ເທສລາ ແຊງໂຕໂຢຕ້າ ຂຶ້ນເປັນອັນດັບ 1 ຜູ້ຜະລິດລົດມູນຄ່າສູງສຸດໃນໂລກ

182

ເທສລາ ( Tesla ) ກາຍເປັນຜູ້ຜະລິດລົດທີ່ມີມູນຄ່າຫຼາຍທີ່ສຸດໃນໂລກ ຫຼັງຫຸ້ນຂອງບໍລິສັດເທສລາ ອິ້ງ ປັບຂຶ້ນ 5% ເມື່ອວັນທີ 1 ກໍລະກົດຜ່ານມາ ເຊິ່ງເປັນການປັບຂຶ້ນສູງສຸດຢູ່ທີ່ລະດັບ 1.135 ໂດລາ/ຫຸ້ນ ເຮັດໃຫ້ ເທສລາ ແຊງແຊັມເກົ່າໂຕໂຢຕ້າ ( Toyota ) ຂຶ້ນເປັນອັນດັບໜຶ່ງຂອງໂລກເປັນຄັ້ງທຳອິດ ແຕ່ຍອດການຜະລິດ ແລະ ຈຳໜ່າຍລົດຍັງຕາມຫຼັງໂຕໂຢຕ້າຢູ່ຫຼາຍຂຸມ.


ທັງນີ້, ບໍລິສັດ ເທສລາ ອິ້ງ ເຊິ່ງເປັນຜູ້ຜະລິດລົດພະລັງງານໄຟຟ້າ ( EV ) ມີມູນຄ່າສູງເຖິງ 206.500 ລ້ານໂດລາສະຫະລັດ ແຊງໜ້າໂຕໂຢຕ້າ ທີ່ມີມູນຄ່າປະມານ 202.000 ລ້ານໂດລາ ເຊິ່ງການກ້າວຂຶ້ນຕຳແໜ່ງຜູ້ຜະລິດລົດທີ່ມີມູນຄ່າສູງທີ່ສຸດໃນໂລກ ເປັນການຕອກຢ້ຳເຖິງການປ່ຽນແປງຄວາມຮູ້ສຶກນຶກຄິດຂອງນັກລົງທຶນທີ່ແລເຫັນບໍລິສັດທີ່ມີຄວາມພະຍາຍາມປ່ຽນຜ່ານອຸດສາຫະກຳລົດຍົນທີ່ເພິ່ງພາເຄື່ອງຈັກຂັບເຄື່ອນດ້ວຍພະລັງງານເຊື້ອໄຟມາດົນນານເຖິງ 136 ປີ.


ລາຍງານລະບຸວ່າ: ປີນີ້ລາຄາຫຸ້ນຂອງເທສລາ ປັບຂຶ້ນແບບກ້າວກະໂດດ ເຖິງ 170% ຫຼື ປັບຂຶ້ນເຖິງ 2 ເທົ່າ ເມື່ອທຽບກັບປີຜ່ານມາ ເນື່ອງຈາກນັກລົງທຶນຍັງຄົງຍາດກັນຊື້ຫຸ້ນຂອງບໍລິສັດຜູ້ຜະລິດລົດທີ່ຂັບເຄື່ອນດ້ວຍພະລັງງານໄຟຟ້າລາຍນີ້ເປັນຈຳນວນຫຼວງຫຼາຍ.


ບໍລິສັດເທສລາ ອິ້ງ ກໍ່ຕັ້ງຂຶ້ນໃນປີ 2003 ແລະ ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບຂອງສະຫະລັດອາເມຣິກາ ໃນປີ 2010. ແນວໃດກໍຕາມ, ເຖິງວ່າ ເທສລາ ຈະແຊງໜ້າໂຕໂຢຕ້າ ໃນມູນຄ່າຂອງບໍລິສັດ ແຕ່ການຜະລິດລົດຍັງຄົງຕາມຫຼັງໂຕໂຢຕ້າຫຼາຍເທົ່າ ໂດຍໄຕມາດທຳອິດຂອງປີ 2020 ເທສລາຜະລິດລົດໄດ້ພຽງແຕ່ 103.000 ຄັນ, ໃນຂະນະທີ່ ໂຕໂຢຕ້າ ສາມາດຜະລິດໄດ້ເຖິງ 2,4 ລ້ານຄັນ.