ຈີນກວດພົບໄຂ້ຫວັດໝູສາຍພັນໃໝ່

132
FILE PHOTO: A student feeds pigs at a farm next to a primary school in Xuanwei, Yunnan province, China, December 22, 2018. Picture taken December 22, 2018. REUTERS/Darley Shen/

ສຳນັກຂ່າວຕ່າງປະເທດ ລາຍງານໂດຍອ້າງຂ່າວຈາກວາລະສານ Proceedings of the National Academy of Sciences ລະບຸວ່າ: ນັກວິທະຍາສາດຂອງສູນຄວບຄຸມ ແລະ ປ້ອງກັນພະຍາດ ( CDC ) ຂອງ ສປ ຈີນ ແລະ ມະຫາວິທະຍາໄລຫຼາຍແຫ່ງຂອງຈີນ ໄດ້ຄົ້ນພົບໄວຣັສໄຂ້ຫວັດໝູ ( swine flu ) ຊະນິດໃໝ່ ມີຊື່ວ່າ G4 EA H1N1 ຫຼື G4 ສືບສາຍພັນທຸກໍາຈາກໄວຣັສ H1N1 ທີ່ເຄີຍເກີດການລະບາດໃຫຍ່ເມື່ອປີ 2009 ເຖິງວ່າຍັງບໍ່ມີໄພຄຸກຄາມໃນຂະນະນີ້ ແຕ່ເຊື້ອໄວຣັສສາຍພັນໃໝ່ນີ້ ມີລັກສະນະຄົບຖ້ວນ ທີ່ອາດຈະປັບຕົວແຜ່ລະບາດຈາກສັດສູ່ຄົນ ແລະ ກາຍເປັນການລະບາດຄັ້ງໃຫຍ່ກໍເປັນໄດ້.

ໃນໄລຍະຜ່ານມາ ເຄີຍພົບຜູ້ຕິດເຊື້ອຄ້າຍຄືການຕິດເຊື້ອໄວຣັສສາຍພັນໃໝ່ນີ້ແລ້ວ 2 ຄົນ ໃນປີ 2016 ແລະ 2019; ຜົນສໍາຫຼວດທາງລະບາດວິທະຍາພົບວ່າ ຜູ້ຕິດເຊື້ອທັງສອງຄົນໄດ້ສໍາຜັດໃກ້ຊິດກັບຄົນລ້ຽງໝູ ພ້ອມບົ່ງຊີ້ວ່າເຊື້ອ G4 ສາມາດຕິດເຊື້ອຈາກໝູສູ່ຄົນໄດ້ ແລະ ອາດຈະນໍາໄປສູ່ການຕິດເຊື້ອຮຸນແຮງ ແລະ ອາດເຖິງຂັ້ນເສຍຊີວິດໄດ້, ຂະນະນັ້ນນັກວິໄຈຍັງບໍ່ໄດ້ລົງລາຍລະອຽດ ເນື່ອງຈາກວ່າຍັງບໍ່ແຜ່ລະບາດສູ່ຄົນເປັນວົງກວ້າງ.

ແຕ່ຈາກການທົດລອງກັບເຟີຣ໌ເຣທ ທີ່ມັກໃຊ້ເຂົ້າໃນການສຶກສາໄຂ້ຫວັດໃຫຍ່ ເພາະເປັນສັດທີ່ມີອາການໃກ້ຄຽງກັບມະນຸດ ເຊັ່ນ: ເປັນໄຂ້, ໄອ, ຈາມ ພົບວ່າໄວຣັສໄຂ້ຫວັດໝູ G4 ຕິດເຊື້ອ ແລະ ແບ່ງຕົວໃນເຊລມະນຸດໄດ້ງ່າຍ ແລະ ອາການເຟີຣ໌ເຣທ ຮຸນແຮງກວ່າໄວຣັສໄຂ້ຫວັດໃຫຍ່ຊະນິດອື່ນ.

ທັງນີ້, ຈາກການສຸ່ມກວດໃນຜົ້ງດັງໝູໃນຟາມລ້ຽງສັດກວ່າ 30 ພັນໂຕ ໃນ 10 ແຂວງຂອງຈີນ ແລະ ໂຮງໝໍສັດ 1 ແຫ່ງ ໃນໄລຍະປີ 2011 ແລະ 2018 ເພື່ອສຶກສາຄວາມສ່ຽງຂອງໄວຣັສໄຂ້ຫວັດໝູຕໍ່ຄົນ, ນັກວິໄຈພົບໄວຣັສໄຂ້ຫວັດໝູ 179 ຊະນິດ ແລະ ນັບແຕ່ປີ 2016 ເປັນຕົ້ນມາ ພົບວ່າສ່ວນໃຫຍ່ເປັນໄວຣັສທີ່ສາມາດຕິດຕໍ່ສູ່ຄົນ ແລະ ສາມາດແຜ່ລະບາດໄດ້.

ນອກຈາກນີ້, ຜົນກວດຕົວຢ່າງເລືອດ 300 ຕົວຢ່າງ ຈາກຊາວກະສິກອນຜູ້ລ້ຽງໝູ ຈາກຟາມ 15 ແຫ່ງ ພົບວ່າມີພຽງແຕ່ 10,4% ເທົ່ານັ້ນ ທີ່ມີສານພູມຄຸ້ມກັນ ຫຼື ແອນຕີບໍດີໄວຣັສ G4 ນັ້ນ ກໍໝາຍຄວາມວ່າມີໂອກາດສູງທີ່ໄວຣັສຊະນິດດັ່ງກ່າວນີ້ ຈະສາມາດຕິດຕໍ່ສູ່ຄົນ ແລະ ແຜ່ລະບາດເປັນວົງ ກວ້າງໄດ້, ນັກວິໄຈຍັງແນະນຳວ່າຄວນຮີບຮ້ອນດຳເນີນມາດຕະການຄວບຄຸມໄວຣັສໃນໝູ ແລະ ຕິດຕາມອາການຂອງຜູ້ລ້ຽງໝູຢ່າງໃກ້ຊິດ ເພື່ອສະກັດກັ້ນການແຜ່ລະບາດທີ່ອາດຈະເກີດຂຶ້ນໃນອະນາຄົດ.