150 ເຮັກຕາ ບໍ່ທຳມະດາສະຖານີລົດໄຟນະຄອນຫຼວງວຽງຈັນ

337

ພວກເຮົາກຽມນັບຖອຍຫຼັງສູ່ການນຳໃຊ້ເສັ້ນທາງລົດໄຟຄວາມສູງ ລາວ-ຈີນ ເພາະຕາມແຜນການແລ້ວປີໜ້ານີ້ເດືອນທັນວາກໍ່ຮອດວັນເວລານັດໝາຍຊົມໃຊ້ເສັ້ນທາງທີ່ຈະປົດປ່ອຍປະເທດລາວຈາກບໍ່ມີທາງອອກສູ່ທະເລໃຫ້ເປັນປະເທດທາງຜ່ານ ເຊິ່ງມາຮອດປະຈຸບັນໜ້າວຽກສ່ວນໃຫຍ່ກໍ່ສຳເລັດໄປແລ້ວ ກຳລັງກ້າວເຂົ້າສູ່ການກໍ່ສ້າງສະຖານີ ຈຸດແວ່ຮັບສິນຄ້າ ແລະຜູ້ໂດຍສານ.

ຫຼ້າສຸດນີ້ທີ່ນະຄອນຫຼວງວຽງຈັນໄດ້ເປີດການກໍ່ສ້າງສະຖານີໂດຍສານທາງລົດໄຟລາວ-ຈີນ ໃນເນື້ອທີ່ 150 ເຮັກຕາ ເປັນໜຶ່ງໂຄງການກໍ່ສ້າງທີ່ນອນຢູ່ໃນໂຄງການທາງລົດໄຟລາວ-ຈີນ ແລະເປັນສະຖານີທາງລົດໄຟແຫ່ງທໍາອິດຂອງນະຄອນຫຼວງວຽງຈັນພິທີທາງການຈັດຂຶ້ນໃນເຊົ້າວັນທີ 3 ກໍລະກົດ 2020, ທີ່ບ້ານໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໂດຍມີທ່ານ ຈັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລະທ່ານ ສ່ຽວຊ່ຽນເຫວິນ ຜູ້ອໍານວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ຈັນຕຸລາ ໄດ້ສະແດງຄວາມຊົມເຊີຍ ແລະໃຫ້ຮູ້ວ່າ: ໂຄງການກໍ່ສ້າງສະຖານີນະຄອນຫຼວງວຽງຈັນແມ່ນມີເນື້ອທີ່ 150 ເຮັກຕາ, ສະເພາະອາຄານສະຖານີມີເນື້ອທີ 14.543 ຕາແມັດ, ສາມາດຮັບຮອງຜູ້ສານສູງສຸດ 2.500 ຄົນ ແລະເປັນສະຖານີໃຫຍ່ແຫ່ງໜຶ່ງຂອງໂຄງການທາງລົດໄຟລາວ-ຈີນ ແລະຈະມີການເຊື່ອມຕໍ່ກັບສະຖານີຂົນ-ສົ່ງສິນຄ້າ ທີ່ຈະກໍ່ສ້າງຂຶ້ນຢູ່ທາງລົດໄຟທ່ານາແລ້ງ ແລະໃນແຜນຕໍ່ໜ້າຍັງຈະມີແຜນສ້າງສະຖານີກັບເສັ້ນທາງລົດໄຟອື່ນໆອີກດ້ວຍ.


ທ່ານ ສ່ຽວຊ່ຽນເຫວິນ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ຮັບຜິດຊອບ ຈົ່ງຍຶດໝັ້ນຄຸນນະພາບເປັນຫຼັກ, ຊຸກຍູ້ການດໍາເນິີນການ, ຄຸ້ມຄອງແບບມາດຕະຖານ ແລະບັນລຸຕາມຄວາມຕ້ອງການແຕ່ລະໜ້າວຽກ ສ້າງໂຄງການນີ້ໃຫ້ດີມີຄວາມປອດໄພ ເປັນໄປຕາມຂັ້ນຕອນ ນອກນັ້ນ, ແມ່ນເອົາໃຈໃສ່ຕໍ່ວຽກງານປະດັບ ແລະຕົບແຕ່ງສະຖານນີໃຫ້ສະແດງເຖິງວັດທະນະທໍາລາວ-ຈີນ ແລະກາຍເປັນໂຄງການມິດຕະພາບລາວ-ຈີນຢ່າງແທ້ຈິງ ພ້ອມທັງເພີ່ມທະວີການຈັດຕັ້ງ ແລະວຽກງານການກໍ່ສ້າງນີ້ໃຫ້ຕາມເປົ້າໝາຍທີ່ໄດ້ວາງໄວ້.


ຕາມຂໍ້ມູນໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ໂຄງການກໍ່ສ້າງທາງລົດໄຟລາວ-ຈີນໄດ້ສໍາເລັດ 90% ແລ້ວ ແລະພວມຫັນມາດໍາເດີນການຕ່າງໆທີ່ກ່ຽວຂ້ອງກັບລະບົບເສັ້ນທາງລົດໄຟ ແລະການບໍລິຫານທາງລົດໄຟ.


ທາງລົດໄຟລາວ-ຈີນແມ່ນໂຄງການເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ກັບຍຸດທະສາດຫັນຈາກປະເທດທີ່ບໍ່ມີທາງອອກສູ່ທະເລເປັນປະເທດເຊື່ອມໂຍງເຊື່ອມຈອດຂອງລາວ ເຊິ່ງເລີ່ມຈາກຕອນເໜືອທີ່ດ່ານຊາຍແດນບໍເຕັນລະຫວ່າງລາວ-ຈີນ ໄປສິ້ນສຸດທາງຕອນໃຕ້ຢູ່ນະຄອນຫຼວງວຽງຈັນ, ມີຄວາມຍາວ ທັງໝົດ 422,4 ກິໂລແມັດ, ທາງລົດໄຟສາຍນີ້ສ້າງຕາມມາດຕະຖານການບໍລິຫານ ແລະ ມາດຕະຖານເຕັກນິກຂອງຈີນ, ຖືກອອກແບບໃຫ້ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ເປັນທາງລົດໄຟໃຊ້ໄຟຟ້າທີ່ຂົນສົ່ງສິນຄ້າແລະຜູ້ໂດຍສານ ແລະຈະເປີດບໍລິການໃນເດືອນທັນວາ ປີ 2021 ຕາມແຜນການ.

ພາບ+ຂ່າວ: ສອນປະເສີດ