ປັບລາຄານ້ຳມັນເຊື້ອໄຟທຸກຊະນິດຂຶ້ນ

113

ປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟທຸກຊະນິດ ແອັດຊັງພິເສດ ແລະ ແອັດຊັງທຳມະດາ ປັບຂຶ້ນ 240 ກີບຕໍ່ລິດ, ສ່ວນກາຊວນ ປັບຂຶ້ນ 220 ກີບຕໍ່ລິດ ເລີ່ມປະຕິບັດ 1 ກໍລະກົດ 2020 ນີ້.

ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງການເລກທີ 0619/ອຄ.ກຄພນ, ນະຄອນຫຼວງວຽງຈັນ, ວັນທີ 30 ມິຖຸນາ 2020 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນ້ຳມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ແຈ້ງປັບຂຶ້ນລາຄາຂາຍຍ່ອຍນ້ຳມັນເຊື້ອໄຟໃນຂອບເຂດທົ່ວປະເທດ ໂດຍໃຫ້ປະຕິບັດລາຄາຂາຍຍ່ອຍໃໝ່ໃນເຂດເທສະບານແຂວງ, ນະຄອນຫຼວງວຽງຈັນ.

ທັງນີ້, ລາຄາໃໝ່ນີ້ໃຫ້ເລີ່ມປະຕິບັດວັນທີ 1 ກໍລະກົດ 2020 ເວລາ 6:00 ໂມງ ໃນຂອບເຂດທົ່ວປະເທດ; ການປັບລາຄາຄັ້ງນີ້ແມ່ນໄດ້ຫຼຸດຄັງແຮນ້ຳມັນແອັດຊັງພິເສດ 510 ກີບຕໍ່ລິດ, ແອັດຊັງທຳມະດາ 515 ກີບຕໍ່ລິດ ແລະ ນ້ຳມັນກາຊວນ 230 ກີບຕໍ່ລິດ ແລະ ປັບຂຶ້ນນ້ຳມັນແອັດຊັງພິເສດ 240 ກີບຕໍ່ລິດ, ແອັດຊັງທຳມະດາ ປັບຂຶ້ນ 240 ກີບຕໍ່ລິດ ແລະ ກາຊວນ ປັບຂຶ້ນ 220 ກີບຕໍ່ລິດ; ການຄິດໄລ່ເສຍພັນທະ ແລະ ຄ່າທຳນຽມຕ່າງໆແມ່ນໃຫ້ພາກສ່ວນທີ່ກ່ຽວຂ້ອງຄິດໄລ່ເກັບຕາມທີ່ກຳນົດໄວ້ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0542/ກຄພນ.ຄສລ ລົງວັນທີ 30 ມິຖຸນາ 2020 ຈົນກວ່າຈະມີການປ່ຽນແປງ ແລະ ແຈ້ງການສະບັບນີ້ປ່ຽນແທນແຈ້ງການສະບັບເລກທີ 0553/ອຄ.ກຄພນ ລົງວັນທີ 11 ມິຖຸນາ 2020.

ດ້ານລາຄານໍ້າມັນດິບໃນຕະຫຼາດໂລກ ເຊັ່ນ: West Texas Intermediate: WTI ຂອງສະຫະລັດອາເມຣິກາ ວັນທີ 30 ມິຖຸນາ 2020 ລາຄາຢູ່ທີ່ 39,38 ໂດລາສະຫະລັດຕໍ່ບາເຣວ ແລະ ລາຄານ້ຳມັນດິບ Brent 41,60 ໂດລາຕໍ່ບາເຣວ ໃນຕະຫຼາດ ຊື້ – ຂາຍລ່ວງໜ້າ.