ບໍລິສັດ ຄູນຊັບ ເນັ້ນສົ່ງເສີມຊາວກະສິກອນປູກມັນຕົ້ນກາຍເປັນສິນຄ້າສົ່ງອອກ

245

ບໍລິສັດ ຄູນຊັບ ຂາອອກ – ຂາເຂົ້າ ຈໍາກັດຜູ້ດຽວ ສາຂາແຂວງຈໍາປາສັກ ຖືວ່າເປັນອີກໜຶ່ງບໍລິສັດທີ່ໄດ້ສົ່ງເສີມປະຊາຊົນປູກມັນຕົ້ນເພື່ອຜະລິດ ແລະ ສົ່ງອອກໄປປະເທດເພື່ອນບ້ານ ໂດຍສະເພາະແມ່ນປະເທດໄທທີ່ຕະຫຼາດຕ້ອງການຫຼາຍ ເຊິ່ງໃນປີ 2019 ສາມາດສົ່ງອອກປະເພດມັນຫົວ 20 ພັນໂຕນ, ປະເພດມັນແຫ້ງ 188 ພັນໂຕນ. ສໍາລັບປີ 2020 ຮອດເດືອນເມສາ ບໍລິສັດສົ່ງອອກປະເພດມັນແຫ້ງ 13 ພັນໂຕນ ແລະ ມີແຜນຈະລົງທຶນສ້າງລານຕາກມັນຕື່ມອີກ.

ທ່ານ ສັນໄຊ ກິດຮັກສາ ປະທານ ບໍລິສັດ ຄູນຊັບຂາອອກ – ຂາເຂົ້າ ຈໍາກັດຜູ້ດຽວ ໃຫ້ຮູ້ວ່າ: ບໍລິສັດຂອງຕົນໄດ້ດໍາເນີນກິດຈະການສົ່ງເສີມປະຊາຊົນປູກມັນຕົ້ນໃນຮູບແບບ 2 + 3 ( ປະຊາຊົນເປັນເນື້ອທີ່ດິນ ແລະ ແຮງງານ. ສ່ວນບໍລິສັດເປັນແນວພັນ, ວິຊາການ ແລະ ເກັບຊື້ຄືນ ) ເຊິ່ງດໍາເນີນມາແຕ່ປີ 2013 ມີສໍານັກງານຕັ້ງຢູ່ບ້ານໂນນອຸດົມ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ເຊິ່ງຊາວກະສິກອນທີ່ທາງບໍລິສັດສົ່ງເສີມໃຫ້ປູກມັນຕົ້ນສ່ວນຫຼາຍແມ່ນຢູ່ເຂດເມືອງບາຈຽງຈະເລີນສຸກ, ເມືອງສຸຂຸມາ ແຂວງຈໍາປາສັກ ແລະ ເມືອງເລົ່າງາມ ແຂວງສາລະວັນ. ສໍາລັບການສົ່ງເສີມດ້ານການປູກ ທາງບໍລິສັດໄດ້ຕອບສະໜອງແນວພັນໃຫ້ກັບຊາວກະສິກອນຢ່າງພຽງພໍໂດຍບໍ່ເສຍຄ່າ. ພ້ອມນີ້,ກໍມີວິຊາການໃຫ້ການຊ່ວຍເຫຼືອແນະນໍາຊາວກະສິກອນຜູ້ທີ່ຕ້ອງການຮຽນຮູ້ກ່ຽວກັບເຕັກນິກການປູກ, ການບົວລະບັດຮັກສາມັນ, ການປັບປຸງດິນ, ການໃສ່ຝຸ່ນທີ່ເໝາະສົມ ເພື່ອຮັບປະກັນຄຸນນະພາບຂອງຜົນຜະລິດໃຫ້ສູງ.

ເວົ້າສະເພາະ ມັນຕົ້ນທີ່ຊາວກະສິກອນປູກຕ້ອງໃຊ້ເວລາ 7 – 8 ເດືອນ ຈຶ່ງສາມາດຫຼົກເອົາຫົວມັນ ມາຂາຍ ຫຼື ຈະຝານຕາກໃຫ້ກາຍເປັນມັນແຫ້ງກໍໄດ້ ແລ້ວຂົນມາຂາຍທີ່ລານມັນຂອງບໍລິສັດໃນລາຄາເກັບຊື້ຕາມກົນໄກຕະຫຼາດໃນແຕ່ລະໄລຍະ ເປັນຕົ້ນ: ມັນດິບ ລາຄາ 500 – 600 ກີບຕໍ່ກິໂລ, ມັນແຫ້ງ ລາຄາ 1.400 – 1.500 ກີບຕໍ່ກິໂລ. ໃນຊຸມປີຜ່ານມາ ພວກເຮົາໄດ້ສົ່ງອອກມັນຕົ້ນຂອງບໍລິສັດກວມເອົາ 30% ຂອງຈໍານວນມັນຕົ້ນທັງໝົດທີ່ສົ່ງອອກຈາກແຂວງ ຈໍາປາສັກໄປສູ່ບັນດາປະເທດຕ່າງໆ.

ໃນປີ 2019 ສົ່ງອອກປະເພດມັນຫົວ ຈໍານວນ 20 ພັນໂຕນ, ມັນແຫ້ງ 188 ພັນໂຕນ. ສໍາລັບປີ 2020 ມາຮອດເດືອນເມສາ ບໍລິສັດສົ່ງອອກມັນແຫ້ງໄດ້ແລ້ວ 13.770 ໂຕນ ແລະ ຄາດວ່າໝົດປີ 2020 ຈະເກັບຊື້ມັນໄດ້ 150 ພັນ – 170 ພັນໂຕນ. ເຫດຜົນທີ່ເຮັດໃຫ້ບໍລິສັດສົ່ງເສີມປະຊາຊົນປູກມັນຕົ້ນຫຼາຍຂຶ້ນ ກໍຍ້ອນວ່າເນື້ອທີ່ດິນຢູ່ເຂດນີ້ມີຄວາມອຸດົມສົມບູນກວ່າເຂດອື່ນ ສົ່ງຜົນໃຫ້ມີຄຸນນະພາບ ດີ, ເປີເຊັນແປ້ງໃນຕົວມັນສູງ ຈຶ່ງເປັນທີ່ຕ້ອງການຂອງຕະຫຼາດຕ່າງປະເທດ ເຊັ່ນ: ສປ ຈີນ, ໄທ ແລະ ສສ ຫວຽດນາມ.

ທ່ານ ສັນໄຊ ກິດຮັກສາ ກ່າວຕື່ມອີກວ່າ: ມາຮອດປັດຈຸບັນ ບໍລິສັດພວກເຮົາມີທຶນໝູນວຽນທັງໝົດ 8 ຕື້ 628 ລ້ານກວ່າກີບ ແລະ ມີແຜນຈະລົງທຶນພັດທະນາສ້າງລານຕາກມັນໃຫ້ມີຄວາມກວ້າງໃຫຍ່ຂຶ້ນຕື່ມ ເພື່ອຮອງຮັບການຕາກມັນແຫ້ງເປັນຈໍານວນຫຼາຍເພື່ອສົ່ງອອກ ທັງມີຄວາມຕ້ອງການເກັບຊື້ມັນຕົ້ນໃຫ້ໄດ້ 200.000 ໂຕນຂຶ້ນໄປ.

ສ່ວນໃນອະນາຄົດ ບໍລິສັດຍັງໄດ້ຮັບໂກຕາຈາກບໍລິສັດຢູ່ປະເທດຫວຽດນາມ ແລະ ໄດ້ລົງນາມເຊັນສັນຍາສົ່ງອອກໝູໄປປະເທດຫວຽດນນາມ ຈໍານວນ 99 ພັນໂຕ ພ້ອມກັບວາງແຜນສ້າງໂຮງງານຜະລິດອາຫານສັດໃນຕົ້ນປີ 2021 ເພື່ອສົ່ງເສີມປະຊາຊົນລ້ຽງໝູຕື່ມອີກ.