ແອບັສ ກຽມປົດພະນັກງານ 15 ພັນຕຳແໜ່ງ ທົ່ວໂລກ

0
124

ສຳນັກຂ່າວຕ່າງປະເທດລາຍງານວ່າ: ບໍລິສັດແອບັສ ໄດ້ຖະແຫຼງຂ່າວເມື່ອທ້າຍເດືອນມິຖຸນາຜ່ານມາວ່າ ແອບັສ ມີແຜນເລີກຈ້າງພະນັກງານປະມານ 15.000 ຄົນທົ່ວໂລກ ຫຼື ເທົ່າກັບ 11% ຂອງພະນັກງານທັງໝົດ ພາຍໃນກາງປີໜ້າ ເພື່ອປະຄອງທຸລະກິດໃຫ້ຢູ່ລອດ, ຫຼັງຈາກທີ່ອຸດສາຫະກຳການບິນໂລກ ປະເຊີນກັບວິກິດຈາກການແຜ່ລະບາດຂອງພະຍາດໂຄວິດ – 19, ການເຄື່ອນໄຫວດັ່ງກ່າວມີຂຶ້ນ ພາຍຫຼັງທີ່ສາຍການບິນທົ່ວໂລກໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການແຜ່ລະບາດຂອງພະຍາດໂຄວິດ – 19.

ແອບັສ ຖະແຫຼງວ່າ: “ ເນື່ອງຈາກຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ການເດີນທາງທາງອາກາດຍັງສືບຕໍ່ມີທ່າອ່ຽງຫຼຸດລົງ ແລະ ສະຖານະການເຊັ່ນນີ້ ອາດແກ່ຍາວໄປເຖິງປີ 2023 ຫຼື ອາດແກ່ຍາວໄປເຖິງປີ 2025 ແອບັສ ຈຶ່ງຈໍາເປັນອອກມາດຕະການເພີ່ມຕື່ມ ເພື່ອຮັບມືກັບທ່າອ່ຽງຂອງອຸດສາຫະກຳການບິນຍຸກຫຼັງໂຄວິດ ”.

ແອບັສ ເຊິ່ງເປັນຜູ້ຜະລິດຍົນລາຍໃຫຍ່ຂອງໂລກ ລະບຸວ່າ: ແຜນການເລີກຈ້າງພະນັກງານຄັ້ງນີ້ຈະຫຼຸດພະນັກງານໃນປະເທດຝຣັ່ງ ລົງ 5.000 ຄົນ, 5.100 ຄົນ ໃນປະເທດເຢຍລະມັນ, 900 ຄົນໃນປະເທດແອັດສະປາຍ, 1.600 ຄົນ ໃນສະຫະຣາຊະອານາຈັກ ແລະ ອີກ 1.300 ຄົນ ທີ່ເຮັດວຽກຢູ່ສາຂາຂອງບໍລິສັດທົ່ວໂລກ.

ແອບັສ ເປີດເຜີຍວ່າ: ຂະນະນີ້ກຳລັງປຶກສາຫາລືກັບສະຫະພາບແຮງງານ ແລະ ຈະໃຊ້ມາດຕະການຕ່າງໆ ເພື່ອປັບຫຼຸດພະນັກງານລົງ ເຊິ່ງລວມເຖິງການລາອອກໂດຍສະໝັກໃຈ, ບຳເນັດກ່ອນກຳນົດ ( ກະສຽນອາຍຸກ່ອນກຳນົດ ) ແລະ ໂຄງການງົດຈ້າງງານໃນໄລຍະຍາວ.

ໃນຂະນະທີ່ກະຊວງເສດຖະກິດຂອງຝຣັ່ງ ອອກມາຖະແຫຼງວ່າ: ຕົວເລກແຜນເລີກຈ້າງງານຂອງແອບັສນັ້ນຈຳນວນຫຼາຍເກີນໄປ ແລະ ຮຽກຮ້ອງໃຫ້ແອບັສທົບທວນຄືນ.

LEAVE A REPLY

Please enter your comment!
Please enter your name here