ສາຍການບິນແຫ່ງຊາດຝຣັ່ງ ກຽມປົດພະນັກງານ 7,5 ພັນຄົນທົ່ວໂລກ

67

ສາຍການບິນຝຣັ່ງ ປະກາດກຽມປົດພະນັກງານ 7,5 ພັນຄົນທົ່ວໂລກ ໃນນັ້ນ 1 ພັນຄົນ ຢູ່ໃນເຄືອສາຍການບິນລາຄາຖືກ ເຊິ່ງໄດ້ຮັບຜົນກະທົບຈາກວິກິດການໂຄວິດ-19.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປາຣີສ ປະເທດຝຣັ່ງ ເມື່ອວັນເສົາ ທີ 4 ກໍລະກົດ ວ່າ ສາຍການບິນແອ ຝຣັ່ງ ເຊິ່ງເປັນສາຍການບິນແຫ່ງຊາດຂອງຝຣັ່ງ ໄດ້ອອກຖະແຫຼງການ ເມື່ອວັນສຸກ ວ່າ: ໃນໄລຍະ 3 ເດືອນຜ່ານມາ ກິດຈະກຳ ແລະ ຜົນປະກອບການໝູນວຽນຂອງບໍລິສັດ ຫຼຸດລົງຫຼາຍເຖິງ 95% ເຊິ່ງໄດ້ຮັບຜົນກະທົບຢ່າງໜັກ ຈາກວິກິດການແຜ່ລະບາດຂອງໂຄວິດ-19 ຍິ່ງໄປກວ່ານັ້ນ “ໃນໄລຍະວິກິດໜັກທີ່ສຸດ” ສາຍການບິນມີລາຍຮັບພຽງ 15 ລ້ານເອີໂຣຕໍ່ມື້ (ປະມານ 152 ຕື້ກີບ) ຖືວ່າໜ້ອຍຫຼາຍ ແລະ ສະຖານະການທີ່ບໍ່ແນ່ນອນເຊັ່ນນີ້ ທາງສາຍການບິນ ແອ ຝຣັ່ງ ຄາດການເຖິງການຟື້ນຕົວຂອງອຸດສາຫະກຳການບິນ “ຈະເປັນໄປຢ່າງຫຼ້າຊ້າ”.

ທັງນີ້, ຕະຫຼອດປີ 2022 ສາຍການບິນແຫ່ງຊາດຝຣັ່ງ ຈະປະຕິບັດແຜນການ “ປະຕິຮູບອົງການຈັດຕັ້ງ” ຄັ້ງໃຫຍ່ ເພື່ອໃຫ້ການເຮັດວຽກສອດຄ່ອງກັບສະຖານະການທັງພາຍໃນ ແລະ ພາຍນອກ ໂດຍໃນໄລຍະດັ່ງກ່າວ ພະນັກງານຂອງສາຍການບິນຈະຖືກປົດອອກ ປະມານ 6,5 ພັນຄົນ ຈາກປະມານ 41 ພັນຄົນທົ່ວໂລກ ກວມເອົາ 16% ແລະ ອີກປະມານ 1 ພັນຄົນ ຈາກຈຳນວນທັງໝົດ 2,4 ພັນຄິດເປັນ 40% ຂອງສາຍການບິນຮັອບ ເຊິ່ງເປັນສາຍການບິນລາຄາຖືກ ໃນເຄືອບໍລິສັດ.

ຢ່າງໃດກໍ່ຕາມ, ການປະກາດດັ່ງກ່າວຂອງສາຍການບິນແຫ່ງຊາດຝຣັ່ງ ທີ່ເຖິງວ່າຈະມີການຫາລືກັນພາຍໃນລະຫວ່າງຜູ້ບໍລິຫານກັບຜູ້ແທນຂອງສະຫະພາບແຮງງານຫຼາຍແຫ່ງ ແຕ່ກໍ່ຍັງມີການປະທ້ວງຢ່າງຕໍ່ເນື່ອງຈາກພະນັກງານຂອງສາຍການບິນ ເຊິ່ງບໍ່ພໍໃຈທີ່ທາງສາຍການບິນໄດ້ຮັບເງິນຊ່ວຍເຫຼືອ 7 ຕື້ເອີໂຣ (ປະມານ 71.190 ຕື້ກີບ ) ຈາກລັດຖະບານຝຣັ່ງ ເມື່ອເດືອນພຶດສະພາ ຜ່ານມາ ແຕ່ເງື່ອນໄຂຕ່າງໆບໍ່ໄດ້ມີການລະບຸວ່າ ຝ່າຍບໍລິຫານຂອງສາຍການບິນຕ້ອງ “ປົກປ້ອງຕຳແໜ່ງວຽກ” ໃຫ້ພະນັກງານ.