ກະຊວງ ຮສສ ຈະປະຕິບັດຫຼາຍມາດຕະການຊ່ວຍເຫຼືອແຮງງານທີ່ໄດ້ຮັບຜົນກະທົບຈາກໂຄວິດ – 19

268

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເລັ່ງຊ່ວຍເຫຼືອຜູ້ອອກແຮງທີ່ໄດ້ຮັບຜົນກະທົບຈາກໂຄວິດ – 19 ເພື່ອໃຫ້ເຂົາເຈົ້າໄດ້ມີວຽກເຮັດງານທຳເປັນກຳລັງແຮງຍູ້ໜູນການພັດທະນາເສດຖະກິດ ໂດຍຈະສົ່ງເສີມໃຫ້ມີການຈັດຕະຫຼາດນັດແຮງງານ, ສົ່ງເສີມການສະໝັກງານຜ່ານລະບົບເວັບໄຊການຈັດຫາງານ. ພ້ອມນັ້ນ, ຈະປັບປຸງລະບົບຂໍ້ມູນ – ຂ່າວສານຕະຫຼາດແຮງງານໃຫ້ມີຄວາມທັນສະໄໝ ເພື່ອສະໜອງຂໍ້ມູນ – ຂ່າວສານໃຫ້ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງ.

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບວິທີ ແລະ ມາດຕະການຊ່ວຍເຫຼືອແຮງງານ ໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ການຕິດຕາມ ແລະ ຄຸ້ມຄອງຜູ້ອອກແຮງງານໃນໄລຍະເກີດການລະບາດຂອງພະຍາດ ໂຄວິດ – 19 ທາງະແໜງແຮງງານ ແລະສະຫວັດດີການ-ສັງຄົມໄດ້ເອົາໃຈໃສ່ປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານຢູ່ບັນດາຫົວໜ່ວຍທຸລະກິດ, ການຜະລິດ, ການບໍລິການ ແລະ ໂຄງການລົງທຶນຕ່າງໆທີ່ໄດ້ຮັບຜົນກະທົບໂຄວິດ – 19 ໂດຍສະເພາະແມ່ນຜູ້ອອກແຮງງານ ( ຜູ້ປະກັນຕົນ ) ໃນລະບົບປະກັນສັງຄົມພາກວິສາຫະກິດ.


ນອກນັ້ນ, ເພື່ອເປັນການຊ່ວຍເຫຼືອຜູ້ດ້ອຍໂອກາດທີ່ທຸກຍາກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ( ຮສສ ) ກໍໄດ້ເອົາໃຈໃສ່ຊີ້ນໍາຂະແໜງການສາຍຕັ້ງຂອງຕົນຢູ່ແຕ່ລະທ້ອງຖິ່ນຢ່າງໃກ້ຊິດ ໂດຍອອກແຈ້ງການ ແລະ ສ້າງແບບຟອມເກັບກໍາຂໍ້ມູນສົ່ງໃຫ້ແຕ່ລະແຂວງ, ນະຄອນຫຼວງວຽງຈັນ, ເມືອງ ແລະ ບ້ານ ເພື່ອເກັບກໍາ ແລະ ສັງລວມລາຍງານຂໍ້ມູນໃຫ້ແກ່ກະຊວງ ເພື່ອເປັນບ່ອນອີງໃນການກໍານົດນະໂຍບາຍຊ່ວຍເຫຼືອຜູ້ອອກແຮງງານ ( ຜູ້ປະກັນຕົນ ) ແລະ ຜູ້ດ້ອຍໂອ ກາດທີ່ທຸກຍາກຕາມເງື່ອນໄຂຕົວຈິງ.

ທ່ານກ່າວຕື່ມວ່າ: ສຳລັບຂໍ້ມູນຜູ້ທີ່ເຂົ້າມາຜ່ານດ່ານສາກົນໃນຂອບເຂດທົ່ວປະເທດ ແຕ່ວັນທີ 20 ມີນາ ຫາ ວັນທີ 15 ມິຖຸນາ 2020 ມີທັງໝົດ 117.843 ຄົນ; ສໍາລັບຜູ້ອອກແຮງງານລາວທີ່ກັບຈາກປະເທດໃກ້ຄຽງ ( ໄທ ) ມີທັງໝົດ 56.852 ຄົນ ຍິງ 46.628 ຄົນ ແລະ ເດັກນ້ອຍ 1.229 ຄົນ.
ປັັັດຈຸບັນດ້ານສິ່ງທ້າທາຍທີ່ມີຕໍ່ແຮງງານລາວແມ່ນການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ຜົນກະທົບຕໍ່ເສດຖະກິດ – ສັງຄົມ ພາຍໃນປະເທດຫຼາຍດ້ານ ໂດຍສະເພາະຂົງເຂດແຮງງານ ແລະ ສະຫວັດດີການສັງຄົມ ແມ່ນໄດ້ມີການປິດຫົວໜ່ວຍແຮງງານ ຫຼື ຫົວໜ່ວຍທຸລະກິດ ອັນເຮັດໃຫ້ແຮງງານຈໍານວນຫຼາຍຕ້ອງໄດ້ພັກວຽກ, ມີຫຼາຍຫົວໜ່ວຍທຸລະກິດທີ່ມີຄວາມຈໍາເປັນຕ້ອງຫຼຸດຜ່ອນການຜະລິດ ກໍມີຄວາມສ່ຽງໃນການຍົກເລີກສັນຍາແຮງງານ, ມີຫຼາຍຫົວໜ່ວຍທຸລະກິດບໍ່ສາມາດຈ່າຍຄ່າແຮງງານ ໃຫ້ແຮງງານໄດ້ໃນເວລາທີ່ຍັງບໍ່ສາມາດດໍາເນີນກິດຈະການ ໂດຍສະເພາະແມ່ນຂະແໜງບໍລິການທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ ແລະ ອື່ນໆທີ່ມີຜົນກະທົບຫຼາຍ.


ສໍາລັບຂະແໜງອຸດສາຫະກໍາຈໍານວນໜຶ່ງຍັງສາມາດຮັກສາແຮງງານໄວ້ ໂດຍການຫຼຸດຄ່າແຮງງານທີ່ເຄີຍໄດ້ຮັບປົກກະຕິລົງ. ພ້ອມກັນນັ້ນ, ແຮງງານລາວຈໍານວນຫຼາຍໄດ້ເດີນທາງກັບຈາກຕ່າງປະເທດ ເຊິ່ງມີຜົນກະທົບຕໍ່ຄ່າແຮງງານ ແລະ ຊີວິດການເປັນຢູ່ຂອງເຂົາເຈົ້າບໍ່ໜ້ອຍ, ການແຜ່ລະບາດຂອງພະຍາດໂຄວິດ – 19 ຫາກແກ່ຍາວໄປຕື່ມຈະສົ່ງຜົນສະທ້ອນໃຫ້ແກ່ລັດຖະບານບໍ່ໜ້ອຍ ໂດຍສະເພາະຂະແໜງເສດຖະກິດອາດບໍ່ສາມາດສ້າງຕໍາແໜ່ງງານໃໝ່ ເພື່ອຮອງຮັບຜູ້ອອກແຮງງານທີ່ຖືກເລີກຈ້າງຈາກຫົວໜ່ວຍທຸລະກິດທີ່ໄດ້ຮັບຜົນກະທົບດັ່ງກ່າວ ຫຼື ແຮງງານໃໝ່ທີ່ເພີ່ມຂຶ້ນ ແລະ ດ້ານອື່ນ. ໃນໄລຍະເວລາອັນສັ້ນນັ້ນ, ຕະຫຼາດແຮງງານຕ່າງປະເທດທີ່ເຄີຍຮັບແຮງງານລາວໄປອອກແຮງງານນັ້ນ ອາດຍັງບໍ່ທັນຕ້ອງການຮັບເອົາແຮງງານເຫຼົ່ານັ້ນກັບໄປເຮັດວຽກຄືນ ເຊິ່ງຈະເຮັດໃຫ້ອັດຕາການວ່າງງານພາຍໃນປະເທດເພີ່ມຂຶ້ນຈາກອັດຕາປົກກະຕິ 9,4% ໃນປີ 2011 ມາເປັນ 25% ໃນປີ 2020 – 2021.

ສຳລັບທິດທາງການແກ້ໄຂໃນສະເພາະໜ້າ ແລະ ຍາວນານ ແມ່ນຈະສືບຕໍ່ປະຕິບັດນະໂຍບາຍອຸດໜູນວ່າງງານສະເພາະ ໃຫ້ຜູ້ປະກັນຕົນໃນລະບົບປະກັນສັງຄົມພາກວິສາຫະກິດຕາມນະໂຍບາຍທີ່ກໍານົດໄວ້. ພ້ອມກັນນີ້, ຈະຖືເອົາໂອກາດນີ້ ໂຄສະນາດຶງດູດເອົາແຮງງານນອກລະບົບ ເຂົ້າສູ່ລະບົບປະກັນສັງຄົມໃຫ້ຫຼາຍກວ່າເກົ່າ, ສ້າງກອງທຶນປະກັນສັງຄົມໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ.

ສົ່ງເສີມໃຫ້ຫົວໜ່ວຍທຸລະກິດ ແລະ ໂຄງການລົງທຶນຕ່າງໆທີ່ມີເງື່ອນໄຂຈັດງານຕະຫຼາດນັດແຮງງານໃຫ້ຜູ້ອອກແຮງງານ ທີ່ໄດ້ຮັບຜົນກະທົບຈາກ ໂຄວິດ-19 ໄດ້ເຂົ້າເຖິງຕໍາແໜ່ງງານຕ່າງໆ. ລວມທັງສົ່ງເສີມການສະຫມັກງານຜ່ານ ລະບົບເວັບໄຊການຈັດຫາງານ; ປັບປຸງລະບົບຂໍ້ມູນ – ຂ່າວສານຕະຫຼາດແຮງງານໃຫ້ມີຄວາມທັນສະໄໝ ເພື່ອສະໜອງຂໍ້ມູນ – ຂ່າວສານໃຫ້ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານດ້ວຍຫຼາຍຮູບແບບ.