈະສູ້ຊົນເກັບລາຍຮັບໃຫ້ບັນລຸຕາມແຜນ 90 ຕື້ກວ່າກີບ

111

ໃນປີ 2020 ພະແນກການເງິນ ແຂວງເຊກອງ ໄດ້ຮັບຕົວເລກແຜນສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ທັງໝົດ 90,78 ຕື້ກວ່າກີບ ຖ້າທຽບໃສ່ແຜນດັດແກ້ປີ 2019 ຜ່ານມາ ເພີ່ມຂຶ້ນ 13%. ໃນນັ້ນ, ພູດສູນກາງປະຕິບັດໄດ້ 8,17 ຕື້ກີບ ແລະ ສ່ວນພູດທ້ອງຖິ່ນ ປະຕິບັດໄດ້ 82,61 ຕື້ກວ່າກີບ.

ທ່ານ ຄໍາຮູ້ ອ່ອນມະນີ ຫົວໜ້າພະແນກການເງິນ ແຂວງເຊກອງ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໃນປີ 2020 ພະແນກການເງິນ ແຂວງເຊກອງ ໄດ້ຮັບແຜນສູ້ຊົນເກັບລາຍຮັບເຂົ້າງົບປະມານທີ່ກະຊວງການເງິນ ສັງລວມລາຍຮັບ – ລາຍຈ່າຍມອບໃຫ້ແຂວງເຊກອງ ແລະ ວິຊາການ ຈໍານວນ 90,78 ຕື້ກີບ ຫາກສົມທຽບໃສ່ແຜນດັດແກ້ປີ 2019 ເພີ່ມຂຶ້ນ 13%. ໃນນັ້ນ, ພູດສູນກາງປະຕິບັດໃນທ້ອງຖິ່ນ ຈໍານວນ 8,17 ຕື້ກີບ ສົມທຽບແຜນດັດແກ້ປີ 2019 ຮັກສາໄວ້ຄືເກົ່າ; ສ່ວນພູດທ້ອງຖິ່ນ ຈໍານວນ 82,61 ຕື້ກີບ ສົມທຽບແຜນດັດແກ້ປີ 2019 ເພີ່ມຂຶ້ນ 15% ທຽບໃສ່ແຜນການຈັດຕັ້ງປະຕິບັດໝົດປີ ເພີ່ມຂຶ້ນ 20%.

ເວົ້າສະເພາະຜ່ານການຈັດເກັບງວດ 1 ປີ 2020 ບໍ່ສາມາດບັນລຸໄດ້ຕາມແຜນທີ່ຄາດຄະເນໄວ້ຈັດຕັ້ງປະຕິບັດໄດ້ພຽງ 5 ຕື້ກວ່າກີບ ຖ້າທຽບແຜນງວດເທົ່າກັບ 7% ເນື່ອງຈາກການຈັດຕັ້ງປະຕິບັດໃນງວດ 1 ສ່ວນຫຼາຍລາຍຮັບຕິດພັນກັບບ້ວງຂອງການລົງທຶນ, ແຕ່ມາຮອດປັດຈຸບັນແມ່ນບໍ່ທັນໄດ້ອະນຸມັດບ້ວງການລົງທຶນ ໂດຍສະເພາະພາກ 67 ນັ້ນເປັນຈໍານວນໜ້ອຍ ເຖິງແມ່ນວ່າເງິນ 65 ຕື້ກີບ ໃນແຜນທັງໝົດຫາກໍອະນຸມັດພຽງແຕ່ 3 – 4% ຂອງລາຍຮັບ ແລະ ລາຍຈ່າຍແມ່ນຕິດພັນກັບລາຍຮັບດັ່ງກ່າວ.

ທ່ານອະທິບາຍຕື່ມວ່າ: ສໍາລັບການຂຶ້ນແຜນຄາດຄະເນ 2020 ທີ່ຖືກຮັບຮອງຈາກສະພາແຂວງ 74 ຕື້ກີບ ທີ່ກະຊວງການເງິນມອບຕົວເລກລາຍຮັບໃຫ້ທ້ອງຖິ່ນ ເຫັນວ່າສູງກວ່າຖານຂໍ້ມູນໃນການຈັດເກັບລາຍຮັບ ແລະ ເປັນຕົວເລກທີ່ມີຄວາມທ້າທາຍສູງ. ເຖິງແນວໃດກໍຕາມ, ຄະນະພະແນກການເງິນກໍຄືສາມຂະແໜງສາຍຕັ້ງໄດ້ວາງກົນໄກ ແລະ ແຜນວຽກລະອຽດ ເພື່ອຈັດຕັ້ງປະຕິບັດໃຫ້ບັນລຸຕາມຈຸດປະສົງເປົ້າໝາຍ ໂດຍການເອົາໃຈໃສ່ ແລະ ຖື ຄວາມສໍາຄັນດ້ານການເມືອງແນວຄິດຂອງພະນັກງານ – ລັດຖະກອນທີ່ຮັບຜິດຊອບວຽກງານການເງິນຂອງຕົນຢ່າງໜັກແໜ້ນ.