ກະຊວງ ສສກ ປະກາດຈັດຕັ້ງປະຕິບັດ ຕໍາແໜ່ງວິຊາການຄູຢູ່ສະຖານການສຶກສາຊັ້ນສູງ

207

ກະຊວງສຶກສາທິການ ແລະ ກີລາ ( ສສກ ) ໃຫ້ຈັດຕັ້ງປະຕິບັດດຳລັດ ວ່າດ້ວຍຕໍາແໜ່ງວິຊາການຄູ ຢູ່ສະຖານການສຶກສາຊັ້ນສູງ. ໃນນີ້, ຜູ້ທີ່ໄດ້ຮັບເງິນອຸດໜູນຕໍາແໜ່ງວິຊາການຄູແມ່ນ ຄູປະຈໍາທີ່ປະຕິບັດໜ້າທີ່ສິດສອນ ແລະ ປະຈໍາການຢູ່ສະຖານການສຶກສາຊັ້ນສູງ.

ອີງຕາມແຈ້ງການຂອງ ສສກ ສະບັບເລກທີ 593/ສສກ ລົງວັນທີ 29 ມິຖຸນາ 2020 ເລື່ອງ: ການຈັດຕັ້ງປະຕິບັດດຳລັດວ່າດ້ວຍຕໍາແໜ່ງວິຊາການຄູຢູ່ສະຖານການສຶກສາ ຊັ້ນສູງ.

ສສກ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຊາບວ່າ: ດໍາລັດວ່າດ້ວຍຕໍາແໜ່ງວິຊາການຄູຢູ່ສະຖານການສຶກສາຊັ້ນສູງ ສະບັບເລກທີ 03/ລບ ລົງວັນທີ 10 ມັງກອນ 2020 ໄດ້ຮັບການສ້າງຂຶ້ນເພື່ອປ່ຽນແທນດໍາລັດ ວ່າດ້ວຍຕໍາແໜ່ງວິຊາການຂອງຄູສອນມະຫາວິທະຍາໄລ ແລະ ສະຖາບັນການສຶກສາຊັ້ນສູງຕ່າງໆ ສະບັບເລກທີ 33/ນຍ ລົງວັນທີ 17 ມີນາ 2000. ປັດຈຸບັນດໍາລັດດັ່ງກ່າວມີຜົນສັກສິດ ແລະ ສາມາດຈັດຕັ້ງປະຕິບັດໄດ້ແລ້ວ. ສະນັ້ນ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດດໍາລັດດັ່ງກ່າວຢູ່ໃນບັນດາສະຖານການສຶກສາຊັ້ນສູງມີຄວາມເປັນເອກະພາບກັນ ຈຶ່ງຂໍແຈ້ງມາຍັງທ່ານ ເພື່ອປະຕິບັດດັ່ງນີ້:

1 ໃຫ້ບັນດາສະຖານການສຶກສາຊັ້ນສູງ ເຜີຍແຜ່ດໍາລັດສະບັບນີ້ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ພາຍໃນສະຖານການສຶກສາຂອງຕົນຮັບຊາບດ້ວຍຫຼາຍຮູບແບບ ແລະ ວິທີການຕ່າງໆຕາມຄວາມເໝາະສົມ.

2 ໃຫ້ບັນດາສະຖານການສຶກສາຊັ້ນສູງເລີ່ມຕົ້ນວາງແຜນ, ປະກາດ, ຄັດເລືອກ ແລະ ຮັບຮອງຕໍາແໜ່ງວິຊາການຄູ ຢູ່ພາຍໃນສະຖານການສຶກສາຊັ້ນສູງຂອງຕົນ ໂດຍປະຕິບັດຕາມເງື່ອນໄຂ, ມາດຕະຖານ ແລະ ວິທີການທີ່ກໍານົດໃນດໍາລັດສະບັບນີ້ຢ່າງເຂັ້ມງວດ ເພື່ອໃຫ້ມີຄວາມເປັນເອກະພາບ ແລະ ຮັບປະກັນດ້ານຄຸນນະພາບ, ສສກ ຈະອອກຄໍາແນະນໍາຂອງລັດຖະມົນຕີ ແລະ ສ້າງແບບພິມຄໍາຮ້ອງ, ຊີວະປະຫວັດ ແລະ ແບບພິມປະເມີນຜົນງານ ເພື່ອໃຫ້ບັນດາສະຖານການສຶກສາຊັ້ນສູງທີ່ຈັດຕັ້ງປະຕິບັດດໍາລັດສະບັບນີ້ ນໍາໃຊ້ໃນການຄັດເລືອກ ແລະ ຮັບຮອງຕໍາແໜ່ງວິຊາການຄູຢູ່ສະຖານການສຶກສາຊັ້ນສູງ.

3 ສໍາລັບການຄິດໄລ່ເງິນອຸດໜູນຕໍາແໜ່ງວິຊາການຄູ ໃຫ້ປະຕິບັດຕາມມາດຕາ 20 ຂອງດໍາລັດສະບັບນີ້ ຄື: ຜູ້ທີ່ໄດ້ຮັບເງິນອຸດໜູນຕໍາແໜ່ງວິຊາການຄູແມ່ນ ຄູປະຈໍາ ທີ່ປະຕິບັດໜ້າທີ່ສິດສອນ ແລະ ປະຈໍາການຢູ່ສະຖານການສຶກສາຊັ້ນສູງ. ສໍາລັບຜູ້ທີ່ບໍ່ໄດ້ເປັນລັດຖະກອນຄູ ( ຜູ້ທີ່ເປັນພະນັກງານບໍລິຫານຢູ່ສະຖານການສຶກສາຊັ້ນສູງ ) ແລະ ຜູ້ທີ່ເຂົ້າຮັບບໍານານແມ່ນຈະບໍ່ໄດ້ຮັບເງິນອຸດໜູນຕໍາແໜ່ງວິຊາການຄູ; ຄູປະຈຳທີ່ມີຕໍາແໜ່ງວິຊາການຄູ ແລະ ຕໍາແໜ່ງບໍລິຫານຄວບກັນຈະໄດ້ຮັບເງິນອຸດໜູນຕໍາແໜ່ງທັງສອງ.

4 ສໍາລັບຄູປະຈຳທີ່ມີຕໍາແໜ່ງວິຊາການຄູໃນໄລຍະຜ່ານມາແລ້ວ, ໃຫ້ພາກສ່ວນທີ່ກ່ຽວຂ້ອງຄິດໄລ່ ແລະ ເບີກຈ່າຍເງິນອຸດໜູນຕໍາແໜ່ງວິຊາການຄູ ຕາມດໍາລັດສະບັບເລກທີ 03/ລບ ລົງວັນທີ 10 ມັງກອນ 2020 ນັບແຕ່ວັນທີ 1 ເມສາ 2020 ເປັນຕົ້ນໄປ.

5 ໃຫ້ບັນດາສະຖານການສຶກສາຊັ້ນສູງ ສັງລວມສະຖິຕິຜູ້ທີ່ໄດ້ມີຕໍາແໜ່ງວິຊາການຄູ ທີ່ຍັງປະຈໍາການຢູ່ໃນສະຖານການສຶກສາຊັ້ນສູງ ສົ່ງໃຫ້ກົມການສຶກສາຊັ້ນສູງ, ສສກ ເພື່ອເປັນຂໍ້ມູນໃນການຕິດຕາມ, ສັງລວມ ແລະ ວາງແຜນຕໍ່ໄປ.

6 ແຈ້ງການສະບັບນີ້ປ່ຽນແທນແຈ້ງການ ກ່ຽວກັບການຈັດຕັ້ງປະຕິບັດດໍາລັດວ່າດ້ວຍຕໍາແໜ່ງວິຊາການຄູຢູ່ສະຖານການສຶກສາຊັ້ນສູງ ສະບັບເລກທີ 393/ສສກ ລົງວັນທີ 25 ມີນາ 2020.