ຫຼວງນໍ້າທາ ກຽມສ້າງສູນປ້ອງກັນ ແລະ ປິ່ນປົວໄຂ້ຍຸງ ມູນຄ່າ 4 ແສນໂດລາ

81

ໃນຕົ້ນເດືອນນີ້ທີ່ຫ້ອງວ່າການແຂວງຫຼວງນ້ຳທາ ທ່ານ ຫງວຽນ ດັງຮຸ່ງ ຫົວໜ້າສະຖານກົງສຸນ ໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກເໜືອຂອງລາວ ທີ່ນະຄອນຫຼວງພະບາງ ພ້ອມດ້ວຍ ຄະນະ ໄດ້ເຂົ້າຢ້ຽມຄຳນັບ ທ່ານ ເພັດຖາວອນ ພິລະວັນ ເຈົ້າ ແຂວງຫຼວງນ້ຳທາ, ໂອກາດດັ່ງກ່າວໄດ້ຈັດພິທີເຊັນສັນຍາໂຄງການກໍ່ສ້າງສູນປ້ອງກັນ ແລະ ປິ່ນປົວໄຂ້ຍຸງ ໂຮງໝໍແຂວງ ຫຼວງນ້ຳທາ ໄລຍະກໍ່ສ້າງ 12 ເດືອນ ດ້ວຍທຶນ 4 ແສນໂດລາ.


ໂຄງການກໍ່ສ້າງສູນປ້ອງກັນ ແລະ ປິ່ນປົວໄຂ້ຍຸງ ໂຮງໝໍແຂວງ ຫຼວງນ້ຳທາ ໂດຍໄດ້ຮັບທຶນຊ່ວຍເຫຼືອລ້າຈາກຄະນະພັກອົງການປົກຄອງ ແລະ ປະຊາຊົນແຂວງ ຟູເຖາະ ແຫ່ງ ສສ ຫວຽດນາມ ໃນມູນຄ່າ 4 ແສນກວ່າໂດລາ ເຊິ່ງເປັນອາຄານ 2 ຊັ້ນຖາວອນ 1 ຫຼັງ ມີຂະໜາດ 14 x 36 ແມັດ 18 ຫ້ອງເຮັດວຽກ 1 ຫ້ອງປະ ຊຸມ ມີເຟີນີເຈີຄົບຊຸດ ກຳນົດເວລາການກໍ່ສ້າງ 12 ເດືອນ ໂດຍແມ່ນພະແນກສາທາລະນະສຸກ ແຂວງຫຼວງນ້ຳທາ ເປັນເຈົ້າຂອງໂຄງການ, ບໍລິສັດສົມປະສົງກໍ່ສ້າງ ເຄຫາສະຖານ ແລະ ຊົນ ລະປະທານຈໍາກັດເປັນຜູ້ຮັບເໝົາກໍ່ສ້າງ.


ພິທີເຊັນບົດບັນທຶກການກໍ່ສ້າງມີຂຶ້ນລະຫວ່າງ ທ່ານ ດຣ. ຄຳຈັນ ອີນທອງໄຊ ຫົວໜ້າພະແນກສາທາລະນະສຸກແຂວງ ເຈົ້າຂອງໂຄງການ ກັບ ທ່ານ ສົມໝາຍ ບຸບຜາພີ ຮອງປະທານສະມາຄົມນັກທຸລະກິດ ສສ ຫວຽດນາມ ປະຈໍາລາວ, ຫົວໜ້າບໍລິສັດສົມປະສົງກໍ່ສ້າງ ເຄຫາສະຖານ ແລະ ຊົນລະປະທານ ຈໍາກັດ, ໂດຍຊ້ອງໜ້າ ທ່ານເຈົ້າແຂວງ ຫຼວງນ້ຳທາ ແລະ ທ່ານຫົວໜ້າສະຖານກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກເໜືອລາວ.


ຂ່າວ: ອຸ້ມ