ດ່ານສາກົນບໍ່ເຕ່ນສືບຕໍ່ເຂັ້ມງວດ ຈໍາກັດຄົນເຂົ້າ-ອອກ ອະນຸຍາດພຽງລົດຂົນສົ່ງສິນຄ້າ

75

ນັບແຕ່ມີການລະບາດຂອງພະຍາດໂຄວິດ-19 ລັດຖະບານໄດ້ມີຫຼາຍມາດຕະການເຂັ້ມງວດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວ ເຊິ່ງໜຶ່ງໃນນັ້ນແມ່ນການເຂັ້ມງວດຢູ່ບັນດາດ່ານເຂົ້າ-ອອກໃນທົ່ວປະເທດ ແລະ ເຖິງແມ່ນວ່າປັດຈຸບັນ ສະພາບການລະບາດຂອງພະຍາດດັ່ງກ່າວໃນປະເທດເຮົາເລີ່ມເບົາບາງບໍ່ມີຜູ້ຕິດເຊື້ອໂຄວິດ-19 ແລ້ວ ແຕ່ກໍ່ຍັງຕ້ອງເຂັ້ມງວດຕໍ່ ດັ່ງດ່ານບໍ່ເຕ່ນທີ່ສືບຕໍ່ ຈໍາກັດຄົນເຂົ້າ-ອອກ ອະນຸຍາດອໍານວຍຄວາມສະດວກໃຫ້ພຽງລົດຂົນສົ່ງສິນຄ້າເທົ່ານັ້ນ.

ທ່ານ ທອງສີ ກັນທະຈັກ ຮອງຫົວຫນ້າຄະນະຄຸ້ມຄອງດ່ານສາກົນບໍ່ເຕ່ນແຂວງຫຼວງນໍ້າທາ, ໃຫ້ສໍາພາດ ໃນວັນທີ 30 ມີຖຸນາ 2020 ທີ່ຜ່ານມາວ່າ: ການເດີນທາງເຂົ້າ – ອອກດ່ານສາກົນບໍ່ເຕ່ນໃນປັດຈຸບັນແມ່ນເຈົ້າໜ້າທີ່ຍັງເຂັ້ມງວດພໍສົມຄວນ ສະກັດກັ້ນບໍ່ໃຫ້ພະຍາດໂຄວິດ-19 ກັບມາລະບາດອີກຮອບໃຫມ່.

ດັ່ງນັ້ນ, ຈຶ່ງເຮັດໃຫ້ຈຳນວນຄົນທີ່ຜ່ານດ່ານຫລຸດລົງ ແລະ ອະນຸຍາດໃຫ້ຜ່ານໄປມາພຽງແຕ່ລົດຂົນສົ່ງສິນຄ້າ ແລະ ບຸກຄົນທີ່ຈໍາເປັນເທົ່ານັ້ນ ເບື້ອງການຂົນສົ່ງກໍ່ໄດ້ມີການປ່ຽນຜູ້ຂັບລົດຢູ່ຊາຍແດນ ຫລື ຫລັກໝາຍທີ 29 ເຊິ່ງເປັນມາດຕະການປ້ອງກັນທີ່ດີ ແລະ ຍອມຮັບລະຫວ່າງປະເທດ ເວົ້າສະເພາະກໍ່ຄືລາວ – ຈີນ.

ດ່ານສາກົນບໍ່ເຕ່ນເປັນດ່ານຫນຶ່ງ ທີ່ມີຄົນເດີນທາງເຂົ້າ-ອອກເປັນຈຳນວນຫລາຍໃນແຕ່ລະມື້ ສະນັ້ນ ຈິ່ງເປັນຈຸດທີ່ມີຄວາມສ່ຽງສູງຕໍ່ການຕິດເຊື້ອໂຄວິດ19 ແລະ ເພື່ອຮັບມືກັບສະພາບການດັ່ງກ່າວ ເຈົ້າຫນ້າທີ່ ແລະ ທີມງານສາທາລະນະສຸກ ຕ້ອງໄດ້ເຂັ້ມງວດກວດກາປະຈໍາການຕະຫລອດ 24 ຊົ່ວໂມງ ບໍ່ໃຫ້ພະຍາດໂຄວິດ-19 ກັບຄືນມາລະບາດອີກຮອບໃຫມ່ໃນ ສ ປ ປ ລາວ.

ຂໍ້ມູນຈາກ: ຂ່າວສານຫຼວງນໍ້າທາ