ເຕັກນິກການສ້າງຄວາມພໍໃຈເລື່ອງບໍລິການ ແລະ ຮັບມືກັບຄຳຕໍ່ວ່າຂອງລູກຄ້າ

75

ເພື່ອຮອງຮັບການແຂ່ງຂັນທີ່ສູງຂຶ້ນ ແລະ ພັດທະນາການບໍລິການໃຫ້ມີຄວາມທັນສະໄໝ ທ່າມກາງຄວາມຫຍຸ້ງຍາກຂອງສະພາບເສດຖະກິດທີ່ເປັນຢູ່ໃນປັດຈຸບັນ ພວກເຮົາຈຶ່ງຍົກເອົາປະເດັນກ່ຽວກັບເຕັກນິກ “ ການສ້າງຄວາມເພິ່ງພໍໃຈໃນການບໍລິການລູກຄ້າ ແລະ ການບໍລິຫານຂໍ້ຮຽກຮ້ອງ – ຕໍ່ວ່າຂອງລູກຄ້າ ” ມານໍາສະເໜີເພື່ອໃຫ້ຜູ້ປະກອບການຮູ້ທັນທ່າມກາງການປ່ຽນແປງໃນຍຸກ 4.0 ແລະ New Normal ທີ່ຈໍາເປັນຕ້ອງຮູ້ຢ່າງຖືກວິທີ ເພື່ອຈະໄດ້ນຳໄປພັດທະນາເຂົ້າໃນວຽກງານຕົວຈິງ ແລະ ຊີວິດປະຈຳວັນເພື່ອເປັນຂໍ້ຕໍ່ລອງທາງການຄ້າ ຫຼື ທຸລະກິດອື່ນໆ.

ເວົ້າສະເພາະໃນສ່ວນຂອງເຕັກນິກຂ້າງເທິງນີ້ແມ່ນປະກອບມີຫຼາຍຢ່າງເຊັ່ນ: ການບໍລິການທີ່ດີຕ້ອງມາກ່ອນ, ຄວາມຍິ້ມແຍ້ມແຈ່ມໃສໃນການຕ້ອນຮັບລູກຄ້າ, ການອ່ອນນ້ອມຖ່ອມຕົວ, ຄວາມອົດທົນ, ຄວາມຮັກໃນອາຊີບ, ການຕໍ່ລອງກັບລູກຄ້າ, ການເຈລະຈາ ແລະ ວິທີການແກ້ໄຂກັບລູກຄ້າ ເພື່ອເຮັດແນວໃດໃຫ້ລູກຄ້າມີຄວາມປະທັບໃຈລະຫວ່າງທຸລະກິດກັບຜູ້ມາໃຊ້ບໍລິການ ຫຼື ລູກຄ້າທີ່ມາຊື້ສິນຄ້າຕ້ອງໄດ້ຄວາມຍຸຕິທໍາ, ບໍ່ຖືກເອົາລັດເອົາປຽບຫຼາຍຈົນເກີນໄປ ຈຶ່ງຈະເອີ້ນວ່າເປັນການບໍລິການທີ່ດີ.

ຂໍ້ດີຂອງມັນກໍຄື ຫາກຜູ້ປະກອບການສາມາດເຂົ້າໃຈເຕັກນິກດັ່ງກ່າວໄດ້ເປັນຢ່າງດີແລ້ວ ກໍຈະມີຄວາມຕ້ອງການຮັບມືກັບທຸກສະຖານະການ ເພື່ອເຮັດແນວໃດໃຫ້ສາມາດຜ່ອນຄາຍ ແລະ ມ່ວນຊື່ນກັບໜ້າວຽກທີ່ເຂົ້າມາ. ນອກນັ້ນ, ຍັງເປັນການເສີມສ້າງຄວາມໝັ້ນໃຈ ແລະ ໄຫວພິບໃນການແກ້ໄຂບັນຫາ, ເຕັກນິກການເຮັດວຽກເປັນທີມ ແລະ ອື່ນໆ ເຊິ່ງຈະຕ້ອງໄດ້ຮຽນຮູ້ຢູ່ເລື້ອຍໆ ພ້ອມທັງຖ່າຍທອດປະສົບການທີ່ຕົນເອງມີຢູ່ໃຫ້ພະນັກງານ ເພື່ອສ້າງໃຫ້ເຂົາເຈົ້າມີໄຫວພິບ, ສະຫຼາດ ແລະ ສາມາດແກ້ໄຂບັນຫາສະເພາະໜ້າໄດ້ເປັນຢ່າງດີ. ທັງນີ້, ກໍເພື່ອສ້າງຄົນຮຸ່ນໃໝ່ສືບທອດໃຫ້ມີຄວາມເປັນມືອາຊີບ, ຖືກຕ້ອງເໝາະສົມ ແລະ ສາມາດນຳໃຊ້ເຂົ້າໃນຕົວຈິງໄດ້ເລີຍ.

ສິ່ງທີ່ຂາດບໍ່ໄດ້ກໍຄືຄວາມຖະໜັດຂອງຕົນໃນການບໍລິຫານທຸລະກິດໃຫ້ສອດຄ່ອງກັບສະພາບເສດຖະກິດປັດຈຸບັນ ເຊິ່ງຕ້ອງມີການວາງແຜນທັງໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ຫຼື ອາດຈະຕ້ອງໄດ້ມີການປັບປ່ຽນເປັນແຕ່ລະໄລຍະ ໂດຍບໍ່ຕ້ອງຢຶດຕິດກັບມັນຫຼາຍເກີນໄປ. ຫາກກໍລະນີເກີດວິກິດຄືດັ່ງການລະບາດຂອງພະຍາດໂຄວິດ – 19 ກໍຈະເຮັດໃຫ້ເຮົາສາມາດປັບຕົວໄດ້ທັນ. ນອກຈາກນີ້, ການນໍາໃຊ້ເຕັກໂນໂລຊີເຂົ້າໃນການບໍລິຫານຈັດການກໍມີສ່ວນຊ່ວຍໃຫ້ເຮົາມີເວລາວ່າງຫຼາຍຂຶ້ນ ແລະ ບໍລິການແກ່ລູກຄ້າໄດ້ດີຂຶ້ນກວ່າເກົ່າ.