5 ປີ ໄຊຍະບູລີ ສົ່ງອອກສິນຄ້າໄດ້ 136 ລ້ານໂດລາ

118

ທົ່ວແຂວງໄຊຍະບູລີ ມີໂຮງງານອຸດສາຫະກຳປຸງແຕ່ງ 2.186 ແຫ່ງ, ສ້າງວຽກເຮັດງານທໍາ 9 ພັນກວ່າຄົນ, ມູນຄ່າການຜະລິດດ້ານອຸດສາຫະກໍາ ແລະ ຫັດຖະກໍາ ບັນລຸ 842 ຕື້ກວ່າກີບ. ໃນ 5 ປີຜ່ານມາ ສາມາດສົ່ງອອກສິນຄ້າມູນຄ່າ 136,5 ລ້ານກວ່າໂດລາ.


ທ່ານ ຈັນເພັງ ພັນທຸອາມາດ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໄດ້ໃຫ້ຮູ້ວ່າ: ປັດຈຸບັນທົ່ວແຂວງມີຈໍານວນໂຮງງານ ແລະ ກິດຈະການດ້ານອຸດສາຫະກໍາທັງໝົດ 2.186 ແຫ່ງ. ໃນນີ້, ໂຮງງານຂະໜາດໃຫຍ່ ມີ 52 ແຫ່ງ, ຂະໜາດກາງ 56 ແຫ່ງ ແລະ ຂະໜາດນ້ອຍ 2.078 ແຫ່ງ; ທຽບໃສ່ປີ 2015 ເພີ່ມຂຶ້ນ 13,38%, ສ້າງວຽກເຮັດງານທໍາ 9.000 ກວ່າຄົນ, ທຽບໃສ່ປີ 2015 ເພີ່ມຂຶ້ນ 3,2%ມູນຄ່າການຜະລິດດ້ານອຸດສາຫະກໍາ ແລະ ຫັດຖະກໍາ ບັນລຸ 842 ຕື້ກວ່າກີບ, ທຽບໃສ່ 5 ປີຜ່ານມາ ເພີ່ມຂຶ້ນ 38,95%.

ໃນ 5 ປີຜ່ານມາມູນຄ່າສົ່ງອອກສິນຄ້າໄປຕ່າງປະເທດມີທັງໝົດ 136,5 ລ້ານກວ່າໂດລາ, ທຽບໃສ່ແຜນການ 5 ປີ ປະຕິບັດໄດ້ 29,95%, ສິນຄ້າທີ່ສົ່ງອອກຫຼາຍກວ່າໝູ່ແມ່ນພືດກະສິກໍາ ມູນຄ່າ 111,6 ລ້ານໂດລາ, ເຄື່ອງປ່າຂອງດົງ ມູນຄ່າ 4,7 ລ້ານໂດລາ.
ສ່ວນການນໍາເຂົ້າສິນຄ້າຈາກຕ່າງປະເທດມີທັງໝົດ 64,2 ລ້ານໂດລາ, ທຽບໃສ່ແຜນການ 5 ປີ ປະຕິບັດໄດ້ 22,7%. ໃນນີ້, ສິນຄ້ານໍາເຂົ້າຫຼາຍກວ່າໝູ່ແມ່ນອຸປະກອນໄຟຟ້າ ແລະ ເຄື່ອງກໍ່ສ້າງ ມູນຄ່າ 14,8 ລ້ານໂດລາ, ພາຫະນະແນວພັນ ແລະ ເຄື່ອງຮັບໃຊ້ການຜະລິດ ມູນຄ່າ 7 ລ້ານໂດລາ.
ດ້ານມູນຄ່າການນໍາເຂົ້າເຄື່ອງຈັກ, ອຸປະກອນ ແລະ ວັດສະດຸກໍ່ສ້າງ ເພື່ອມາຮັບໃຊ້ກໍ່ສ້າງພື້ນຖານໂຄງລ່າງຂອງແຂວງມີມູນຄ່າ 404,88 ລ້ານໂດລາ.


ປັດຈຸບັນທົ່ວແຂວງມີຫົວໜ່ວຍທຸລະກິດທັງໝົດ 9.466 ຫົວໜ່ວຍ, ມີທຶນຈົດທະບຽນ 3.417 ຕື້ກີບ ແລະ ທົ່ວແຂວງມີຜະລິດຕະພັນທີ່ໄດ້ຮັບກາໝາຍ ພ້ອມປະກາດເປັນໂອດ໊ອບແຫ່ງຊາດທັງໝົດ 10 ຜະລິດຕະພັນ.
ທ່ານຍັງໃຫ້ຮູ້ຕື່ມວ່າ: ແຕ່ນີ້ຫາປີ 2025 ຕ້ອງໄດ້ສືບຕໍ່ຜັນຂະຫຍາຍແຜນຍຸດທະສາດວຽກງານອຸດສາຫະກໍາ ແລະ ການຄ້າ 5 ປີ ຊຸກຍູ້ການຈັດຕັ້ງປະຕິບັດມູນຄ່າການສົ່ງອອກສິນຄ້າໃຫ້ໄດ້ 263,2 ລ້ານໂດລາ ແລະ ນໍາເຂົ້າສິນຄ້າບໍ່ໃຫ້ເກີນ 105,5 ລ້ານໂດລາ, ສູ້ຊົນເຮັດໃຫ້ຍອດຂາຍມູນຄ່າການຜະລິດດ້ານອຸດສາຫະ ກໍາ ແລະ ຫັດຖະກໍາ ບັນລຸ 1.210 ຕື້ກວ່າກີບ.
[ ຂ່າວ: ບຸນທີ ]