ສູດ ໝູກອບ ເຮັດເອງໄດ້ບໍ່ຍາກ

208

ໝູກອບນອກຈາກຈະເປັນອາຫານທີ່ກິນຫຼິ້ນແລ້ວ ຍັງເປັນອາຫານທີ່ສາມາດນຳເອົາໄປເຮັດເມນູຕ່າງໆໄດ້ ບໍ່ວ່າຈະເປັນກະເພົາໝູກອບ, ຂົ້ວຜັກກາດນາໝູກອບ, ເຂົ້າປຽກໝູກອບເປັນຕົ້ນ ເຊິ່ງຂັ້ນຕອນໃນການເຮັດໝູກອບກໍບໍ່ຍາກຢ່າງທີ່ຄິດ ທ່ານສາມາດນຳເອົາສູດໝູກອບນີ້ໄປລອງເຮັດກິນ ຫຼື ເຮັດຂາຍກໍໄດ້.

ວັດຖຸດິບ ແລະ ສ່ວນປະສົມປະກອບມີ: ໝູສາມຊັ້ນ 1 – 1,5 ກິໂລກຣາມ; ເກືອ, ນ້ຳສົ້ມສາຍຊູ 2 – 3 ບ່ວງແກງ; ນ້ຳມັນພືດ ຫຼື ນ້ຳມັນໝູ.

ຂັ້ນຕອນການເຮັດໝູກອບ:

1 ອະນາໄມໝູສາມຊັ້ນດ້ວຍການແຖຂົນໝູແລ້ວລ້າງນ້ຳໃຫ້ສະອາດ. ຫຼັງຈາກນັ້ນ, ຕົ້ມນ້ຳໃຫ້ຟົດໃສ່ເກືອເລັກໜ້ອຍນຳເອົາສ່ວນທີ່ເປັນໜັງໝູລົງທາງລຸ່ມພໍໃຫ້ນ້ຳຖ້ວມວິດໜັງໝູ ແລ້ວຕົ້ມປະມານ 7 – 8 ນາທີ ພໍໃຫ້ໜັງສຸກ ແລ້ວເອົາອອກມາສະເດັດນ້ຳ.

2 ໃຊ້ສ້ອມ ຫຼື ມີດປາຍແຫຼມແທງໜັງໝູໃຫ້ເປັນຮູໆທົ່ວແຜ່ນໜັງໝູ ຂັ້ນຕອນນີ້ແທງຫຼາຍໝູກອບກໍຍິ່ງໂພງຫຼາຍ, ພ້ອມບັ້ງໜັງໝູໃຫ້ເປັນຕອນ ແລະ ທາເກືອບາງໆໃຫ້ທົ່ວຕ່ອນໝູສາມຊັ້ນ ທານ້ຳສົ້ມສາຍຊູໃຫ້ທົ່ວໜັງໝູ ປະໝູໄວ້ໜ້ອຍໜຶ່ງ ເພື່ອໃຫ້ນ້ຳສົ້ມສາຍຊູຊຶມເຂົ້າໜັງໝູ.

3 ຂັ້ນຕອນນີ້ແມ່ນເອົາໝູໄປຕາກແດດ ປະມານ 4 – 6 ຊົ່ວໂມງ ແລະ ຕ້ອງເອົາດ້ານທີ່ເປັນໜັງຕາກໃຫ້ຖືກແດດຈົນກວ່າໜັງແຫ້ງດີ ກໍສາມາດກຽມຈືນໄດ້ ສ່ວນວິທີການຈືນແມ່ນໃຫ້ວາງຕະແກງໃນໝໍ້ກະທະ ແລ້ວໃສ່ນ້ຳມັນພໍໃຫ້ຖ້ວມເຄິ່ງໜຶ່ງຂອງຊີ້ນໝູ ເຊິ່ງຕ້ອງເອົາດ້ານທີ່ເປັນໜັງລົງທາງລຸ່ມ ພ້ອມຈືນດ້ວຍໄຟກາງຈົນ ກວ່າໜັງໝູສຸກແລ້ວຄ່ອຍປີ້ນອີກດ້ານ ຈືນຈົນສຸກທັ້ງຕ່ອນຄ່ອຍເອົາຂຶ້ນມາສະເດັດນ້ຳມັນປະໄວ້ໃຫ້ເຢັນ.

4 ນຳເອົາໝູທີ່ພັກໄວ້ຈົນເຢັນມາຈືນຮອບສອງ ໂດຍເອົາດ້ານໜັງລົງກ່ອນຈົນໜັງໂພງກອບແລ້ວຄ່ອຍປີ້ນອີກດ້ານ ກ່ອນຈະເອົາໝູສາມຊັ້ນຂຶ້ນແມ່ນໃຫ້ພິກດ້ານໜັງຈືນອີກຮອບໜຶ່ງເພື່ອໄລ່ ຄວາມຊຸ່ມຈະເຮັດໃຫ້ໝູກອບດົນຂຶ້ນ.

5 ຕັກໝູກອບຂຶ້ນຈາກໝໍ້ ພັກໄວ້ໃຫ້ສະເດັດນ້ຳມັນ ຊອຍເປັນຕ່ອນໆ ຄວາມໜາຕາມໃຈມັກເອົາໃສ່ຈານ ຫຼື ຈະເອົາໄປປຸງອາຫານເມນູຕ່າງໆທີ່ຕ້ອງການ.