ປ່ອຍແລ້ວ ເພງ ຄົນລະຟ້າ ຜົນງານການຮ່ວມມືຂອງວົງແບຼັກອາຍ ກັບ ແຜັດ ເພັດດາວອນ

294

ໄລຍະນີ້ວົງການເພງບ້ານເຮົາກໍາລັງຄຶກຄື້ນ, ບັນດານັກຮ້ອງ, ຜູ້ມັກຮັກໃນສຽງດົນຕີທັງຫຼາຍ ກຳລັງສ້າງຜົນງານປ່ອຍອອກມາໃຫ້ແຟນເພງໄດ້ຕິດຕາມ ແລະ ປັ່ນຍອດວິວນໍາກັນ ບໍ່ວ່າຈະເປັນເພງຢາກເປັນລູກເຂີຍ, ເພງ ໃສ່ໃຈໄດ້ແຕ່ມອງ ແລະ ເພງ ຄ່າດອງໂຄດແພງ ຂອງກຸ່ມນັກຮ້ອງຢູທູບເບີຜູ້ມັກໃນສຽງດົນຕີ, ທີ່ມາສ້າງແນວເພງແປກໃໝ່ເອົາໃຈໄວໜຸ່ມລາວ ຄວ້າຍອດວິວຫຼັກ 10 ລ້ານໃນຢູທູບໄປແລ້ວ.

ຫຼ້າສຸດ, ມາອີກໜຶ່ງເພງ ໂດຍແມ່ນຜົນງານການຮ່ວມມືຂອງວົງ ແບຼັກອາຍ ( Blackeyes ) ແລະ ສາວແຜັດ ເພັດດາວອນ ນັກຮ້ອງຄຸນນະພາບເຈົ້າຂອງລາງວັນການປະກວດລາຍການຮ້ອງເພງມາຈາກປະເທດເພື່ອນບ້ານ ທີ່ໄດ້ປ່ອຍໃຫ້ຟັງໃນວັນທີ 1 ກໍລະກົດ 2020 ນີ້.

ເພງ ຄົນລະຟ້າ ແມ່ນໄດ້ທີມງານຄຸນນະພາບໂດຍສະເພາະແມ່ນນັກຮ້ອງທີ່ມາຖ່າຍທອດອາລົມຜົນງານເພງນີ້ ໜຸ່ມໂອລ້າ Blackeyes ກັບ ສາວແຜັດ ເພັດດາວອນ ຄໍາມະນີວົງ. ພ້ອມນີ້, ຍັງໄດ້ ໜຸ່ມຕ່າຍອາກາດ ຫຼື ຂຸນຄໍາ ສິດທິຍົມ ນັກຮ້ອງເພງລາວສະໄໝທີ່ມີຊື່ສຽງຂອງລາວມາຮ່ວມສະແດງເປັນພະເອກໃນລະຄອນເພງດັ່ງກ່າວ. ທັງນີ້, ຕົວຢ່າງເພງນີ້ໄດ້ຖືກປ່ອຍອອກມາໃຫ້ແຟນເພງໄດ້ລຸ້ນຕິດຕາມຕໍ່ເມື່ອວັນທີ 28 ມິຖຸນາ 2020 ທີ່ຜ່ານມາ ເຊິ່ງໄດ້ຮັບກະແສຕອບຮັບດີຫຼາຍ ມີແຟນເພງບໍ່ໜ້ອຍ ທີ່ລໍຖ້າເບິ່ງຜົນງານເພງແບບເຕັມ ແລະ ແນ່ນອນວ່າບໍ່ດົນເກີນລໍ ເພງນີ້ໄດ້ປ່ອຍອອກມາແລ້ວ ເມື່ອວັນທີ 1 ກໍລະກົດ 2020 ຜ່ານຊ່ອງຢູທູບ OLA BLACKEYES.

ແນວໃດກໍຕາມ, ຫາກໃຜທີ່ມັກເພງເສົ້າ ຕອກຢໍ້າ ຄວາມຮູ້ສຶກ ໂດຍສະເພາະແມ່ນເລື່ອງ ຄວາມຮັກ ຮັບຮອງວ່າເພງນີ້ຖືກໃຈຫຼາຍຄົນແນ່ນອນ, ທັງນີ້ຢ່າລືມສົ່ງເສີມເພງລາວ ກໍຄືຜົນງານຂອງຄົນລາວນໍາກັນເອງ ອັນເປັນອີກປະຕູໜຶ່ງໃຫ້ທົ່ວໂລກໄດ້ຮູ້ຈັກປະເທດລາວຫຼາຍຂຶ້ນ.