ກອງປະຊຸມສະພາແຫ່ງຊາດປິດລົງຢ່າງຈົບງາມ ພ້ອມພິຈາລະນາຮັບຮອງເອົາ 4 ມະຕິສຳຄັນຂອງຊາດ

134

ພາຍຫຼັງທີ່ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ເປັນເວລາ 6 ວັນເຄິ່ງ (ນັບແຕ່ວັນທີ 24 ມິຖຸນາ ຫາ 2 ກໍລະກົດ) ກໍ່ໄດ້ປິດລົງຢ່າງຈົບງາມ ທີ່ຫໍສະພາແຫ່ງຊາດຫຼັກ 6. ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງພະນະທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ; ມີບັນດາທ່ານການນໍາອາດີດການນໍາຂັ້ນສູງຂອງພັກ-ລັດ, ບັນດາທ່ານພະນັກງານປະຕິວັດອາວຸໂສ, ບັນດາທ່ານສະມາຊິກສະພາແຫ່ງຊາດ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ທ່ານຜູ້ຕາງໜ້າຈາກພາກສ່ວນຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດນີ້ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມມີບາງຕອນວ່າ: ກອງປະຊຸມຄັ້ງນີ້ໄດ້ພິຈາລະນາ ແລະ ຮັບຮອງ ເອົາ4 ມະຕິ ດັ່ງນີ້:


1. ມະຕິວ່າດ້ວຍການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 5 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ 2020 ແລະ ແຜນດັດແກ້ບັນດາຄາດໝາຍເສດຖະກິດມະຫາພາກ, ການຄ້າ, ການລົງທຶນ, ງົບປະມານ ແລະ ເງິນຕາ ໃນ 6 ເດືອນທ້າຍປີ 2020. ກອງປະຊຸມສະແດງຄວາມຊົມເຊີຍມາຍັງລັດຖະບານ ທີ່ໄດ້ເອົາໃຈໃສ່ຊີ້ນໍາ ແລະ ຈັດຕັ້ງຜັນຂະຫຍາຍ ບັນດາມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ 19 ຢູ່ພາຍໃນປະເທດໄດ້ຢ່າງທັນການ ແລະ ມີປະສິດທິຜົນ.


ກອງປະຊຸມສະເໜີມາຍັງລັດຖະບານ ຈົ່ງໄດ້ຮີບຮ້ອນວາງແຜນຈັດຕັ້ງຜັນຂະ ຫຍາຍບັນດາຄາດໝາຍ, ນະໂຍບາຍ ແລະ ມາດຕະການທີ່ໄດ້ກໍານົດໄວ້ໃນມະຕິກອງປະຊຸມສະພາຄັ້ງນີ້ ລົງສູ່ຂະແໜງການ ແລະ ທ້ອງຖິ່ນຮາກຖານໂດຍໄວ, ສຸມໃສ່ເຮັດໃຫ້ ເສດຖະກິດມະຫາພາກ ສືບຕໍ່ມີສະຖຽນລະພາບ ແລະ ມີຄວາມສະຫງົບ, ຄວບຄຸມອັດຕາແລກປ່ຽນ, ອັດຕາເງິນເຟີ້, ການເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນ, ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການດຶງດູດການລົງທຶນ ແລະ ສືບຕໍ່ຈັດຕັ້ງປະຕິບັດ ກົນໄກການບໍລິການຜ່ານປະຕູດຽວ ໃນການສົ່ງເສີມການລົງທຶນ ໃຫ້ມີຄວາມເປັນເອກະພາບສູງ ລະຫວ່າງບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ຕາມກົດໝາຍກໍານົດໄວ້, ເອົາໃຈໃສ່ ໂຄສະນາຢ່າງກວ້າງຂວາງ ເພື່ອສ້າງຈິດສໍານຶກຮັກຊາດ ແລະ ພັດທະນາ, ຫັນວິກິດການໃຫ້ເປັນໂອກາດ ໃນເງື່ອນໄຂທີ່ເສດຖະກິດ-ສັງຄົມ ມີຄວາມຫຍຸ້ງຍາກ, ສືບຕໍ່ຂຸດຄົ້ນ ແລະ ນໍາໃຊ້ທ່າແຮງບົ່ມຊ້ອນພາຍໃນປະເທດ ເພື່ອຍູ້ແຮງການຜະລິດທຸລະກິດ ແລະ ສົ່ງເສີມໃຫ້ຄົນລາວຫັນມາຊົມໃຊ້ຜະລິດຕະພັນລາວຢ່າງແຂງແຮງ.

ກະກຽມຄວາມພ້ອມຮອບດ້ານ ເພື່ອຈັດຕັ້ງປະຕິບັດແຜນຊຸກຍູ້ການຜະລິດລະດູຝົນ ໃນປີ 2020 ໃຫ້ທັນລະດູການ ແນໃສ່ ຄໍ້າປະກັນທາງດ້ານສະບຽງອາຫານ ໃຫ້ພຽງພໍກັບການບໍລິໂພກພາຍໃນ ແລະ ເປັນສິນຄ້າສົ່ງອອກ, ກະກຽມແຜນຮັບມືກັບໄພພິບັດທໍາມະຊາດທີ່ອາດຈະເກີດຂຶ້ນໃນລະດູຝົນນີ້, ລວມທັງ ການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ພະຍາດຕາມລະດູການ, ຮັບປະກັນເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ມີຄວາມຍຸຕິທໍາ, ເສດຖະກິດ-ສັງຄົມ ສືບຕໍ່ມີການຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ ແລະ ຍົກສູງດີຂຶ້ນເປັນກ້າວໆ.


2. ມະຕິວ່າດ້ວຍການຮັບຮອງເອົາ ກົດໝາຍວ່າດ້ວຍ ພາສີ ສະບັບປັບປຸງ; ການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາ ກອນນໍ້າ, ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ. ການປັບປຸງບາງມາດຕາຂອງບັນດາກົດໝາຍດັ່ງກ່າວ ຈະປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດ ຄຸ້ມຄອງເສດຖະກິດ-ສັງຄົມ ໃນຂົງເຂດວຽກງານດັ່ງກ່າວ ມີຄວາມສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ, ການປົກປັກຮັກສາສິ່ງແວດລ້ອມໃນໄລຍະໃໝ່, ເປັນການປັບປຸງກົງຈັກ, ການບໍລິຫານລັດຕາມກົດໝາຍ ໃຫ້ມີປະສິດທິຜົນ.


3. ມະຕິວ່າດ້ວຍຜົນການຕິດຕາມກວດກາ ຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນທໍາມະຊາດ (ການສໍາຫຼວດ ແລະ ການຂຸດຄົ້ນ ແຮ່ທາດ, ຫີນແຮ່, ຫີນຜາ ແລະ ຊາຍ). ກອງປະຊຸມ ສະແດງຄວາມຊົມເຊີຍມາຍັງ ລັດຖະບານ ທີ່ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍບັນດາກົດໝາຍທີ່ກ່ຽວຂ້ອງ ເປັນນິຕິກໍາອັນລະອຽດຂອງຂະແໜງການຕົນ, ເພື່ອເປັນເຄື່ອງມືໃນການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາກອນດັັ່ງກ່າວ.

ກອງປະຊຸມ ກໍສະແດງຄວາມເປັນຫ່ວງ ແລະ ສະເໜີມາຍັງລັດຖະບານ ຈົ່ງໄດ້ເພີ່ມທະວີ ຊີ້ນໍາຂະແໜງການທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ເອົາໃຈໃສ່ຕິດຕາມກວດກາ ການສໍາຫຼວດ, ການຂຸດຄົ້ນແຮ່ທາດ, ຫີນແຮ່, ຫີນຜາ ແລະ ຊາຍ ທີ່ໄດ້ຮັບການອະນຸຍາດໄປແລ້ວນັ້ນ ໃຫ້ດໍາເນີນການ ຖືກຕ້ອງຕາມກົດໝາຍທີ່ກ່ຽວຂ້ອງວ່າງອອກ ແນໃສ່ຮັບປະກັນ ນໍາໃຊ້ຊັບພະຍາ ກອນ ທໍາມະຊາດຢ່າງຍືນຍົງ, ມີປະສິດທິຜົນ, ປະຢັດ, ຈໍາກັດການນສົ່ງຜົນກະທົບທາງລົບຕໍ່ສິ່ງແວດລ້ອມ-ສັງຄົມ, ປະກອບສ່ວນສ້າງລາຍຮັບເຂົ້າງົບປະມານແຫ່ງລັດ, ປົກປັກຮັກສາໄດ້ເຂດນໍ້າແດນດິນຂອງປະເທດ ໄວ້ໄດ້ຢ່າງຄົບຖ້ວນ ແລະ ໝັ້ນຄົງ, ພ້ອມທັງເອົາໃຈໃສ່ປຸກລະດົມ ໃຫ້ພາກສ່ວນທຸລະກິດ ແລະ ປະຊາຊົນລາວບັນດາເຜົ່າ ຕັ້ງໜ້າປະຕິບັດ ພັນ ທະຂອງຕົນ ໃນການເຄົາລົບ ແລະ ປະຕິບັດກົດໝາຍທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ.


4. ມະຕິວ່າດ້ວຍຮັບຮອງ ທ່ານ ລີເບີ ລີບົວປາວ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ເປັນກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ.