ຮອງເຈົ້າແຂວງຊຽງຂວາງ ລົງຊຸກຍູ້ການຜະລິດຂອງປະຊາຊົນຢູ່ເມືອງຜາໄຊ

113

ໃນທ້າຍເດືອນຜ່ານມາ ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະຂອງແຂວງ ແລະ ເມືອງຜາໄຊ ໄດ້ລົງຊຸກຍູ້ການຜະລິດຂອງປະຊາຊົນ ແລະ ຖອດຖອນບົດຮຽນກັບຄະນະທີມງານລົງກໍ່ສ້າງຮາກຖານການເມືອງ ປະຈຳບ້ານນາໄຊ ເມືອງຜາໄຊ ແຂວງຊຽງຂວາງ.

ໂອກາດດັ່ງກ່າວ ທ່ານ ຄຳພັນ ສະຫຼຽນຄຳ ຫົວໜ້າທີມງານລົງກໍ່ສ້າງຮາກຖານການເມືອງ ປະຈຳຢູ່ບ້ານນາໄຊ ໄດ້ລາຍງານວຽກງານການເຄື່ອນໄຫວຮອບດ້ານ ປະຈຳປີ 2019 – 2020 ແລະ ທິດທາງແຜນການໃນຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ເຫັນມີຫຼາຍວຽກງານພົ້ນເດັ່ນ ເປັນຕົ້ນແມ່ນ: ມີພະນັກງານລົງກໍ່ສ້າງຮາກຖານການເມືອງ 7 ທ່ານປະຈຳຢູ່ບ້ານນາໄຊ.

ບ້ານນາໄຊ ມີປະຊາກອນທັງໝົດ 387 ຄົນ ຍິງ 197 ຄົນ ເຜົ່າມົ້ງ 100%, ເນື້ອທີ່ນາ 52,9 ເຮັກຕາ ຜະລິດໄດ້ 120 ໂຕນ, ໄຮ່ເຂົ້າ 41 ເຮັກຕາ ໄດ້ 42 ໂຕນ, ໄຮ່ສາລີ 17,7 ເຮັກຕາ ໄດ້ 38 ໂຕນ, ໄຮ່ໝາກເຜັດ 8,5 ເຮັກຕາ ໄດ້ 38 ໂຕນ, ສວນ ຫຍ້າ 190,8 ເຮັກຕາ, ມີງົວ 1.252 ໂຕ, ຄວາຍ 182 ໂຕ ສະເລ່ຍຈາກການຂາຍສັດລ້ຽງ, ເຂົ້າ, ເຄື່ອງປ່າຂອງດົງ ໄດ້ 2.509.643 ກີບຕໍ່ຄົນຕໍ່ປີ, ບໍ່ມີການປະລະການຮຽນຂອງນັກຮຽນ, ພາຍໃນບ້ານບໍ່ມີຜູ້ຕິດສິ່ງເສບຕິດ, ບ້ານມີຄວາມສະຫງົບ ມີຄວາມສາມັກຄີດີ.

ທ່ານ ບົວສອນ ສີນວນທອງ ເນັ້ນໃຫ້ສືບຕໍ່ສຶກສາອົບຮົມການເມືອງແນວຄິດ, ສ້າງບ້ານໃຫ້ເຂັ້ມແຂງໜັກແໜ້ນ, ມີ ຄວາມສະຫງົບຮອບດ້ານ, ເພີ່ມທະວີການປູກຫຍ້າ – ລ້ຽງສັດໃຫ້ກາຍເປັນສິນຄ້າ ເພື່ອແກ້ໄຂຄວາມທຸກຍາກ ພັດທະນາເສດຖະກິດຄອບຄົວໃຫ້ເຂັ້ມແຂງ ເນື່ອງຈາກບ້ານມີທ່າແຮງ ແລະ ມີມູນເຊື້ອດຸໝັ່ນ, ທີມງານລົງກໍ່ສ້າງຮາກຖານປະຈຳບ້ານຕ້ອງມີການຖອດຖອນບົດຮຽນ ສະຫຼຸບສິ່ງທີ່ເຮັດໄດ້ ແລະ ສິ່ງທີ່ຍັງຄ້າງຄາ. ໂອກາດນີ້, ທ່ານຮອງເຈົ້າແຂວງກໍໄດ້ມອບເຄື່ອງນຸ່ງຫົ່ມຈຳນວນໜຶ່ງໃຫ້ບ້ານດັ່ງກ່າວ.