ໜຶ່ງໃນປັດໄຈທີ່ຊ່ວຍເພີ່ມຄວາມສ່ຽງຂອງໂຣກຄວາມດັນເລືອດສູງກໍ່ຄື ໂຊດ້ຽມແຕ່ອາຫານໃນຊີວິດປະຈຳວັນເຮົາ ສ່ວນຫຼາຍກໍ່ຈະມີສ່ວນປະກອບມາຈາກເກືອ ແລະ ໂຊດ້ຽມ ມື້ນີ້ ເຮົາໄດ້ຮຽບຮຽງເອົາ ອາຫານ ແລະ ເຄື່ອງດື່ມທີ່ສ່ຽງກໍ່ໃຫ້ເກີດໂຣກຄວາມດັນເລືອດສູງມາຝາກ.
“ ອາຫານ ແລະ ເຄື່ອງດື່ມ ” ທີ່ສ່ຽງກໍ່ໃຫ້ເກີດໂລກຄວາມດັນເລືອດສູງມີຫຍັງແນ່?
ຊີ້ນສັດທີ່ແປຮູບ
ເປັນອາຫານທີ່ເຕັມໄປດ້ວຍໂຊດ້ຽມ ເພາະຕ້ອງໃຊ້ເກືອໃນການເກັບຮັກສາ ດັ່ງນັ້ນ, ການຮັບປະທານອາຫານຊີ້ນຈຳພວກເບຄອນ, ແຮມ ຫຼື ຊີ້ນງົວອົບຄວັນ ກໍ່ສ່ຽງທີ່ຈະໄດ້ຮັບປະລິມານໂຊດ້ຽມຫຼາຍເກີນໄປເຊັ່ນດຽວກັນ.
ເຄື່ອງດື່ມແອລກໍຮໍ
ການດື່ມເຄື່ອງດື່ມແອລກໍຮໍ ມີສ່ວນກໍ່ໃຫ້ເກີດໂລກຄວາມດັນເລືອດສູງຂຶ້ນໄດ້ໄວ ເພາະມັນຈະສົ່ງຜົນຕໍ່ການເຮັດວຽກຂອງລະບົບປະສາດ ແລະ ສະໝອງ ພ້ອມຍັງມີສ່ວນໃນການເພີ່ມລະດັບຄໍຣ໌ຕິຊໍລ໌ (Cortisol) ທຳລາຍຄວາມສົມດຸນຂອງລະບົບພູມຄຸ້ມກັນ ແລະ ຫຼອດເລືອດນຳອີກ.
ອາຫານແຊ່ແຂງ
ອີກໜຶ່ງຄວາມສະດວກທີ່ມາພ້ອມຄວາມແຊບນັ້ນກໍຄືອາຫານແຊ່ແຂງ ໃຊ້ເວລາປຸງແຕ່ງບໍ່ດົນ ກໍສາມາດຮັບປະທານໄດ້ເລີຍທັງງ່າຍ ແລະ ແຊບ ແຕ່ເຖິງວ່າອາຫານແຊ່ແຂງຈະຮັບປະທານໄດ້ງ່າຍ ແຕ່ກໍອາດຈະມາພ້ອມຄວາມສ່ຽງຕໍ່ສຸຂະພາບໄດ້ງ່າຍເຊັ່ນກັນ ເນື່ອງຈາກອາຫານແຊ່ແຂງຈະມີລະດັບຂອງໂຊດ້ຽມທີ່ຫຼາຍ.
ອາຫານໝັກດອງ
ອາຫານທີ່ຜ່ານການໝັກດອງມັກຈະຕ້ອງໃຊ້ເກືອໃນການຖະໜອມອາຫານ ດັ່ງນັ້ນ, ການຮັບປະທານອາຫານໝັກດອງຕ່າງໆກໍ່ມັກຈະຕ້ອງໄດ້ຮັບໃນປະລິມານໂຊດ້ຽມທີ່ສູງ ເຊິ່ງຖ້າຫາກວ່າຮັບປະທານຫຼາຍຈົນເກີນໄປ ກໍ່ອາດຈະເຮັດໃຫ້ສ່ຽງເກີດໂລກຄວາມດັນເລືອດສູງໄດ້ງ່າຍ.