ເລື່ອນການປະກວດລາວຊຸບເປີໂມເດວ ປີ 2020

186

ການລະບາດຂອງພະຍາດໂຄວິດ – 19 ສົ່ງຜົນກະທົບຢ່າງໜັກຕໍ່ປະເທດເຮົາ ທັງດ້ານເສດຖະກິດ ແລະ ວັດທະນະທໍາສັງຄົມ ໂດຍສະເພາະແມ່ນໂຄງການປະກວດຕ່າງໆທີ່ຕ້ອງໄດ້ໂຈະ ແລະ ເລື່ອນອອກໄປກ່ອນ ເພື່ອຫຼີກລຽງການໂຮມຊຸມນຸມອັນມີມວນຊົນເຂົ້າຮ່ວມຫຼາຍ ທີ່ສ່ຽງຕໍ່ການຕິດເຊື້ອພະຍາດລະບາດນີ້ ເຊິ່ງໜຶ່ງໃນນັ້ນແມ່ນເວທີການຈັດງານປະກວດຊາຍແບບ, ນາງແບບ ແລະ ເດັກນ້ອຍໜ້າຮັກ ລາວຊຸບເປີໂມເດວ ປະຈໍາປີ 2020 ທີ່ຕ້ອງເລື່ອນອອກໄປຈັດໃນປີ 2021.

ອີງຕາມໜັງສືທາງລັດຖະການຂອງພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ສະບັບເລກທີ 504/ຖວທ.ນວ ລົງວັນທີ 17 ພຶດສະພາ 2020, ເລື່ອງການໂຈະກິດຈະກໍາປະກວດຊາຍແບບ, ນາງແບບ ແລະ ເດັກນ້ອຍໜ້າຮັກ ລາວຊຸບເປີໂມເດວ ປະຈໍາປີ 2020 ໃຫ້ຮູ້ວ່າ:

  1. ເຫັນດີໃຫ້ທາງຄະນະຮັບຜິດຊອບການຈັດງານປະກວດໂຈະກິດຈະກໍາໄວ້ກ່ອນ ເນື່ອງຈາກຍັງຢູ່ໃນໄລຍະຄວາມສ່ຽງການແຜ່ລະບາດຂອງພະຍາດໂຄວິດ – 19.

  2. ມອບໃຫ້ທາງກອງປະກວດແຈ້ງຂ່າວຄືນໃຫ້ສັງຄົມໄດ້ຮັບຊາບໃນການໂຈະກິດຈະກໍາປະກວດຊາຍແບບ, ນາງແບບ ແລະ ເດັກນ້ອຍໜ້າຮັກ ລາວຊຸບເປີໂມເດວ ປະຈໍາປີ 2020.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງ ບໍລິສັດ ແອລ ທີ ຈໍາກັດຜູ້ດຽວ ຜູ້ຮັບຜິດຊອບການຈັດງານປະກວດດັ່ງກ່າວຈົ່ງຮັບຮູ້ ແລະ ປະຕິບັດຕາມໜັງສືທາງລັດຖະການສະບັບນີ້ຢ່າງເຂັ້ມງວດ.

ຫຼ້າສຸດ, ວັນທີ 27 ມິຖຸນາ 2020 ຄະນະຮັບຜິດຊອບການຈັດງານປະກວດໄດ້ອອກມາແຈ້ງຂ່າວຜ່ານເພຈເຟສ ບຸ໊ກ Laos Super Model ວ່າ: ອີງຕາມໜັງສືທາງລັດຖະການຈາກພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ສະບັບເລກທີ 504/ຖວທ.ນວ, ເລື່ອງການໂຈະກິດຈະກໍາປະກວດຊາຍແບບ, ນາງແບບ ແລະ ເດັກນ້ອຍໜ້າຮັກ ລາວຊຸບເປີໂມເດວ ປະຈໍາປີ 2020 ເນື່ອງຈາກຍັງຢູ່ໃນໄລຍະຄວາມສ່ຽງຂອງການແຜ່ລະບາດພະຍາດໂຄວິດ – 19. ດັ່ງນັ້ນ, ທາງຄະນະຮັບຜິດຊອບການຈັດງານປະກວດດັ່ງກ່າວ ຈຶ່ງຂໍເລື່ອນການຈັດງານປະຈໍາປີນີ້ແລ້ວພົບກັນໃໝ່ກັບການປະກວດລາວຊຸບເປີໂມເດວ ໃນປີ 2021.

ແນວໃດກໍຕາມ, ບໍ່ມີພຽງການຈັດງານປະກວດນີ້ທີ່ຕ້ອງໂຈະ ແລະ ເລື່ອນອອກໄປຈັດໃນປີໜ້າ ແຕ່ງານການປະກວດອື່ນໆກໍເຊັ່ນດຽວກັນ. ທັງນີ້, ກໍເພື່ອຮັບປະກັນໄດ້ການຮັກສາໄລຍະຫ່າງທາງສັງຄົມ ພ້ອມປະຕິບັດຕາມຄໍາແນະນໍາຂອງຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ – 19.