ເປີດນຳໃຊ້ແລ້ວເສັ້ນທາງຟ້າງຸ່ມ, ທາງໄກສອນ ພົມວິຫານ ແລະສະໜາມຂີ້ເຫຍື້ອບ້ານຊອກ

208

ແຂວງສະຫວັນນະເຂດໄດ້ຈັດພິທີມອບ-ຮັບ ແລະເປີດນຳໃຊ້ຢ່າງເປັນທາງການໂຄງການກໍ່ສ້າງທາງໄກສອນ ພົມວິຫານ, ທາງຟ້າງຸ່ມ ແລະສະໜາມຂີ້ເຫຍື້ອບ້ານຊອກ ສຳລັບໂຄງການພັດທະນາຕົວເມືອງຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກອະນຸພາກພື້ນແມ່ນ້ຳຂອງ ເຊິ່ງຈັດຂຶ້ນໃນຕອນເຊົ້າຂອງວັນທີ 1 ກໍລະກົດ 2020 ທີ່ສວນສາທາລະນະໄກສອນ ພົມວິ ຫານ ໂດຍການເປັນກຽດເຂົ້າຮ່ວນມໃນພິທີຄັ້ງນີ້ຂອງທ່ານ ນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ, ທ່ານ ທ່ອນແກ້ວ ພຸດທະໄກຍາລາດ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳຈາກສູນກາງ ແລະທ້ອງຖິ່ນ, ແຂກຖືກເຊີນ ຕະຫຼອດເຖິງຄະນະນຳ, ຊ່ຽວຊານ ແລະທີ່ປຶກສາໂຄງການ GMS ແລະບໍລິສັດຜູ້ຮັບເໝົາກໍ່ສ້າງໂຄງການເຂົ້າຮ່ວມ.

ໃນພິທີ, ທ່ານ ໄຊຍະເສນ ແກ້ວວິໄລສັກ ຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງສະຫວັນນະເຂດ ໄດ້ລາຍງານໃຫ້ຮູ້ໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດ 3 ໂຄງການກໍ່ສ້າງ ທີ່ຈະໄດ້ມອບ-ຮັບກັນໃນຄັ້ງນີ້ ຊຶ່ງທັງ 3 ໂຄງການ ແມ່ນນອນໃນ 7 ໜ້າວຽກຫຼັກຂອງໂຄງການ GMS ເປັນໂຄງການເງິນກູ້ຢືມ ແລະຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ແລະທຶນສົມທົບຂອງລັດຖະບານລາວ, ລວມມີມູນຄ່າທັງໝົດ 47,74 ລ້ານໂດລາສະຫະລັດ ໃນນີ້ ສຳລັບໂຄງການກໍ່ສ້າງທາງໄກສອນ ພົມວິຫານ ມີຄວາມຍາວ 6,182 ກິໂລແມັດ, ມູນຄ່າ 7.546.207 ໂດລາສະຫະລັດ, ພື້ນໜ້າທາງປູດ້ວຍຢາງຂົ້ວຄວາມໜາ 7 ຊັງຕີແມັດ, ປະກອບມີ 4 ເລນ, ເບື້ອງລະ 2 ຊ່ອງການຈໍລະຈອນ, ມີທາງລົດຈັກ ແລະລົດຖີີບ ກວ້າງເບື້ອງລະ 1,5 ແມັດ, ລວມຄວາມກວ້າງ 2 ເບື້ອງ 24 ແມັດ ພ້ອມໄຟເຍືອງທາງທັງໝົດ 213 ຕົ້ນ ເປັນດອກຄູ່, ມີທາງຍ່າງ 2 ເບື້ອງ, ມີວົງວຽນ 2 ຈຸດຄື: ວົງວຽນສັນຍາລັກອາຊຽນ ແລະວົງວຽນກະບອງ.

ພ້ອມນີ້ ຍັງມີໜ້າວຽກເພີ່ມອີກຄືທາງເຂົ້າສະໜາມບິນ ຄວາມຍາວ 730 ແມັດ, ມູນຄ່າ 356.974 ກວ່າໂດລາ, ປູຢາງຂົ້ວໜາ 5 ຊັງຕີແມັດ, ປະກອບມີເສົາໄຟ 17 ຕົ້ນ ແລະປູກຕົ້ນຈຳປາ 2 ຂ້າງທາງ ໂດຍແມ່ນບໍລິສັດລັດວິສາຫະກິດກໍ່ສ້າງທາງເລກ 8; ສ່ວນໂຄງການກໍ່ສ້າງທາງຟ້າງຸ່ມ ມີຄວາມຍາວ 2,147 ກິໂລແມັດ, ໜ້າທາງປູຢາງຂົ້ວໜາ 5 ຊັງຕີແມັດ, ມູນຄ່າກໍ່ສ້າງ 2.289.611 ກວ່າໂລດາ, ຕິດຕັ້ງໄຟເຍືອງທາງແຂນດ່ຽວ 24 ຕົ້ນ,ແບບແຂນຄູ່ຢູ່ສວນ 46 ຕົ້ນ ປູກຕົ້ນໄມ້ພິກຸນສອງເບື້ອງ 240 ຕົ້ນ, ມີເນື້ອທີ່ສວນສາທາ 21,760 ຕາແມັດ, ມີຫ້ອງຂາຍເຄື່ອງທີ່ລະລຶກ ແລະເຄື່ອງດື່ມຂະໜາດ 7×12ແມັດ, 1 ຫຼັງ ໃນສວນປະກອບມີຕົ້ນໄມ້ທັງໝົດ 345 ຕົ້ນ ພ້ອມນັ້ນ ກໍ່ມີລານອະເນກປະສົງ, ວົງວຽນກອງ, ຫໍໂມງ ແລະປ້າຍຊື່ສວນອີກດ້ວຍ ຊຶ່ງຮັບເໝົາການກໍ່ສ້າງໂດຍບໍລິສັດຈຳປາຄຳກໍ່ສ້າງສ້ອມແປງຂົວທາງ ແລະເຄຫາສະຖານຈຳກັດຜູ້ດຽວ.

ສຳລັບໂຄງການສະໜາມຂີ້ເຫຍື້ອບ້ານຊອກ ລວມມີເນື້ອທີ່ຂອງໂຄງການ 10 ເຮັກ ຕາ, ໂດຍສະໜາມຂີ້ເຫຍື້ອມີມູນຄ່າໃນການກໍ່ສ້າງທັງໝົດ 1.659.205 ກວ່າໂດລາ ປະກອບດ້ວຍສິ່ງປຸກສ້າງ ເພື່ອອຳ ນວຍຄວາມສະດວກດັ່ງນີ້: ລະບົບຊິງຊັ່ງ 1 ຈຸດ, ອາຄານຫ້ອງການບໍລິຫານ, ທາງເບຕົງ ຍາວ 561 ແມັດ, ມີຮ່ອງນ້ຳຂ້າງທາງ, ມີຫ້ອງນ້ຳ, ອາຄານຄັດແຍກຂີ້ເຫຍື້ອ, ອາຄານຜະລິດຝຸ່ນບົ່ມ, ອາຄານຕາກອາຈົມ, ຂຸມຖິ້ມຂີ້ເຫຍື້ອໃໝ່ ເນື້ອທີ່ 3,08 ເຮັກຕາ, ໜອງບຳບັດນ້ຳເສຍ ລະບົບເຕີມອາກາດ, ໜອງບຳບັດນ້ຳເສຍ ຕົກຕະກອນ, ປ້ອມຍາມ, ຮົ້ວອ້ອມສະໜາມ, ໝໍ້ແປງໄຟຟ້າ ນອກນັ້ນ ຍັງມີການສະໜອງອຸປະກອນອື່ນໆເຂົ້າໃນການກຳຈັດ, ການເຮັດຝຸ່ນບົ່ມ ແລະການນຳເອົາຂີ້ເຫຍື້ອມານຳໃຊ້ຄືນໃໝ່.

ປະກອບມີພາຫະນະດັ່ງນີ້: ລົດຈົກ 1 ຄັນ, ລົດດ້າມ 2 ຄັນ, ລົດເກັບຂີ້ເຫຍື້ອອັດແໜ້ນ 8 ແມັດກ້ອນ 2 ຄັນ, ລົດເກັບຂີ້ເຫຍື້ອ 6 ແມັດກ້ອນ 2 ຄັນ, ລົດລ້າງທາງ-ດູດນ້ຳເປື້ອນ 1 ຄັນ, ລົດປັດຝຸ່ນ 1 ຄັນ, ຖັງຂີ້ເຫຍື້ອ ບັນຈຸ 120 ລິດ 400 ຖັງ, ມູນຄ່າ 709.000 ໂດລາ ແລະຈະນຳເຂົ້າພາຫະນະຕື່ມອີກໃນງວດທີ 2 ຄາດວ່າໃນເດືອນ 8 ປີ 2020ນີ້ ຊຶ່ງປະກອບມີ: ລົດຕັກນ້ອຍຕີນຂີ້ເຂັບ 1 ຄັນ, ລົດດູດນ້ຳເປື້ອນ(ອາຈົມ) 2 ຄັນ, ລົດດູດສຳລັບສະໜາມຂີ້ເຫຍື້ອ 1 ຄັນ, ລົດຕັກຕີນຢາງ ພ້ອມມີບ່ວງເຂິງ 1 ຄັນ, ເຄື່ອງເຂິງຮ່ອນແບບໝູນ 1 ເຄື່ອງ ແລະເຄື່ອງຈັກໜີບ 1 ເຄື່ອງ ແລະເຄື່ອງຈັກບົດກະຕຸກຢາງ 1 ເຄື່ອງ, ລວມມູນຄ່າ 856.600 ໂດລາ, ລວມມູນຄ່າອຸປະກອນທັງໝົດຈຳນວນ 1.565.600 ໂດລາ ໂດຍແມ່ນບໍລິສັດວີເອັສ໌ພີກໍ່ສ້າງຈຳ ກັດຜູ້ດຽວ ເປັນຜູ້ຮັບເໝົາການກໍ່ສ້າງ.